ດາວເຄາະນ້ອຍ “2010 WC9” ຈະເຄື່ອນຜ່ານໂລກ

ນັກດາລາສາດກຳລັງຕື່ນເຕັ້ນກັບການກັບມາຂອງດາວເຄາະນ້ອຍ 2010 WC9 ທີ່ຫາຍໄປຈາກການຕິດຕາມຂອງພວກເຂົາເມື່ອຫຼາຍປີກ່ອນ

ສຳນັກຂ່າວຕ່າງປະເທດລາຍງານວ່າ ດາວເຄາະນ້ອຍ “2010 WC9” ຂະໜາດໃກ້ຄຽງກັບເທພີສັນຕິພາບ ຈະເຄື່ອນຕົວຜ່ານໂລກໃນເວລາປະມານ 18.05 ນາທີ ຂອງວັນອັງຄານຕາມເວລາມາດຕະຖານຕະເວັນອອກ (ET) ຫຼື ປະມານ 05.05 ນາທີ ຂອງວັນພຸດ (16/05/2018) ຕາມເວລາໃນບ້ານເຮົາ

ຕາມລາຍງານຂອງ “EarthSky” ທີມນັກດາລາສາດໃນເມືອງ ອອສຕິນ ລັດເທກຊັສ ຂອງສະຫະລັດວ່າ ດາວເຄາະນ້ອຍດວງນີ້ຈະເຄື່ອນຜ່ານໂລກດ້ວຍຄວາມວປະມານ 46,115 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເຂົ້າໃກ້ໂລກຫຼາຍທີ່ສຸດພາຍໃນລັດສະໝີ 203,451 ກິໂລແມັດຈາກໂລກ ຫຼື ບໍ່ເຖິເຄິ່ງຂອງໄລຍະຫ່າງລະຫວ່າງໂລກກັບດວງຈັນ