spot_img
Homeຂ່າວພາຍ​ໃນໄຂຂໍ້ຂ້ອງໃຈ! ໜີ້ຄ້າງຈ່າຍໃນບິນໄຟຟ້າ

ໄຂຂໍ້ຂ້ອງໃຈ! ໜີ້ຄ້າງຈ່າຍໃນບິນໄຟຟ້າ

Published on

ເລື່ອງຂອງໄຟຟ້າຍັງເກີດມີຄຳຖາມ ຫຼື ຂໍ້ສົງໃສຂຶ້ນມາເລື່ອຍໆ ຊຶ່ງເປັນອີກໜຶ່ງປະເດັນທີ່ຫຼາຍຄົນອາດມີຄວາມສົນໃຈ ແລະ ມີປະສົບການກ່ຽວກັບໜີ້ຄ້າງຈ່າຍທີ່ຍົກຍອດມາຈາກເດືອນກ່ອນ ເຖິງແມ່ນວ່າທ່ານຈະເຮັດການຊຳລະຄ່າໄຟຟ້າໝົດແລ້ວກໍຕາມ.

ສຳລັບໜີ້ຄ້າງຈ່າຍທີ່ຍົກຍອດມາ ເຖິງແມ່ນວ່າຈະເຮັດການຊຳລະໄປແລ້ວ ເຖິງມັນຈະເປັນພຽງຄຳຖາມເບົາໆຂອງໃຜຫຼາຍຄົນ ແຕ່ເຊື່ອວ່າມັນກໍເປັນຄຳຖາມທີ່ຫຼາຍຄົນສົງໃສ ແລະ ຢາກຮູ້ຄຳຕອບ ດັ່ງນັ້ນ ທີມງານຂອງພວກເຮົາຈຶ່ງໄດ້ສອບຖາມໄປຍັງພະນັກງານໜ່ວຍບໍລິການໄຟຟ້າແຫ່ງໜຶ່ງ (ເຂດຈີນາຍໂມ້, ເມືອງ ສີສັດຕະນາກ) ຊຶ່ງກໍໄດ້ຄຳຕອບດັ່ງນີ້.

ໃນທຸກໆຕົ້ນເດືອນທາງໜ່ວຍບໍລິການໄຟຟ້າຈະອອກໃບແຈ້ງຄ່າໄຟຟ້າໃນລະຫວ່າງວັນທີ 6-9 ຂອງຕົ້ນເດືອນ ແລະ ການຊຳລະຄ່າໄຟຟ້າແມ່ນບໍ່ໃຫ້ກາຍວັນທີ 5-6 ຂອງເດືອນຕໍ່ໄປ (ຕົວຢ່າງ ໃບແຈ້ງຄ່າໄຟຟ້າເດືອນ 4 ວັນທີຜະລິດໃບເກັບເງິນຄ່າໄຟຟ້າ ວັນທີ 8 ເມສາ 2019 ຖ້າທ່ານໄປຊຳລະເງິນຊ້າສຸດບໍ່ກາຍວັນທີ  5 ພຶດສະພາ 2019) ໃບບິນແຈ້ງເກັບເງິນຂອງເດືອນ 5 ກໍຈະບໍ່ມີໜີ້ຄ້າງຈ່າຍ.

ໜີ້ຄ້າງຈ່າຍທີ່ຍົກຍອດມານັ້ນ ມັນບໍ່ແມ່ນບັນຫາໃຫຍ່ບໍ່ຕ້ອງຕົກໃຈວ່າຈະເກີດຜົນກະທົບໃດໆ ຫາກວ່າທ່ານໄດ້ເຮັດການຊໍາລະແລ້ວ ນອກຈາກວ່າທ່ານຍັງຄ້າງຈ່າຍຄ່າໄຟຟ້າມັນກໍຈະກາຍເປັນໜີ້ສະສົມ ທາງທີ່ດີທຸກຄົນຄວນມີສະຕິໃນການຊໍາລະບໍ່ວ່າຈະເປັນຄ່ານ້ຳ ຄ່າໄຟຟ້າ ແລະ ອື່ນໆໃຫ້ກົງຕາມເວລາທີ່ກຳນົດແມ່ນດີທີ່ສຸດ.

ຊຶ່ງຖ້າຫາກບັນດາທ່ານມີຂໍ້ຂ້ອງໃຈ ຫຼື ມີຂໍ້ຊັກຖາມໃດໆກ່ຽວກັບເລື່ອງດັ່ງກ່າວສາມາດເຂົ້າໄປສອບຖາມລາຍລະອຽດຕ່າງໆໄດ້ຕາມ ໜ່ວຍບໍລິການສາຂາທີ່ຂື້ນກັບບ້ານທ່ານໄດ້.

 

ໂດຍ: ບຸດສະດີ ສາຍນ້ຳມັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...