17 ປີ ທີ່ລາວເຂົ້າອາຊຽນ ສ້າງໄດ້ຫຼາຍສິ່ງໜ້າປະທັບໃຈ

ນັບ​ແຕ່ ສປປ ລາວ ໄດ້​ເຂົ້າ​ເປັນສະ­ມາ­ຊິກ​ອາ​ຊຽນ​ໃນ​ປີ 1997 ຮອດ​ປະ­ຈຸ​ບັນ ຄົບ­ຮອບ 17 ປີ, ຕະ­ຫຼອດ​ທົດ​ສະ​ວັດ​ກວ່ານີ້

ລາວ​ໄດ້​ເອົາ­ໃຈ­ໃສ່​ກະ­ກຽມ​ຄວາມ​ພ້ອມ​ໃນ​ຫຼາຍ​ດ້ານ ເພື່ອສາ­ມາດ​ເຊື່ອມ​ໂຍງ​ດ້ານ​ການ­ເມືອງ​ເສດ­ຖະ­ກິດŒສັງ­ຄົມ​ກັບບັນ

­ດາ​ປະ­ເທດ​ອາ​ຊຽນ ແລະ ສາ­ກົນ​ຢ່າງ​ຕໍ່​ເນື່ອງ, ພື້ນ­ຖານໂຄງ​ລ່າງ, ຊັບ­ພະ­ຍາ­ກອນ​ມະ­ນຸດ​ພາຍ​ໃນ​ປະ­ເທດກໍ​ໄດ້​ຮັບການ​

ພັດ­ທະ­ນາ​ສູ່​ບາດ­ກ້າວ​ໃໝ່ ຊຶ່ງ​ບັນ­ດາ​ຜົນ­ງານ​ເຫຼົ່າ­ນັ້ນ​ໄດ້ມາ​ກໍ​ຍ້ອນ​ພັກŒລັດ​ ມີ​ແນວ­ທາງ​ນະ­ໂຍ­ບາຍ​ທີ່​ຖືກ­ຕ້ອງ​ເພື່ອ​ຈັດ

ຕັ້ງ​ນຳ­ພາ ແລະ ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ອູ້ມ­ຊູ​ຈາກ​ບັນ­ດາ​ປະເທດ​ເພື່ອນ​ມິດ ໂດຍ​ສະ­ເພາະ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ​ດ້ວຍກັນ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ໄດ້​ກ່າວ​ເນື່ອງ​ໃນ​ໂອກາດ​ ຄົບ­

ຮອບ 47 ປີ ຂອງ​ວັນ​ສ້າງ­ຕັ້ງ​ສະ­ມາ­ຄົມ​ບັນ­ດາ​ປະຊາ​ຊາດ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ຫຼື ອາ​ຊຽນ (8 ສິງ­ຫາ 1967 8 ສິງ­ຫາ

2014) ແລະ ຄົບ­ຮອບ 17 ປີ ທີ່ ສປປ ລາວ ເຂົ້າເປັນ​ສະ­ມາ­ຊິກ​ອາ​ຊຽນ (23 ກໍ­ລະ­ກົດ 1997 23 ກໍ­ລະ­ກົດ 2014 ວ່າ: ຕະ

ຫຼອດ​ໄລ­ຍະ 17 ປີ ທີ່​ລາວ​ໄດ້​ເຂົ້າ​ເປັນສະ­ມາ­ຊິກ​ອາ​ຊຽນ, ສປປ ລາວ ໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງ­ໜ້າ​ໃນ​ຂະ​ບວນ​ການ​ສ້າງປະ­ຊາ

​ຄົມ​ເສດ­ຖະ­ກິດ​ອາ​ ຊຽນ ແລະ ກໍ​ໄດ້​ເອົາ­ໃຈ­ໃສ່​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ມະຕິ​ຂອງ​ລັດ­ຖະ­ບານ ສະ­ບັບ​ເລກ​ທີ 04/ລບ, ລົງ​ວັນ

