ປະທານປະເທດ ລົງຊຸກຍູ້ການພັດທະນາເມືອງສັງທອງ

ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະເທດ ແລະ ທ່ານ ສິນລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມພົບ​ປະ​ອຳນາດ​ການ​ປົກຄອງ ແລະ ປະຊາຊົນຢູ່​ເມືອງ​ສັງ​ທອງ ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 13 ຕຸລາ 2017 ທີ່​ເມືອງ​ສັງ​ທອງ ເພື່ອ​ຊຸກຍູ້​ການຈັດຕັ້ງ​ປະຕິບັດແຜນ​ພັດທະນາເສດຖະກິດ-ສັງຄົມ​ຂອງ​ເມືອງ​ ໃຫ້​ມີ​ການເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ສາມາດ​ຕອບ​ສະໜອງ​ໄດ້​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໄລຍະ​ໃໝ່​ຂອງ​ພັກ-ລັດຖະບານ​ວາງອອກ​ໃຫ້​ປະສົບ​ຜົນ​ເປັນ​ຈິງ.

ທ່ານ ຄຳ​ໝູນ ຕຽງ​ທະ​ລາດ ເຈົ້າເມືອງ​ສັງ​ສອງ ໄດ້​ລາຍ​ງານກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດແຜນ​ພັດທະນາ​ເສດຖະ ກິດ-ສັງຄົມຂອງ​ເມືອງ​ໂດຍ​ຫຍໍ້​ວ່າ: ເມືອງ​ສັງ​ທອງ ໄດ້​ຖື​ເອົາ​ວຽກ​ງານເສດຖະກິດ ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ເປັນ​ບັນຫາ​ສຳຄັນ ແລະ ເປັນ​ບຸລິມະສິດອັນ​ດັບ​ໜຶ່ງ​ຂອງ​ເມືອງ ຈຶ່ງ​ໄດ້​ກຳນົດ​ເອົາ​ວຽກ​ງານ​ກະສິກຳ​ເປັນ​ທ່າແຮງ ໂດຍ​ຕິດ​ພັນ​ກັບ​ການ​ບໍ​ລິການທ່ອງທ່ຽວ ເພື່ອ​ຍູ້​ແຮງ​ການພັດທະນາ​ເສດຖະກິດ-ສັງຄົມ ຕາມ​ກົນ​ໄກເສດຖະ ກິດ​ຕະຫຼາດ ທີ່​ມີ​ການ​ນຳພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ດັດສົມ​ຂອງ​ລັດ ຕັ້ງໜ້າ​ຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ​ຂອງເມືອງ ເຮັດ​ໃຫ້​ເສດຖະກິດ​ຂອງເມືອງ​ຂະຫຍາຍຕົວ​ຕໍ່​ເນື່ອງ​ໃນ​ລະດັບ 12% ຕໍ່​ປີ ລວມ​ຍອດ​ຜະລິດຕະ​ພັນ​ພາຍ​ໃນ​ບັນລຸ​ໄດ້ 574,08 ຕື້​ກີບ ສະເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນ ປະຕິບັດ​ໄດ້ 16 ລ້ານ​ກວ່າ​ກີບຕໍ່ຄົນ​ຕໍ່​ປີ ສ່ວນ​ຄອບຄົວ​ທຸກ​ຍາກແກ້​ໄຂ​ໄດ້​ໂດຍ​ພື້ນຖານ.

