Homeຂ່າວທ້ອງຖິ່ນພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟແບບບໍ່ເປັນທໍາ ແຈ້ງສາຍດ່ວນ 1510

ພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟແບບບໍ່ເປັນທໍາ ແຈ້ງສາຍດ່ວນ 1510

Published on

ກົມ​ການ​ຄ້າ​ພາຍ​ໃນ, ກະຊວງອຸດສະຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ໃນສະພາບທີ່ລາຄານໍ້າມັນເຊື້ອໄຟຢູ່ປະເທດເຮົາໄດ້ປັບຂຶ້ນເລື້ອຍໆຕາມການເໜັງຕິງຂອງຕະຫຼາດໂລກ, ດັ່ງນັ້ນກໍຂໍຮຽກຮ້ອງໃຫ້ສັງຄົມຈົ່ງຊົມໃຊ້ນໍ້າມັນເຊື້ອໄຟຢ່າງປະຢັດມັດທະຍັດ, ພ້ອມທັງເປັນຫູເປັນຕາຊ່ວຍພາກສ່ວນກ່ຽວຂ້ອງເມື່ອພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟທີ່ບໍ່ເປັນທໍາຢູ່ຕາມປໍ້າຕ່າງໆແມ່ນໃຫ້ຮີບຮ້ອນແຈ້ງສາຍດ່ວນ 1510 ຂອງກະຊວງອຸດສະຫະກໍາ ແລະ ການຄ້າທັນທີ ເພື່ອຈະໄດ້ລົງກວດກາແກ້ໄຂໄດ້ທັນເວລາ.

ກົມດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ​ລາຄາ​ນໍ້າມັນ​ສໍາເລັດຮູບຢູ່​ຕະຫຼາດ​ໂລກ​ມີການ​ເໜັງ​ຕີງ​ປັບ​ຂຶ້ນຢ່າງ​ຕໍ່​ເນື່ອງ, ໂດຍສະເພາະ​ເມື່ອ​ສົມ​ທຽບ​ລາຄາ​ຂອງຕະຫຼາດ​ໂລກແຕ່​ວັນ​ທີ 29 ມັງກອນຫາ 2 ກຸມພາ 2018 ກັບ​ລາຄາ​ນຳ​ເຂົ້ານໍ້າມັນ (CIF) ​ເຫັນ​ວ່າ​ລາຄານໍ້າມັນໃນຕະຫຼາດ​ໂລກ​​ມີ​ລາຄາ​ສູງ​ກວ່າ​ລາຄາຂາຍຢູ່​ພາຍໃນປະເທດຄື: ນັບແຕ່ວັນທີ 27 ມັງກອນມານີ້, ​ນໍ້າມັນ​ແອັດ​ຊັງ (95) ​ເພີ່ມ​ຂຶ້ນ 0.0191 ​ໂດ​ລາສະຫະລັດ ຫຼືເທົ່າກັບ 159 ກີບຕໍ່ລິດ, ​ແອັດ​ຊັງ (92) ​ເພີ່ມ​ຂຶ້ນ 0.0305 ​ໂດ​ລາສະຫະລັດເທົ່າກັບ 253 ກີບຕໍ່ລິດ ​ແລະ ກາ​ຊວນ (0.05) ​ເພີ່ມ​ຂຶ້ນ 0.0426 ​ໂດ​ລາສະຫະລັດເທົ່າກັບ 354 ກີບຕໍ່ລິດ.

ຕໍ່ບັນສະພາບດັ່ງກ່າວ, ​ຈຶ່ງ​ເຮັດ​ໃຫ້​ລາຄາ​ຂາຍຍ່ອຍ​ໜ້າປໍ້າຢູ່ປະເທດເຮົາ ໄດ້ປັບຂຶ້ນ​ລາຄາເຖິງ 3 ຄັ້ງນັບແຕ່ປີ 2018 ເປັນຕົ້ນມາ.

ກົມດັ່ງກ່າວ ໃຫ້ຮູ້ວ່າ: ​ປະ​ເທດເຮົາແມ່ນນຳ​ເຂົ້ານໍ້າມັນ​ເຊື້ອ​ໄຟ 100% ທັງ ຈາກຫວຽດນາມ ແລະ ໄທ ແລະ ການເພີ່ມຂຶ້ນຂອງລາຄານໍ້າມັນຈະສົ່ງຜົນກະທົບໂດຍກົງຕໍ່ລະບົບເສດຖະກິດມະຫາພາກ, ໂດຍສະເພາະຈະເຮັດໃຫ້ລາຄາສີນຄ້າອຸປະໂພກ-ບໍລິໂພກຕ່າງໆ, ຄ່າໂດຍສານ-ຂົນສົ່ງ, ແລະ ການບໍລິການອື່ນໆ ກໍຈະສູງຂຶ້ນຕາມມາ ແລະ ສິ່ງທີ່ໜ້າເປັນຫວ່ງກໍແມ່ນສະພາບການສວຍໂອກາດຂຶ້ນລາຄາເກີດມີຕາມມາ, ອັນຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນບໍ່ໜ້ອຍ. ແຕ່ແນວໃດຕາມ, ເພື່ອດັດສົມຄາລານໍ້າມັນໃຫ້ຢູ່ໃນລະດັບທີ່ເໝາະສົມກັບສະພາບເສດຖະກິດນັ້ນ, ​ແຕ່ລະ​ປີ​ລັດຖະບານ​ໄດ້​ນຳ​ໃຊ້​ເງິນຕາ​ຈໍານວນ​ມະຫາສານ​ເພື່ອ​ສະໜອງ​ໃຫ້​ຜູ້​ປະກອບ​ການ​ຊຳລະ​ຄ່າ​ນໍ້າມັນ​ເຊື້ອ​ໄຟ ແລະ ນໍາໃຊ້ເຄື່ອງມືຕ່າງໆເພື່ອຄວບຄຸມລາຄາບໍ່ໃຫ້ເໜັງຕິງແຮງ.

ລາຄານໍ້າມັນເຊື້ອໄຟໃໝ່ຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້ານີ້ ແມ່ນມີຜົນປະຕິບັດເລີ່ມແຕ່ມື້ນີ້ (13 ກຸມພາ 2017) ເປັນຕົ້ນໄປ. ໃນນີ້ ລາຄານໍ້າມັນໃນນະຄອນຫຼວງວຽງຈັນ ສຳລັບກາຊວນແມ່ນປັບຂຶ້ນເປັນ 8,100 ກີບຕໍ່ລິດ, ແອັດຊັງທຳມະດາ 9,120 ກີບຕໍ່ລິດ ແລະ ແອັດຊັງພິເສດ 10,210 ກີບຕໍ່ລິດ.

 

ແຫລ່ງຂ່າວ : ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...