​ທີ 30 ເມ­ສາ 2013 ເພື່ອກະ­ກຽມ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນການ​ເຂົ້າ​ຮ່ວມ​ປະ­ຊາ​ຄົມ​ອາ​ ຊຽນ​ໃນ​ປີ 2015 ຊຶ່ງ​ປະ­ກອບ

​ດ້ວຍ 5 ແຜນ​ວຽກທີ່​ີ​ມີ​ຄວາມ​ສຳ­ຄັນ​ຕົ້ນ­ຕໍ​ແມ່ນ​ສ້າງ​ຄວາມເຂົ້າ­ໃຈ​ໃຫ້​ທົ່ວ​ປວງ​ ຊົນ​ກ່ຽວ​ກັບ​ປະ­ຊາຄົມ​ອາ​ຊຽນ, ສ້າງ​ກົນ

​ໄກແລະ ປັບ­ປຸງລະ­ບົບ​ປະ­ສານ​ງານ​ລະ­ຫວ່າງ​ຂະ­ແໜງການ ແລະ ທ້ອງ­ຖິ່ນ, ຄົ້ນ­ຄວ້າ​ໂຄງ­ການຜະ­ລິດ​ສິນ­ຄ້າ, ລາຍ­ການ​

ສິນ­ຄ້າ ແລະ ລະ­ບົບ​ການ​ບໍ­ລິ­ການ​ທີ່​ຕິດ​ພັນ​ກັບ​ທ່າ­ແຮງຂອງ ສປປ ລາວ ເພື່ອ​ສາ­ມາດ​ຄ້າ­ຂາຍ ແລະ ແຂ່ງ­ຂັນ​ໃນ​ຕະ­ຫຼາດ​

ອາ​ຊຽນ, ບູ​ລະນະ​ນິ­ຕິ​ກຳ ແລະ ລະ­ບຽບ​ການ​ຕ່າງໆ ສຳລັບ​ການ​ສ້າງ­ຕັ້ງ ແລະ ດຳ­ເນີນ​ທຸ­ລະ​ກິດເພື່ອ​ໃຫ້​ພາກ​ທຸ­ລະ​ກິດ​ປັບ

­ປຸງ​ຕົນ​ເອງ ແລະ ເພີ່ມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງຂັນ, ພ້ອມ​ນັ້ນ ກໍ​ເອົາ­ໃຈ­ໃສ່​ການ​ສ້າງ​ບຸກຄະ­ລາ​ກອນ​ໃນ​ຂະ­ແໜງ

­ການ ແລະ ທ້ອງຖິ່ນ​ທີ່​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ການ​ເຊື່ອມໂຍງ​ເສດ­ຖະ­ກິດ​ສາ­ກົນ​ຢ່າງ​ ເປັນ​ລະ­ບົບຕໍ່​ເນື່ອງ.

ໄປ​ຄຽງ​ຄູ່​ກັນ​ນັ້ນ ສປປ ລາວ ກໍ​ຍັງໄດ້​ລົງ­ທຶນ​ຢ່າງ​ຫຼວງ­ຫຼາຍ​ເຂົ້າ​ໃນ​ການກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ແລະ ໄດ້​ກຳນົດ​ເອົາ 8

ເສັ້ນ­ທາງເປັນ​ເສັ້ນ­ທາງ​ອາຊຽນ ແລະ 4 ສະ­ໜາມ​ບິນເປັນ​ສະໜາມ​ບິນ​ອາ​ຊຽນ, ມາ​ຮອດ​ປະ­ຈຸ​ບັນບັນ­ດາ​ຫົວ­ໜ່ວຍ​ທຸ­ລະ

​ກິດ​ການ​ຂົນ­ສົ່ງ, ບໍ­ລິ­ສັດ​ຂົນ­ສົ່ງ​ສິນ­ຄ້າ, ຂົນ­ສົ່ງ​ໂດຍ­ສານ ແລະ ອື່ນໆ​ໄດ້​ມີ​ຈຳ­ນວນ​ເພີ່ມ​ຂຶ້ນຕົ້ນ­ຕໍແມ່ນ​ບັນ­ດາ​ຫົວ­ໜ່ວຍ