ພ້ອມ​ນັ້ນ ໄດ້​ສະເໜີ​ຂໍ​ທິດ​ຊີ້ນຳ​ຕໍ່​ການ​ນຳ ເປັນຕົ້ນ​ແມ່ນ: ໃຫ້ການ​ນຳ​ພັກ-ລັດຂັ້ນ​ນະຄອນຫຼວງ ແລະ ສູນ​ກາງ ສືບຕໍ່​ໃກ້ຊິດຕິດ​ແທດ ແລະ ໃຫ້​ທິດ​ຊີ້​ນຳ​ແກ່ເມືອງ​ສັງ​ທອງ​ເປັນ​ປະຈຳ ແລະ ຕໍ່​ເນື່ອງ ຂໍ​ທຶນຮອນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ການ​ພັດທະ​ນາ​ຊັບພະຍາກອນ​ມະນຸດ​ໃນແຕ່​ລະ​ປີ ເພື່ອ​ເຮັດ​ໃຫ້​ເມືອງ​ສັງທອງ​ມີ​ການ​ພັດທະນາ​ຢ່າງ​ຕໍ່ເນື່ອງ ​ທຽບ​ເທົ່າ​ກັບ​ບັນດາ​ເມືອງໃນ​ນະຄອນຫຼວງ ໃຫ້​ພະ​ແນກການ​ກ່ຽວຂ້ອງ​ນະຄອນຫຼວງ ແລະ ສູນ​ກາງ ສະໜັບ​ສະ​ໜູບ ແລະ ວາງ​ນະໂຍບາຍ​ໃຫ້​ສອດຄ່ອງ​ກັບ​ທິດ 3 ສ້າງ ເພື່ອ​ເປັນບ່ອນ​ອີງ​ໃຫ້​ເມືອງ​ໃນ​ການ​ປະຕິບັດ​ຕົວ​ຈິງ ກ່ຽວ​ກັບ​ການ​ສ້າງເມືອງ​ເຂັ້ມແຂງ​ຮອບດ້ານ ແລະ ສະເໜີ​ຂັ້ນ​ເທິງ​ສະໜັບສະໜູນ ແລະ ສ້າງ​ເງື່ອນໄຂ​ເພື່ອ​ອຳນວຍຄວາມ​ສະດວກ​ໃຫ້​ແກ່​ການ​ດຶງດູດ​ການ​ລົງທຶນ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ ໂດຍ​ທຶນ​ຊ່ວຍເຫຼືອ​ລ້າ ຫຼື ທຶນ​ເຂົາເຈົ້າ​ເອງ ເພື່ອຫຼຸດຜ່ອນ​ການ​ນຳ​ໃຊ້​ງົບປະມານຂອງ​ລັດ ແນໃສ່​ພັດທະນາ​ເມືອງສັງ​ທອງ ທີ່​ເປັນ​ເຂດ​ພື້ນຖານ​ການປະຕິວັດ ໃນ​ສະໄໝ​ຕໍ່ສູ້​ກູ້​ຊາດ​ມີ​ໃບ​ໜ້າ​ໃໝ່ ແລະ ຜົນງານ​ຍິ່ງ​ໃຫຍ່ກວ່າ​ເກົ່າ.

