11 ເວທີການປະກວດນາງງາມລະດັບສາກົນທີ່ມີຕົວແທນຈາກ ສປປ ລາວເຂົ້າຮ່ວມ

ນັບຕັ້ງແຕ່ຕົ້ນປີ 2018 ຈົນຮອດປັດຈຸບັນ ມີເວທີການປະກວດນາງງາມລະດັບສາກົນເກີດຂຶ້ນຫຼາຍເວທີ ແລະ ພາຍໃນປີ 2018ທີ່ຜ່ານມາ ສປປລາວ ໄດ້ສົ່ງຕົວແທນສາວລາວເຂົ້າຮ່ວມປະຊັນຄວາມງາມທັງໝົດ 11 ເວທີ ມີເວທີປະກວດສາວແທ້ ແລະ ສາວປະເພດສອງ ແລະ ເວທີການປະກວດທີ່ສາວລາວສາມາດຍາດລາງວັນມາໄດ້ ເຊິ່ງຈະມີເວທີໃດແນ່ນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ.

Miss International Queen 2018

ເປັນການປະກວດສາວປະເພດສອງນານາຊາດລະດັບໂລກ ແລະ ເປັນຄັ້ງທີ 3 ທີ່ມີຕົວແທນສາວປະເພດສອງຈາກ ສປປ ລາວເຂົ້າຮ່ວມປະກວດ. (ເວທີດັ່ງກ່າວບໍ່ມີການຈັດການປະກວດຄັດເລືອກສາວງາມຢ່າງເປັນທາງການໃນລາວ)

ຜູ້ເຂົ້າຮ່ວມປະກວດ: ທ້າວ ຫຼອງສີ ສີນະຄອນ “ເຈນລີ້” Miss International Queen Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: ເວທີ Miss International Queen Laos ບໍ່ມີການຈັດເວທີປະກວດໃນປະເທດ
ວັນ ແລະ ສະຖານທີ່ປະກວດ: 09 ມີນາ 2018  ທີ່ ພັດທະຍາ, ປະເທດໄທ
ຜົນງານ: ບໍ່ໄດ້ຮັບລາງວັນໃດໆ

Miss Grand 2018

ເປັນການປະກວດນາງງາມນານາຊາດທີ່ຈັດຂຶ້ນເພື່ອລົນນະລົງໃຫ້ຢຸດການເຮັດສົງຄາມ ແລະ ຄວາມຮຸນແຮງ ໃນປີ 2018ນີ້ ແລະ ເປັນຄັ້ງທີ 2 ທີ່ມີຕົວແທນສາວງາມຈາກ ສປປ ລາວເຂົ້າຮ່ວມປະກວດ. (ເວທີ Miss Grand Laos ມີການຈັດການປະກວດຄັດເລືອກສາວງາມຢ່າງເປັນທາງການໃນລາວ)

ຜູ້ເຂົ້າຮ່ວມປະກວດ: ນາງ ນົບພະລັດ ສີໄກພັກ Miss Grand Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: 25 ມີນາ 2018, ທີ່ສູນ ITEC HALL ນະຄອນຫຼວງວຽງຈັນ
ວັນ ແລະ ສະຖານທີ່ປະກວດເວທີສາກົນ: 25 ຕຸລາ 2018  ທີ່ ເມືອງ ຢາງກຸ້ງ, ປະເທດ ມຽນມາ
ຜົນງານ: ບໍ່ໄດ້ຮັບລາງວັນໃດໆ

Miss International 2018

ເປັນເວທີການປະກວດນາງງາມ 1 ໃນ 4 ເວທີທີ່ໄດ້ຮັບຄວາມນິຍົມສູງສຸດ ແລະ ໜ້າເຊື່ອຖືທີ່ສຸດໃນໂລກ ເຊິ່ງໄດ້ເລີ່ມຈັດການປະກວດຕັ້ງແຕ່ປີ 1960 ເປັນຕົ້ນມາ ແລະ ເປັນຄັ້ງທີ 2 ທີ່ມີຕົວແທນສາວງາມຈາກ ສປປ ລາວເຂົ້າຮ່ວມປະກວດ. (ເວທີ Miss International Laos 2018 ມີການຈັດການປະກວດຄັດເລືອກສາວງາມຢ່າງເປັນທາງການໃນລາວ)

ຜູ້ເຂົ້າຮ່ວມປະກວດ: ນາງ ປີຍະມາດ ພູນປະເສີດ (ບາບີ້) Miss International Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: 14 ຕຸລາ 2018, ທີ່ ໂຮງແຮມ ຄຣາວ ພຣາຊາ, ນະຄອນຫຼວງວຽງຈັນ
ວັນ ແລະ ສະຖານທີ່ປະກວດເວທີສາກົນ: 9 ພະຈິກ 2018  ທີ່ປະເທດຍີ່ປຸ່ນ
ຜົນງານ: ບໍ່ໄດ້ຮັບລາງວັນໃດໆ