​ທຸ­ລະ​ກິດ​ ການໂຮງ­ແຮມ, ເຮືອນ​ພັກ, ຮ້ານ​ອາ­ຫານ, ສະ­ຖານ­ທີ່​ບັນ​ເທິງ ແລະ ບໍ­ລິ­ສັດ​ທ່ອງທ່ຽວ ຊຶ່ງ​ທັງ​ໝົດ​ນີ້​ສະ­ແດງ​

ໃຫ້​ເຫັນ​ວ່າລາວ​ໄດ້​ມີ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ ສຳ­ຄັນ ແລະ ຈຳ­ເປັນ​ຈຳ­ນວນ​ໜຶ່ງ​ທີ່​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຊື່ອມ​ໂຍງ

ເພື່ອ​ແນ­ໃສ່ສ້າງ​ໃຫ້​ລາວ​ກາຍ­ເປັນ​ປະ­ເທດ​ບໍ­ລິ­ການທາງ­ບົກ​ຂອງ​ພາກ​ພື້ນ ແລະ ໃຫ້​ແທດເໝາະ​ກັບ​ສະ­ພາບ​ຄວາມ

​ເປັນ​ຈິງ​ຂອງ ລາວ​ທີ່​ເປັນ​ປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນຕິດ​ຈອດ​ກັບ​ທະ­ເລ.

ນອກ­ຈາກ​ນັ້ນ ທ່ານ ທອງ​ລຸນ ສີ​ສຸລິດ ຍັງ​ໃຫ້​ຮູ້​ອີ​ກວ່າ: ສຳ­ລັບ​ການ​ເຂົ້າເປັນ​ສະ­ມາ­ຊິກ​ອາ​ຊຽນ​ຂອງ ສປປ ລາວ ກໍ​ຄື​ການ

​ເຂົ້າ​ຮ່ວມ​ຂະ​ບວນ​ການ​ສ້າງປະ­ຊາ​ຄົມ​ອາ​ຊຽນ​ໃນ​ປະ­ຈຸ​ບັນ ແລະ ການ​ເຂົ້າ​ຮ່ວມ​ຂອບ​ການ​ຮ່ວມ​ມື​ອະ­ນຸ​ພາກ​ພື້ນ, ພາກ​ພື້ນ

ແລະ ສາ­ກົນ​ອື່ນໆ ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາເສດ­ຖະ­ກິດŒສັງ­ຄົມ​ຂອງ​ລາວ​ອັນ​ໄດ້ ​ປະກອບ​ສ່ວນ​ເຮັດ​ໃຫ້​ບໍ​

ລິ​ມາດ ແລະ ມູນຄ່າ​ການ​ຄ້າ, ການ​ລົງ­ທຶນ, ນັກ​ທ່ອງ​ທ່ຽວ ທີ່​ເຂົ້າ​ມາ​ທ່ຽວ​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ, ໄດ້ສ້າງ​ວຽກ​ເຮັດ​ງານ​ທຳ

ແລະ ສ້າງ​ລາຍຮັບ​ອັນ​ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນການ​ລົບ​ລ້າງ​ຄວາມ­ທຸກ​ ຍາກເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­

ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ຮັບ​ການ​ ປັບ­ປຸງ​ຂຶ້ນ​ເທື່ອ​ລະ​ກ້າວ.