ຈາກ​ນັ້ນ ສະຫາຍ ບຸນ​ຍັງ ວໍລະ​ຈິດ ໄດ້​ໃຫ້​ກຽດ​ໂອ້​ລົມ ເຊິ່ງທ່ານ​ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ກັບ​ຜົນສຳເລັດ​ທີ່​ອົງການ​ປົກຄອງ​ເມືອງ ແລະ ອຳນາດ​ການ​ປົກຄອງ​ບ້ານພາຍ​ໃນ​ເມືອງ ສາມາດ​ຍາດ​ມາໄດ້​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ສະແດງ​ອອກ​ໃນ​ການ​ພັດທະນາພື້ນຖານ​ໂຄງ​ລ່າງ ມີ​ເສັ້ນທາງ​ໄປມາ​ສະດວກ​ສະບາຍ ປະຊາຊົນຢູ່​ດີ​ກິນ​ດີ​ ມີ​ຄວາມ​ຜາ​ສຸກ ແຕ່​ເຖິງຢ່າງໃດ​ກໍ່​ດີ ເມືອງ​ຍັງ​ມີ​ຂໍ້ຄົງຄ້າງທີ່​ຈະ​ຕ້ອງ​ເອົາໃຈໃສ່​ແກ້​ໄຂ ເມື່ອທຽບໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ທາງ​ດ້ານ​ການເມືອງ​ໃນ​ໄລຍະ​ໃໝ່ ເປັນຕົ້ນແມ່ນ​ວຽກ​ງານ ​ປກຊ-​ປກສ ປາກົດການ​ຫຍໍ້ທໍ້ ຢາ​ເສບ​ຕິດ ໃຫ້​ຊອກ​ຫາ​ເຫດຜົນ ພ້ອມ​ທັງ​ຄຸ້ມ​ຄອງ ແລະ ແກ້​ໄຂ ເພື່ອ​ຮັບປະກັນ​ໃຫ້​ບ້ານ​ເມືອງ​ມີຄວາມ​ສະຫງົບ ວຽກ​ງານ​ນະ​ໂຍບາຍ​ການ​ເບິ່ງແຍງ​ຊີວິດ​ການເປັນ​ຢູ່​ຂອງ​ພະນັກງານ​ບຳນານ ຕ້ອງ​ປະຕິບັດ​ຕາມ​ລະບຽບ ເອົາໃຈ​ໃສ່​ເປັນ​ເຈົ້າ​ການ ແລະ ການປະຕິບັດ​ນະໂຍ ບາຍ​ອື່ນໆ ຕ້ອງ​ມີມາດຕະຖານ ມີ​ລະບຽບ​ປະຕິບັດໃຫ້​ໄດ້​ຕາມ​ກຳນົດ ນະໂຍບາຍຊົນເຜົ່າ ເປັນຕົ້ນແມ່ນ​ການ​ຮ່ຳຮຽນ ຕ້ອງ​ມີ​ຄວາມ​ສາມັກຄີ ການ​ສ້າງ​ພະນັກງານ ເພດ​ໄວ ເຜົ່າ​ຊົນ ບັນຫາ​ສະເພາະ ໃຫ້​ປະຕິ​ບັດ​ລະບຽບ​ກົດໝາຍ ກຳ​ໃຫ້ແໜ້ນ ແກ້​ໄຂ​ໃຫ້​ຖືກ ສຶກ​ສາ​ອົບຮົມ​ໃຫ້​ສະມາຊິກ​ພັກ ໃຫ້​ເອົາໃຈໃສ່​ຊີ້​ນຳພາ​ອົງ​ການຈັດຕັ້ງ​ມະຫາຊົນ ໂດຍ​ສະເພາະແມ່ນ​ຊາວໜຸ່ມ​ທົ່ວ​ໄປ ສຶກ​ສາ​ອົບຮົມ​ແຍກໃຫ້​ໄດ້​ບັນຫາ​ຕ່າງໆ ແກ້​ໄຂ​ປາກົດ​ການ​ຫຍໍ້ທໍ້​ໃນ​ເອື້ອຍ​ນ້ອງ​ແມ່ຍິງ ພ້ອມ​ນີ້ ​ປະທານ​ປະເທດຮຽກຮ້ອງ​ໃຫ້​ສະມາຊິກ​ພັກ​ ສືບຕໍ່ຮັກສາ​ມູນເຊື້ອ​ເມືອງ​ວິລະ​ຊົນ ໃຫ້​ສືບ​ທອດ​ໄປ​ຮຸ່ນ​ຕໍ່​ຮຸ່ນ ຄ່ຽງ​ຄູກັບ​ການ​ພັດທະນາ ໃຫ້​ສຸມ​ໃສ່​ຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມໃຫຍ່ ຄັ້ງ​ທີ X ຂອງ​ພັກ ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງອົງຄະ​ນະ​ພັກ​ນະຄອນຫຼວງ​ວຽງຈັນ (ເປັນຕົ້ນ 6 ວິໄສ​ທັດ 6 ຍຸດທະ​ສາດ 18 ຄາດໝາຍ​ໃຫຍ່ 6 ໂຄງການ​ບຸກ​ທະລຸ 16 ໂຄງການໃຫຍ່​ລະດັບ​ຊາດ) ຢູ່​ນະຄອນຫຼວງ​ວຽງ​ຈັນ ແລະ ມະຕິ​ກອງປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງຄະນະ​ພັກ​ເມືອງ​ສັງ​ທອງ ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ໂອກາດ​ນີ້ ປະທານ​ປະເທດ ພ້ອມ​ດ້ວຍ​ຄະນະ ໄດ້​ໄປ​ຢ້ຽມ​ຊົມສວນ​ຢາງພາລາ​ຂອງ​ທ່ານ ດາວພອນ ພິລາ​ວົງ ຢູ່​ບ້ານ​ສະ​ນ໋ອດ ຈາກ​ນັ້ນ ກໍ່​ໄດ້​ໄປ​ຢ້ຽມຢາມ​ຟາມທະວີ​ໂຊກຂອງ​ທ່ານ ບຸນ​ທະໜອມ ວັນ​ນຸ​ວົງ ຢູ່​ບ້ານ​ໜອງ​ບົວ ເມືອງ​ສັງ​ທອງ ເພື່ອ​ຊຸກຍູ້​ສົ່ງເສີມ ແລະ ໃຫ້​ທິດ​ຊີ້​ນຳ​ໃນ​ການ​ພັດ​ທະນາ​ວຽກ​ງານ​ດັ່ງກ່າວ ​ໃຫ້​ໄດ້ໝາກຜົນ​ທີ່​ດີ​ຂຶ້ນ​ເລື້ອຍໆ.

 

ແຫລ່ງຂ່າວ: ໜັງສືພິມ ວຽງຈັນໃໝ່