Miss Universe 2018

ເປັນການປະກວດຄວາມງາມປະຈຳປີ ເຊິ່ງເລີ່ມຈັດຕັ້ງແຕ່ປີ 1952 ໂດຍ Pacific Mills ບໍລິສັດເຊື້ອຜ້າຈາກ ແຄລິຟໍເນຍ ໃນປີ 2018 ເປັນຄັ້ງທີ 2 ທີ່ມີຕົວແທນສາວງາມຈາກ ສປປ ລາວ ເຂົ້າຮ່ວມປະກວດ. ທາງກອງປະກວດໄດ້ແຕ່ງຕັ້ງໃຫ້ ນາງ ອອນອານົງ ຫອມສົມບັດ, ຮອງອັນດັບ 1 Miss Universe Laos 2017 ເປັນ Miss Universe Laos 2018 ເພື່ອເປັນຕົວແທນເຂົ້າຮ່ວມປະກວດ.

ຜູ້ເຂົ້າຮ່ວມປະກວດ: ນາງ ອອນອານົງ ຫອມສົມບັດ, ຮອງອັນດັບຫນຶ່ງ Miss Universe Laos 2017, ຖືກແຕ່ງຕັ້ງໃຫ້ເປັນ Miss Universe Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: ເວທີ Miss Universe Laos 2018 ປີ 2018 ບໍ່ໄດ້ຈັດການປະກວດຂຶ້ນ
ວັນ ແລະ ສະຖານທີ່ປະກວດເວທີສາກົນ: 17 ທັນວາ 2018  ທີ່ບາງກອກ, ປະເທດໄທ
ຜົນງານ: ໄດ້ຮັບລາງວັນຊຸດປະຈຳຊາດ
ເຂົ້າຮ່ວມປະກວດໃນນາມທາງການ

Miss World 2018

ນາງງາມໂລກ ເປັນການປະກວດນາງງາມລະດັບນານາຊາດ ສ້າງຕັ້ງຂຶ້ນທີ່ ສະຫະຣາຊະອານາຈັກ ໂດຍ ເອຣິດ ມໍຣລີ ເມື່ອປີ 1951 ແລະ ເປັນຄັ້ງທີ 2 ທີ່ມີຕົວແທນສາວງາມຈາກ ສປປ ລາວເຂົ້າຮ່ວມປະກວດ. (ເວທີ Miss Laos World 2018 ມີການຈັດການປະກວດຄັດເລືອກສາວງາມຢ່າງເປັນທາງການໃນລາວ)

ຜູ້ເຂົ້າຮ່ວມປະກວດ: ນາງ ກະດູມເພັດ ໄຊຍະວົງ Miss Laos World 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: 15 ກັນຍາ 2018 ທີ່ ນະຄອນຫຼວງວຽງຈັນ
ວັນ ແລະ ສະຖານທີ່ປະກວດເວທີສາກົນ: 8 ທັນວາ 2018 ທີ່ ຊັນຢາ, ປະເທດຈີນ
ຜົນງານ: ບໍ່ໄດ້ຮັບລາງວັນໃດໆ

Miss Tourism International 2018

ເປັນເວທີການປະກວດນາງງາມນານາຊາດປະຈຳປີ ຈັດຂຶ້ນຄັ້ງທຳອິດໃນປີ 1994 ແລະ ໃນປີ 2018 ນີ້ຖືວ່າເປັນຄັ້ງທີ 21 ມີ 50 ປະເທດເຂົ້າຮ່ວມປະກວດ, ເຊິ່ງເປັນປີທຳອິດທີ່ ສປປ ລາວ ສົ່ງຕົວແທນສາວງາມເຂົ້າຮ່ວມປະກວດ ທາງກອງປະກວດໄດ້ແຕ່ງຕັ້ງໃຫ້ ນາງ ທິດາ ສິດທິໄຊ ຮອງອັນດັບ 2 Miss Laos 2012 ເປັນ Miss Tourism International Laos 2018 ເພື່ອເປັນຕົວແທນເຂົ້າຮ່ວມປະກວດ.

