ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີ ຖວາຍພະເພີງ ພະບໍລົມມະສົບ

ວັນທີ 26 ຕຸລາ 2017, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຂົ້າຮ່ວມ ພິທີຖວາຍພະເພີງ ພະບໍລົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ, ຣັດຊະການທີ 9  ແຫ່ງ ຣາຊະອານາຈັກໄທ ທີ່ ບາງກອກ ໂດຍມີການເຂົ້າຮ່ວມ ຂອງກະສັດ ແລະ ການນຳຂັ້ນສູງ ຈາກບັນດາປະເທດຕ່າງໆໃນໂລກ, ທູຕານຸທູດຕ່າງປະເທດ ປະຈຳຣາຊະອານາຈັກໄທ ແລະ ອື່ນໆ. ໃນພິທີຖວາຍພະເພີງຄັ້ງນີ້, ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບ ພະຍະວະຣາງກຸນ (ຣັດຊະການທີ 10), ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ໃນຣັດຊະການທີ 9, ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ພະບໍຣົມວົງສານຸວົງທຸກພະອົງ; ເຈົ້າໜ້າທີ່ຂັ້ນສູງ, ທະຫານ,​ ຕໍາຫລວດ ແລະ ປວງຊົນຊາວໄທ ໄດ້ເຂົ້າຮ່ວມ ເພື່ອສະແດງຄວາມເຄົາລົບ ແລະ ໄຫ້ວອາໄລ ຕໍ່ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດແຫ່ງ ຣາຊະອານາຈັກ ໄທ.

ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ປະສູດ​ເມື່ອ​ວັນ​ທີ 05 ທັນວາ 1927 ​ເປັນ​ໂອຣົດໃນ ສົມ​ເດັດ​ພະ​ມະຫິ​ຕະລາ​ທິ​ເບ​ດ ອະດຸນ​ຍະ​ເດັດ​ວິກົມ ພະ​ບໍຣົມຣາຊະນົກ ​ແລະ ສົມ​ເດັດ​ພະ​ສີ​ນະຄະຣິນທະຣາ ບໍຣົມຣາຊະ​ຊົນນະ​ນີ. ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ອະພິ​ເສກ​ສົມຣົດກັບ ສົມເດັດພະນາງ ເຈົ້າສິຣິກິດ ພະບໍຣົມຣາຊິນີນາດ  ​ໃນ​ວັນ​ທີ 05 ພຶດສະພາ 1950 ມີຣາຊະບຸ​ດ 4 ພະ​ອົງ ​ໄດ້​ແກ່ ທຸນກະຫມ່ອມຍິງ ອຸບົນຣັດຣາຊະກັນຍາ ສິຣິວັດທະນາພັນນະວະດີ, ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກຸນ, ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ​ແລະ ສົມ​ເດັດ​ພະເຈົ້າລູກເທີ ເຈົ້າຟ້າ​ຈຸລາ​ພອນວະໄລລັກ ອັກຄະຣາຊະກຸມາຣີ.

ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ ຂຶ້ນ​ຄອງຣາດ​ໃນ​ວັນ​ທີ 09 ມິຖຸນາ 1946 ​ແລະ ​ເປັນ​ພະ​ມະຫາ​ກະສັດຣັດຊະ​ການ​ທີ 9 ​ໃນຣາຊະ​ວົງ​ຈັກ ກຣີ ​ແລະ ຊິ້ນ​ພະ​ຊົນ ​ໃນ​ວັນ​ທີ 13 ຕຸລາ 2016. ພະອົງ​ເປັນ​ພະຣາຊາ ທີ່ມີນໍ້າໃຈເສຍສະຫລະ ອັນສູງສົ່ງ ແລະ ມີຄຸນງາມຄວາມດີອັນໃຫຍ່ຫລວງ ໃນການອຸທິດໃຫ້ແກ່ປະເທດຊາດ ແລະ ປວງຊົນຊາວໄທ ຕະຫລອດ 70 ປີ ຂອງການຄອງລາດ ອັນໄດ້ເຮັດໃຫ້ພະອົງ ເປັນທີ່ເຄົາລົບຮັກ ຂອງປວງຊົນຊາວໄທ ທຸກຖ້ວນໜ້າ ແລະ ຖືເປັນກະສັດ​ທີ່​ມີ​ອາຍຸ​ຄອງ​ລາດ ຍາວ​ນານ​ທີ່​ສຸດ​ໃນ​ໂລກ. ພ້ອມນີ້, ພະບາດສົມເດັດ ພະປະຣະມິນທະຣະມະຫາພູມິພົນ ອະດຸນຍະເດດ ບໍຣົມນາດບໍພິດ ກໍ່ໄດ້ມີບົດບາດສຳຄັນໃນການປັບປຸງ ແລະ ຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຕະຫລອດມາ. ການສະເດັດຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມໃນ ພິທີເປີດການນຳໃຊ້ ຂົວມິດຕະພາບແມ່ນໍ້າຂອງ ລາວ-ໄທ ແຫ່ງທີ່ 1 ນະຄອນຫລວງວຽງຈັນ-ໜອງຄາຍ ໃນເດືອນ ເມສາ 1994 ແລະ ໂດຍສະເພາະ ໂຄງການພະຣາຊະດຳຣິຂອງພະອົງຢູ່ ສປປ ລາວ: ໂຄງການພັດທະນາ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ (ຫລັກ 22) ໄດ້ກາຍເປັນສັນຍາລັກ ແຫ່ງໄມຕີຈິດ, ມິດຕະພາບ ຖານບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງ.

ສຳລັບ ສປປ ລາວ ການຈາກໄປຂອງພະອົງ ເປັນການສູນເສຍເພື່ອນມິດ ທີ່ມີຄຸນຄວາມດີຢ່າງໃຫຍ່ຫລວງ ໃນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດ ຕະພາບ ອັນດີງາມ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ໄທ. ການເຂົ້າຮ່ວມໃນພິທີຖວາຍພະເພີງ ພະບໍຣົມມະສົບ ພະບາດສົມເດັດ ພະປະຣະມິນທະຣະ ມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດ  ໃນຄັ້ງນີ້ ເປັນການສະແດງ ຄວາມໄຫວ້ອາໄລຮັກ ພ້ອມທັງ ເປັນການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງ ທີ່ ພະອົງໄດ້ເສຍສະຫລະ ແລະ ອຸທິດຕໍ່ປະເທດຊາດ ແລະ ປວງຊົນຊາວໄທ ກໍຄື ການປະກອບເຂົ້າໃນ ການພັດທະນາ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ໄທ ທີ່ນັບມື້ນັບໄດ້ຮັບ ການພັດທະນາຍິ່ງຂຶ້ນ.

ຕິດຕາມ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ເຂົ້າຮ່ວມໃນພິທີ ຖວາຍພະເພີງໃນຄັ້ງນີ້ ມີ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງ ປະເທດ ແລະ ເຈົ້າໜ້າທີ່ຂັ້ນສູງ ທີ່ກ່ຽວຂ້ອງຂອງລາວ ຈຳນວນໜຶ່ງ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