Homeຂ່າວທ້ອງຖິ່ນຫຼາຍພາກສ່ວນເຂົ້າຊ່ວຍເຫຼືອຄອບຄົວ ຢູ່ບ້ານສັນແຟນ ແຂວງຊຽງຂວາງ ທີ່​ຖືກ​ໄຟ​ໄໝ້

ຫຼາຍພາກສ່ວນເຂົ້າຊ່ວຍເຫຼືອຄອບຄົວ ຢູ່ບ້ານສັນແຟນ ແຂວງຊຽງຂວາງ ທີ່​ຖືກ​ໄຟ​ໄໝ້

Published on

ຫຼາຍ​ພາກສ່ວນ​ເຂົ້າ​ຊ່ວຍ​ເຫຼືອ​ບ້ານ​ສັນ​ແຟນ ເມືອງຄຳ ແຂວງຊຽງຂວາງ ໄດ້ຮັບຜົນກະທົບຈາກອັກຄີໄພ ໄຟໄໝ້ ​ເມື່ອ​ບໍ່​ດົນ​ຜ່ານ​ມາ ​ໂດຍນຳພາຄະນະໂດຍທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ, ມີຄະນະອາດີດການນຳທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ, ອົງການພຸດທະສາສະໜາສຳພັນລາວຢູ່ສູນກາງ ແລະ ຂັ້ນແຂວງ ບໍລິສັດທະນາຄານ ຮ່ວມເດີນທາງຊ່ວຍເຫຼືອຄັ້ງນີ້.

​ ໂດຍທ່ານເຈົ້າ ແຂວງໆຊຽງຂວາງ ກໍ່ໄດ້ມີຄຳຄິດຄຳເຫັນໂອ້ລົມຕໍ່ພໍ່-ແມ່ປະຊາຊົນພາຍໃນບ້ານ ໃຫ້ທຸ່ນທ່ຽງ ຖືເປັນບົດຮຽນອັນສຳຄັນ ຕັ້ງໃຈສ້າງສາພັດທະນາຄອບຄົວ ກະກຽມສ້າງເຮືອນ ບ່ອນສ້າງເຮືອນ ພ້ອມປຶກສາຫາລືກັບຄະນະບ້ານກຸ່ມ ເພື່ອສ້າງເຮືອນໃຫ້ເປັນລະບຽບ ສະແດງຄວາມຂອບ​ໃຈທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ເຖິງຈະຢູ່ໄກ ເສັ້ນທາງລຳບາກ ກໍ່ມາຮອດມາເຖິງ, ເຂົ້າຊ່ວຍເຫຼືອ ສະແດງໃຫ້ເຫັນວ່າ ຄົນລາວມີນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ສຳລັບຄະນະເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ມີ ອົງການພຸດທະສາສະໜາສຳພັນລາວ, ມູນນິທິຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ ໄດ້ຊ່ວຍສັງກະສີ 1.600 ແຜ່ນ, ໄມ້ແປຮູບ12 ແມັດກ້ອນ ແລະ ເຄື່ອງນຸ່ມຫົ່ມ ລວມມູນຄ່າ 86 ລ້ານກ່ວາກີບ, ໂທລະໂຄ່ງ, ປະກາດ, ເດີຟຣີແລນ, ທະນາຄານການຄ້າ, ລາວໂທລະຄົມ, ຢູນາ, ມູນນິທິຮ່ວມໃຈໜ່ວຍກູ້ຊີບອົງການກາແດງ, ສະມາຄົມອາສາກູ້ໄພນະຄອນຫຼວງ, ໜ່ວຍກູ້ໄພມູນນິທິຈີນ, ໜ່ວຍກູ້ໄພແຂວງສະຫັວນນະເຂດ ມີສັງກະສີ 1,000 ແຜ່ນ, ໄມ້ 10 ແມັດກ້ອນ ແລະ ເຄື່ອງນຸ່ງຫົ່ມ ລວມມູນຄ່າ 75 ລ້ານກີບ, ທ່ານນາງ ບຸນເພັງ ມູນໂພໄຊ ຊ່ວຍໄມ້ແປຮູບ 10 ແມັດກ້ອນ ແລະ ເງິນສົດຈຳນວນໜຶ່ງ, ທ່ານ ແກ້ວພູວົງ ເຈົ້າຂອງປໍ້ານໍ້າມັນຫຼັກ 20 ຊ່ວຍໄມ້ 1 ແມັດກ້ອນ, ທ່ານ ອຸ່ນນາກ ຜ້າຫົ່ມ 40 ຜືນ, ທ່ານ ຜັນ ມະນີກອງ ຜ້າຫົ່ມ 13 ຜືນ ແລະ ໄມ້ 1 ແມັດກ້ອນ, ຄອບຄົວບັນດາທ່ານ ຈັນສະໝອນ, ທ່ານ ບຸນມີ, ທ່ານ ເກດຕິສັກ, ທ່ານ ສີວອນ, ທ່ານ ນ້ອຍຄຳສົນ, ທ່ານ ກໍລະກັນ, ທ່ານ ຮົ່ວ, ທ່ານ ຕຸ້ຍ, ທ່ານ ຕຸ້ຍປະກອນ ​ແລະ ທ່ານ ບຸນຄົງ ຊ່ວຍເຂົ້າສານໜຽວ 960 ກິໂລກຼາມ, ແປ້ງນົວ 64 ຖົງ, ເກືອ 64 ຖົງ, ປ່ອງປາ 32 ແພັກ ເງິນສົດ 3,200,000 ກີບ ລວມ 9,920,000 ກີບ, ວັດສັນຕິພາບ+ວັດບ້ານຢອນ ຊ່ວຍເຄື່ອງນຸ່ງຫົ່ມ ມູນຄ່າ 4,000,000 ກີບ, ລວມພະນັກງານໂຄລາວແຄຣຊຽງຂວາງ ຊ່ວຍເຄື່ອງຢູ່ກິນ ແລະ ນຸ່ງຫົ່ມ ມູນຄ່າ 2,000,000 ກີບ ແລະ ທະນາຄານລາວ-ຫວຽດສາຂາແຂວງຊຽງຂວາງຊ່ວຍເຫຼືອເງິນສົດ ແລະ ວັດຖຸ ມູນຄ່າ 10,000,000 ກີບ.

ນອກຈາກ​ນັ້ນ, ທ່ານເຈົ້າແຂວງຍັງໃຫ້ຮູ້ວ່າ ຍັງມີຫຼາຍພາກສ່ວນກຳລັງເດີນທາງເຂົ້າຊ່ວຍເຫຼືອ ຂໍໃຫ້ລະວັງການເດີນທາງ ເພາະບ້ານດັ່ງກ່າວຫ່າງຈາກຕົວເມືອງໆຄຳ 74 ກິໂລແມັດ ອາດ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ເລື່ອງ​ການ​ເດີນທາງ.

 

ແຫລ່ງຂ່າວ: ບຸນມີ ແສງທຸມມີ, @ມ່ວນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...