ຜູ້ເຂົ້າຮ່ວມປະກວດ: ນາງ ທິດາ ສິດທິໄຊ (ຕູ່) ຮອງອັນດັບ 2 Miss Laos 2012 ພ້ອມທັງໄດ້ລາງວັນຂວັນໃຈຊ່າງພາບ ແລະ ຍັງເປັນອະດີດນັກຮ້ອງ ວົງ Amiiguz. ປັດຈຸບັນເປັນສິລະປິນສັງກັດ First Modeling. ຖືກແຕ່ງຕັ້ງໃຫ້ເປັນ Miss Tourism International Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: ເວທີ Miss Tourism International Laos ບໍ່ມີການຈັດເວທີປະກວດໃນລາວ
ວັນ ແລະ ສະຖານທີ່ປະກວດເວທີສາກົນ: 21 ທັນວາ 2018 ທີ່ ກົວລາລຳເປີ, ປະເທດມາເລເຊຍ
ຜົນງານ: ໄດ້ຮັບລາງວັນ Miss Socialite

Miss Supranational 2018

ເປັນການປະກວດນາງງາມເວທີການປະກວດນາງງາມ 1 ໃນ 5 ຂອງເວທີປະກວດລະດັບ ແກຣນສແລມ ໂດຍເລີ່ມຈັດການປະກວດຕັ້ງແຕ່ປີ 2009 ເປັນຕົ້ນມາ ທີ່ປະເທດ ໂປແລນ ເຊິ່ງໃນປີ 2018ນີ້ ເປັນປີທຳອິດທີ່ ສປປ ລາວ ສົ່ງຕົວແທນສາວງາມເຂົ້າຮ່ວມປະກວດ ເນື່ອງຈາກວ່າປີ 2017 ສປປລາວ ໄດ້ຍົກເລີກການສົ່ງ Miss Supranational Laos 2017 ເຂົ້າຮ່ວມປະກວດດ້ວຍເຫດຜົນຍັງບໍ່ພ້ອມ.

ຜູ້ເຂົ້າຮ່ວມປະກວດ: ນາງ ສັນທະນີ ໃສມະນີວັນ Miss Supranational Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: 15 ກັນຍາ 2018 (ຈັດງານປະກວດເວທີດຽວກັນກັບMiss Laos World 2018 )
ວັນ ແລະ ສະຖານທີ່ປະກວດເວທີສາກົນ: 7 ທັນວາ 2018 ທີ່ ປະເທດໂປແລນ
ຜົນງານ: ໄດ້ຮັບລາງວັນຊຸດປະຈຳຊາດ

Miss China-ASEAN Etiquette Pageant 2018

ເປັນເວທີການປະກວດນາງງາມມາລະຍາດຈີນ-ອາຊຽນ ຄັ້ງທີ 14 (The 14th Miss China-ASEAN Etiquette Pageant) ທາງກອງປະກວດໄດ້ແຕ່ງຕັ້ງໃຫ້ ນາງ ມຸກທິດາ ສຸພັນທະຈິດ ແລະ ນາງ ນິດສາຄອນ​ ແກ້ວປະເສີດ ເປັນ Miss Laos China-Asean Etiquette 2018 ເພື່ອເປັນຕົວເຂົ້າຮ່ວມປະກວດໃນຄັ້ງນີ້ ແລະ ເປັນປີທີສອງທີ່ລາວເຮົາສົ່ງນາງງາມເຂົ້າຮ່ວມປະກວດ ແລະ ກໍ່ໄດ້ຮັບລາງວັນ 2ປີຊ້ອນ.

ຜູ້ເຂົ້າຮ່ວມປະກວດ:

  • ນາງ ມຸກທິດາ ສຸພັນທະຈິດ ໜຶ່ງຜູ້ເຂົ້າປະກວດ Miss International Laos 2018 ແລະ ຕິດ TOP 10, ຖືກແຕ່ງຕັ້ງໃຫ້ເປັນ Miss Laos China-Asean Etiquette 2018
  • ນາງ ນິດສາຄອນ​ ແກ້ວປະເສີດ ໄດ້ຮັບລາງວັນ Miss Friendship ຈາກເວທີ Miss International Laos 2018, ຖືກແຕ່ງຕັ້ງໃຫ້ເປັນ Miss Laos China-Asean Etiquette 2018
    ວັນ ແລະ ສະຖານທີ່ປະກວດໃນປະເທດ: ເວທີ Miss Laos China-Asean Etiquette 2018ບໍ່ມີການປະກວດໃນລາວ
    ວັນ ແລະ ສະຖານທີ່ປະກວດເວທີສາກົນ: 21 ທັນວາ 2018 ທີ່ ປະເທດໄທ
    ຜົນງານ: ນາງ ມຸກທິດາ ສຸພັນທະຈິດ ໄດ້ຄວ້າຕຳແໜ່ງຮອງອັນດັບ 2 Miss China-ASEAN Etiquette Pageant ສ່ວນ ນາງ ນິດສາຄອນ​ ແກ້ວປະເສີດ ບໍ່ໄດ້ຮັບຕຳແໜ່ງ ຫຼື ລາງວັນໃດໆ.

