ລາວຂໍສະເໜີຂໍຄວາມຊ່ວຍເຫຼືອທາງການເງິນຈາກໄທ ສ້າງຂົວຂ້າມນໍ້າຂອງປາກຊັນ-ບຶງການ

ລັດຖະບານລາວໄດ້ສະເໜີຂໍຄວາມຊ່ວຍເຫຼືອທາງດ້ານການເງິນຈາກໄທໃນການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ທີ່ຈະເຊື່ອມຕໍ່ສອງປະເທດເຂົ້າຫາກັນ.

ຕາມຂ່າວໜັງສືພິມວຽງຈັນທາມລາຍງານວ່າ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນນາມຂອງລັດຖະບານລາວ ໄດ້ຍື່ນໜັງສືສະເໜີເພື່ອຂໍການສະໜັບສະໜູນທາງດ້ານການເງິນບໍ່ວ່າຈະເປັນການຊ່ວຍເຫຼືອລ້າ ຫຼື ເງິນກູ້ຢືມໄປຍັງສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ ຂອງ ລາຊະອານາຈັກໄທ.

ແຫຼ່ງຂ່າວລະບຸວ່າ ຄຳຮ້ອງດັ່ງກ່າວແມ່ນຂຶ້ນກັບຝ່າຍໄທວ່າຈະພິຈາລະນາການສະໜັບສະໜຸນທາງການເງິນໃນຮູບແບບໃດ ອາດຈະເປັນ ການຊ່ວຍເຫຼືອແບບ 30-70, ເງິນກູ້ຢືມດອກເບ້ຍຕໍ່າ ຫຼື ການຊ່ວຍເຫຼືອແບບເຕັມ 100%. ແຕ່ຫຼັງຈາກທີ່ໄດ້ຫາລືກັບທາງໄທ ມີແນວໂນ້ມວ່າຈະບໍ່ແມ່ນການຊ່ວຍເຫຼືອແບບເຕັມ 100%.

ຂົວດັ່ງກ່າວຈະກໍ່ສ້າງຂຶ້ນເພື່ອເຊື່ອມຕໍ່ແຂວງບຶງການ ແລະ ແຂວງບໍລິຄຳໄຊ ມີຄວາມຍາວ 1.35 ກິໂລແມັດເໜືອແມ່ນໍ້າຂອງ. ມູນຄ່າການກໍ່ສ້າງຄາດວ່າຈະຢູ່ທີ່ 3.8 ຕື້ບາດໄທ ຫຼື ປະມານ 1,005 ຕື້ກີບ ເຊິ່ງທາງຝັ່ງໄທຈະຮັບຜິດຊອບ 2.6 ຕື້ບາດ ແລະ ທີ່ເຫຼືອ 1.2 ຕື້ບາດແມ່ນທາງລາວຮັບຜິດຊອບ.

ຂົວດັ່ງກ່າວຈະເຊື່ອມຕໍ່ກັບທາງເລກທີ 13 ໃຕ້ຂອງລາວໄປຍັງແຂວງເຫງ້ອານຂອງຫວຽດນາມ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງ 3 ປະເທດ.

 

 

ແຫລ່ງຂ່າວ: ມ່ວນສະນຸກ