ສ່ວນ​ການ​ສ້າງ​ປະ­ຊາ​ຄົມ​ອາ​ຊຽນແມ່ນ​ເປັນ​ຂະ​ບວນ​ການ​ທີ່​ຈະ​ຕ້ອງ​ໄດ້​ ສືບຕໍ່​ພາຍ­ຫຼັງ​ການ​ປະ­ກາດ​ສ້າງ­ຕັ້ງ​ປະ­ຊາ​ຄົມ​ເສດ­

ຖະ­ກິດ​ອາ​ຊຽນໃນ​ວັນ​ ທີ 31 ທັນ­ວາ 2015, ດັ່ງ­ນັ້ນ ອາ​ຊຽນຈິ່ງ​ໄດ້ເລີ່ມ​ການ​ຮ່າງ​ວິ­ໄສ​ທັດ​ປະ­ຊາ​ຄົມ​ອາຊຽນ​ຫຼັງ​ປີ 2015 ເພື່ອ

​ກຳ­ນົດ​ທິດ​ທາງເດີນ​ຂອງ​ຕົນ​ໃນ​ອະ­ນາ­ຄົດ, ລາວ ເຫັນວ່າ ຫຼັງ​ປີ 2015, ອາ​ຊຽນ​ຄວນ​ສືບ­ຕໍ່​ຮັດແໜ້ນ​ການ​ສ້າງ​ປະ­ຊາ​ຄົມ​

ທີ່​ປະ­ກອບດ້ວຍ 3 ເສົາ­ຄ້ຳ ເປັນ­ຕົ້ນ​ປະ­ຊາ​ຄົມ​ການເມືອງŒຄວາມ​ໝັ້ນ­ຄົງ, ປະ­ຊາ​ຄົມ​ເສດຖະ​ກິດ ແລະ ປະ­ຊາ​ຄົມ​ວັດ­ທະ­ນະ

­ທຳŒສັງ­ຄົມ, ອາ​ຊຽນ​ຈະ​ສຶບ​ຕໍ່​ເປັນ​ອົງ­ການຈັດ​ຕັ້ງ​ພາກ​ພື້ນ​ລະ­ຫວ່າງ​ລັດ­ຖະ­ບານ ແລະ ເປັນ​ປະ­ຊາ​ຄົມ​ທີ່­ຢູ່​ຮ່ວມ​ກັນ​ໃນ​ສັນ­

ຕິ­ພາບ ແລະ ຄວາມ​ກົມ­ກຽວ​ໃນ​ທ່າມ­ກາງຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດ­ທະ­ນະທຳ, ພາ­ສາ ແລະ ສາ­ສະ­ໜາ, ທັງ​ນີ້​ກໍເພື່ອ​

ສຶບ​ຕໍ່​ຮ່ວມ​ມື​ກັນ​ພັດ­ທະ­ນາ​ທັງ​ພາຍໃນ​ອາ​ຊຽນ ແລະ ຂະ­ຫຍາຍ​ການ​ຮ່ວມມື​ກັບ​ພາຍ​ນອກ​ບົນ​ພື້ນ­ຖານ​ບັນ­ດາ​ຫຼັກການ

​ພື້ນ­ຖານ​ຂອງ​ ອາ​ຊຽນ, ພ້ອມ​ດຽວ ກັນ​ນັ້ນ ອາ​ຊຽນ​ຈະ​ໄດ້​ສືບ­ຕໍ່​ໃຫ້​ບູ​ລີ​ມະສິດ ແລະ ຮ່ວມ​ມື​ກັນ​ເພື່ອ​ຮັດ​ແຄບ​ຄວາມ

ແຕກ​ໂຕນ​ດ້ານ​ການ​ພັດ­ທະ­ນາ ໂດຍ​ສະເພາະ​ການ​ສ້າງ​ເອ­ກະ­ສານ​ເພື່ອ​ສືບ​ທອດແຜນ​ວຽກ​ຂໍ້​ລິ​ເລີ່ມ​ເພື່ອ​ ການ​ເຊື່ອມ​

ໂຍງອາ​ຊຽນ​ໄລ­ຍະ​ສອງ ແລະ ໃຫ້​ສອດ­ຄ່ອງກັບ​ສະ­ຖາ­ນະ​ພາບ​ຫຼັງ​ປີ 2015.

ຂອບໃຈບົດຂ່າວຈາກ: http://www.sedthakid.la/home/khao/19849.html