Miss intercontinental 2018

ເປັນອີກໜຶ່ງເວທີການປະກວດສາວງາມລະດັບນານາຊາດ ແລະ ກໍ່ເປັນປີທຳອິດທີ່ປະເທດລາວສົ່ງຕົວແທນສາວງາມເຂົ້າຮ່ວມປະກວດ ທາງກອງປະກວດໄດ້ແຕ່ງຕັ້ງໃຫ້ ນາງ ຢາດຟ້າ ພົມມະວົງໄຊ ຮອງອັນດັບ 1 Miss International Laos 2018 ເປັນ Miss intercontinental Laos 2018 ເພື່ອເຮັດໜ້າທີ່ເປັນຕົວແທນປະເທດເຂົ້າຮ່ວມປະກວດ.

ຜູ້ເຂົ້າຮ່ວມປະກວດ: ນາງ ຢາດຟ້າ ພົມມະວົງໄຊ ຮອງອັນດັບ 1 Miss International Laos 2018 ແລະ ຖືກແຕ່ງຕັ້ງໃຫ້ເປັນ Miss intercontinental Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: ເວທີ Miss intercontinental Laos 2018 ບໍ່ມີການຈັດເວທີປະກວດໃນລາວ
ວັນ ແລະ ສະຖານທີ່ປະກວດເວທີສາກົນ: 26 ມັງກອນ 2019 ທີ່ ມະນິລາ, ປະເທດຟິລິບປິນ
ຜົນງານ: ບໍ່ໄດ້ຮັບລາງວັນ

Miss Planet International 2018

ເປັນອີກໜຶ່ງເວທີການປະກວດສາວງາມລະດັບນານາຊາດ ແລະ ກໍ່ເປັນປີທຳອິດທີ່ປະເທດລາວສົ່ງຕົວແທນສາວງາມເຂົ້າຮ່ວມປະກວດ ທາງກອງປະກວດໄດ້ແຕ່ງຕັ້ງໃຫ້ ນາງ ວິລະພອນ ຂັນແກ້ວ ຮອງອັນດັບ 2 Miss Laos 2017 ເປັນ Miss Planet Laos 2018 ເພື່ອເຮັດໜ້າທີ່ເປັນຕົວແທນປະເທດເຂົ້າຮ່ວມປະກວດ.

ຜູ້ເຂົ້າຮ່ວມປະກວດ: ນາງ ວິລະພອນ ຂັນແກ້ວ (ມີ່ມີ່) Miss Popular Vote, ຮອງອັນດັບ 2 Miss Laos 2017 ແລະ ຖືກແຕ່ງຕັ້ງໃຫ້ເປັນ Miss Planet Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: ເວທີ Miss Planet International ບໍ່ມີການຈັດເວທີປະກວດໃນລາວ
ວັນ ແລະ ສະຖານທີ່ປະກວດເວທີສາກົນ:23 ກຸມພາ 2019 ທີ່ ປະເທດກຳປູເຈຍ
ຜົນງານ: ຢູ່ໃນລະຫວ່າງເຮັດກິດຈະກຳກັບທາງກອງປະກວດ

Miss global 2018

Miss global 2018 ຄັ້ງທີ 6 ເປັນເວທີການປະກວດຄວາມງາມລະດັບໂລກປະຈຳປີ ນາງສາວຜູ້ເຂົ້າປະກວດຕ້ອງມີອາຍຸ 18-35 ປີ ເຊິ່ງໃນປີນີ້ຖືເປັນປີທີສອງທີ່ມີຕົວແທນສາວງາມຈາກ ສ ປປ ລາວ ເຂົ້າຮ່ວມ, ທາງກອງປະກວດໄດ້ແຕ່ງຕັ້ງໃຫ້ ນາງ ພູຄຳ ທິບພົມວົງ (ຫມີພູ) Miss Tourism Universe Laos 2018 ເປັນ Miss Global Laos 2018 ເພື່ອເຮັດໜ້າທີ່ເປັນຕົວແທນປະເທດເຂົ້າຮ່ວມປະກວດ.

ຜູ້ເຂົ້າຮ່ວມປະກວດ: ນາງ ພູຄຳ ທິບພົມວົງ (ຫມີພູ) Miss Tourism Universe Laos 2018 ແລະ ຖືກແຕ່ງຕັ້ງໃຫ້ເປັນ Miss Global Laos 2018
ວັນ ແລະ ສະຖານທີ່ປະກວດໃນປະເທດ: ເວທີ Miss Global Laos 2018 ບໍ່ມີການຈັດເວທີປະກວດໃນລາວ
ວັນ ແລະ ສະຖານທີ່ປະກວດເວທີສາກົນ: 11 ກຸມພາ 2019 ທີ່ ມະນິລາ, ປະເທດຟິລິບປິນ
ຜົນງານ: ຢູ່ໃນລະຫວ່າງເຮັດກິດຈະກຳກັບທາງກອງປະກວດ

 

 

ຂຽນບົດໂດຍ: ບຸດສະດີ ສາຍນໍ້າມັດ