Homeຂ່າວຕ່າງປະເທດປະທັບໃຈ! ທະຫານ - ໜ່ວຍກູ້ໄພຈີນ ກິນນ້ຳເປື້ອນ ຈົ່ງນ້ຳສະອາດໄວ້ໃຫ້ຄົນເຈັບເຫດແຜ່ນດິນໄຫວຢູນນານດື່ມແທນ

ປະທັບໃຈ! ທະຫານ – ໜ່ວຍກູ້ໄພຈີນ ກິນນ້ຳເປື້ອນ ຈົ່ງນ້ຳສະອາດໄວ້ໃຫ້ຄົນເຈັບເຫດແຜ່ນດິນໄຫວຢູນນານດື່ມແທນ

Published on

ເລື່ອງໜ້າປະທັບໃຈ ໃນຂະນະທີ່ແດນມັງກອນ ກຳລັງປະເຊີນກັບຫາຍະນະຈາກແຜ່ນດິນໄຫວຢູ່ຢູນນານ

ເມື່ອເຈົ້າໜ້າທີ່ທະຫານ ແລະ ໜ່ວຍກູ້ໄພ ຍອມກິນນ້ຳເປື້ອນ ແລ້ວເກັບນ້ຳສະອາດໄວ້ໃຫ້ຄົນເຈັບຈາກ

ເຫດແຜ່ນດິນໄຫວກິນແທນ.

 

ສື່ອອນລາຍຂອງຈີນລາຍງານ ວັນທີ 5 ສິງຫາ 2014 ຜ່ານມາວ່າ ເລື່ອງລາວດັ່ງກ່າວເກີດຂຶ້ນ ເມື່ອວັນຈັນ

ທີ 4 ສິງຫາ 2014 ໜຶ່ງວັນ ຫຼັງເກີດເຫີດແຜ່ນດິນໄຫວຮຸນແຮງໃນເມືອງຫລຼ່ຕ້ຽນ ຂອງແຂວງຢູນນານ

ໂດຍເຈົ້າໜ້າທີ່ກູ້ໄພ ທີ່ກຳລັງພັກຜ່ອນໃນໂຮງຮຽນປະຖົມຫລົງສວນ ຂອງບ້ານຫລົງໂຖຊານ ພື້ນທີ່ທີ່ຖືກ

ຜົນກະທົບໜັກທີ່ສຸດ ໄດ້ນຳເອົານ້ຳທີ່ປົນເປື້ອນດິນຂີ້ຕົ້ມ ຈົນກາຍເປັນສີນ້ຳຕານເຂັ້ມ ມາຕົ້ມໃຫ້ຮ້ອນ

ເພື່ອໃຊ້ໃນການຫຸງເຂົ້າ ແລະ ລວກໝີ່ເຄິ່ງສຳເລັດຮູບກິນ ພ້ອມທັງກັກຕຸນນ້ຳສະອາດທີ່ມີປະລິມານໜ້ອຍ

ໄວ້ໃຫ້ຄົນເຈັບໄດ້ດື່ມກິນແທນ.

 

ຫາຍະນະທີ່ເກີດຂຶ້ນໃນເມືອງຫລູ່ຕ້ຽນ ແລະ ເມືອງເຈົາທົງ ຂອງແຂວງຢູນນານ ທີ່ແຜ່ນດິນສັ່ນສະເທືອນ

ເຖິງລະດັບ 6.5 ຣິກເຕີ້ ເກີດຂຶ້ນເມື່ອວັນອາທິດທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດເກືອບ 600 ຄົນ ແລະ

ບາດເຈັບອີກກ່ວາ 2,400 ຄົນ, ປະຊາຊົນໃນທ້ອງຖິ່ນ ໄດ້ຮັບຜົນກະທົບຮ່ວມອີກຫຼາຍລ້ານຄົນ ເຊິ່ງນັບ

ເປັນເຫດແຜ່ນດິນໄຫວຄັ້ງຮຸນແຮງທີ່ສຸດ ໃນຮອບ 14 ປີ ຂອງແຂວງຢູນນານ.

 

557000009205302

557000009205303

557000009205304

557000009205305

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...