spot_img
Homeຂ່າວທ້ອງຖິ່ນຕາຝັ່ງເຈື່ອນຢູ່ຫາດຊາຍຟອງ ໃກ້ສູນດາວທຽມ ທ່ານ ລັດຖະມົນຕີ - ຮອງເຈົ້າຄອງ ລົງກວດກາໂຕຈິງ!

ຕາຝັ່ງເຈື່ອນຢູ່ຫາດຊາຍຟອງ ໃກ້ສູນດາວທຽມ ທ່ານ ລັດຖະມົນຕີ – ຮອງເຈົ້າຄອງ ລົງກວດກາໂຕຈິງ!

Published on

ທ່ານ ຫຽມ ພົມມະຈັນ ລັດຖະ​ມົນຕີ​ວ່າການ ກະຊວງ​ໂທລະ​ຄົມມະນາຄົມ-ໄປສະນີ ແລະ​ ການ​ສື່ສານ

ທ່ານ ແກ້ວ​ພິລາ​ວັນ ​ອາໄພ​ລາດ​ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ ໄດ້​ລົງ​ຕິດຕາມ​ເບິ່ງ​ສະພາບ​ຂອງ​ຕາຝັ່ງ​

ເຈື່ອນ ​ຢູ່​ທີ່​ສູນ​ດາວ​ທຽມ​ ເຂດ​ບ້ານ​ນາ​ໄຮ່​ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 5 ສິງ

ຫາ 2014 ທີ່​ຜ່ານ​ມາ​ໂດຍ​ມີທ່ານ ບຸນ​ທາມ ພຸດທະ​ວົງສາ ເຈົ້າເມືອງ​ຫາດ​ຊາຍ​ຟອງ​ ພ້ອມ​ດ້ວຍ​ພາກ

ສ່ວນ​ກ່ຽວຂ້ອງ​ຂອງ​ເມືອງ.

 

ການ​ລົງ​ຕິດຕາມ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ການ​ລາຍ​ງານ​ສະພາບ​ຕົວ​ຈິງ​ ຈາກ​ການ​ນຳ​ຂອງ​ເມືອງ ເຊິ່ງ​ຈຸດ​ທຳ​ອິດ

​ການ​ນຳ​ໄດ້​ລົງໄປ​ກວດກາ​ເບິ່ງ​ສະພາບ​ຕົວ​ຈິງ ​ແມ່ນ​ຢູ່​ຫຼັງ​ສູນ​ດາວ​ທຽມ ເຊິ່ງ​ກໍ່​ເປັນ​ອີກ​ຈຸດ​ໜຶ່ງທີ່​ເກີດ​ມີ

​ຕາຝັ່ງ​ເຈື່ອນ​ຍ້ອນ​ໄພ​ທຳມະ​ຊາດ ແລະ ກໍ່​ເປັນ​ຈຸດ​ທີ່​ສຳຄັນ ເພາະ​ໃກ້​ກັບ​ສະຖານີ​ດາວ​ທຽມ ເພື່ອ​ເປັນ​ການ

​ປ້ອງ​ກັນບໍ່​ໃຫ້​ເກີດມີ​ສະພາບ​ຢ່າງຮ້າຍ​ແຮງ​ໄປ​ກວ່າ​ນີ້​ອີກ ​ ຈາກ​ນັ້ນ ກໍ່​ໄດ້​ໄປ​ກວດກາເບິ່ງ​ຢູ່​ເຂດ​ບ້ານ​ໜອງ

​ແຫ້ວ​ ທີ່ຢູ່​ໃກ້​ກັບ​ຕາຝັ່ງ​ເຈື່ອນ ​ເຊິ່ງ​ເປັນ​ຈຸດ​ທີ່​ຖືກເຈື່ອນ​ຕໍ່​ຈາກ​ສະຖານີ​ດາວ​ທຽມ​ລົງ​ມາ​ ຈົນ​ຮອດ​ເຂດ

​ບ້ານ​ດົງ​ໂພ​ສີ ເຫັນ​ໄດ້​ສະພາບ​ຕົວ​ຈິງ​ເຖິງ​ຄວາມ​ເສຍ​ຫາຍ​ ເພື່ອ​ທີ່​ຈະ​ໄດ້​ນຳ​ສະເໜີ​ຂໍ​ງົບປະມານ​ມາ​ສ້ອມ

ແປງ ​ເຮັດຕາຝັ່ງ​ເຈື່ອນ​ຢ່າງ​ຮີບ​ດ່ວນ.

 

ຂອບໃຈຂ່າວຈາກ: http://vientianemai.net/teen/khao/1/12402

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...