ຜູ້ສັນຈອນຮ້ອງແກ້ບັນຫາທາງຂ້າມລະຫວ່າງ ຕະຫຼາດຂົວດິນ-ຕະຫຼາດເຊົ້າ

ສະພາບການຂ້າມກຳແພງຢ່າງອີລາກອີເລືອ ຖ້ານຸ່ງສີ້ນແຮ່ງຊິຍາກເຂົ້າຕື່ມ

ນັກຂ່າວລາຍງານເມື່ອວັນທີ 18 ສິງຫາ 2017 ເຖິງບັນຫາຄວາມຫຍຸ້ງຍາກໃນການຂ້າມທາງ ຈາກຕະຫຼາດຂົວດິນ-ຕະຫຼາດເຊົ້າ ວ່າ ປັດຈຸບັນຜູ້ສັນຈອນມີຄວາມຫຍຸ້ງຍາກ ໃນການຂ້າມທາງດັ່ງກ່າວ.

ເພື່ອເປັນການແກ້ໄຂບັນຫາການສັນຈອນ ໃນເສັ້ນທາງບໍລິເວນຕະຫຼາດເຊົ້າກັບຕະຫຼາດເຊົ້າ ພະແນກໂຍທາທິການແລະຂົນສົ່ງນະຄອນຫຼວງ ຮ່ວມກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ວາງແຜນແລະວາງແທ່ງຊີມັງເປັນກຳແພງຂັ້ນກາງທາງ ເພື່ອບໍ່ໃຫ້ລົດລ້ຽວກັບໃນບໍລິເວນດັ່ງກ່າວໄດ້ ການໃສ່ກຳແພງດັ່ງກ່າວເຫັນໄດ້ວ່າສະພາບການສັນຈອນແມ່ນເຂົ້າສູ່ລະບຽບດີ ໂດຍສະເພາະແມ່ນການສັນຈອນຂອງລົດ.

ແຕ່ໃນຂະນະດຽວກັນ, ການວາງສິ່ງກີດຂວາງເປັນກຳແພງດັ່ງກ່າວນັ້ນ ພັດກະທົບກັບການຂ້າມທາງຂອງຜູ້ສັນຈອນທີ່ຈະຂ້າມທາງ ເນື່ອງຈາກບໍ່ໄດ້ຈົ່ງປ່ອງໄວ້ (ອາດຈະດ້ວຍເຫດຜົນທາງດ້ານຄວາມປອດໄພ) ແຕ່ໃນສະພາບຕົວຈິງແລ້ວນັ້ນ ຜູ້ສັນຈອນມີຄວາມລຳບາກ ຊິຍ່າງລຽບໄປຫາບ່ອນທີ່ຈົ່ງປ່ອງໄວ້(ຫນ້າກະຊວງປ້ອງກັນຄວາມສະຫງົບ) ຫຼືຍ່າງໄປຂ້າມຢູ່ສີ່ແຍກໄປແດງ ກໍເຫັນວ່າໄກສົມຄວນ ຈຶ່ງໄດ້ພາກັນຍ່າງລັດແລະປິນກຳແພງດັ່ງທີ່ເຫັນໃນຮູບ.

ຜູ້ສັນຈອນທ່ານໜຶ່ງໄດ້ຝາກເຖິງພາກສ່ວນທີ່ກ່ຽວຂ້ອງວ່າ: ຢາກໃຫ້ຈົ່ງປ່ອງໃຫ້ຄົນສາມາດຍ່າງຜ່ານໄດ້ ຄືກັນກັບປ່ອງທີ່ຈົ່ງໄວ້ຢູ່ຫນ້າກະຊວງປ້ອງກັນຄວາມສະຫງົບ ຫຼືບໍ່ກໍຄວນຈະສ້າງຂົວຂ້າມທາງໃຫ້ປະຊາຊົນແດ່ ເພາະການຂ້າມທາງແບບທີ່ເຫັນນີ້ມີຄວາມສ່ຽງທີ່ຈະເກີດອຸບັດເຫດຕົກກຳແພງ ແລະສ່ຽງຕໍ່ອຸບັດເຫດລົດຕຳໄດ້.

ຜູ້ສັນຈອນຈາກຂົວດິນ-ຕະຫຼາດເຊົ້າຕ້ອງປິນຂ້າມດ້ວຍຄວາມລຳບາກ ບາງຄັ້ງມີຜູ້ເຖົ້າ ແມ່ມານ ເດັກນ້ອຍ ກໍໄດ້ພາກັນຍ່າງລຽບໄປໄກໆ ກ່ອນຈະຂ້າມໄປຫາຟາກໜຶ່ງໄດ້
ຈະຈົ່ງປ່ອງໄວ້ແບບນີ້ ຫຼື ຈະເຮັດຂົວຂ້າມ ກໍດີຄືກັນ

 

3 COMMENTS

  1. ຍອມຮັບວ່າຫຸ້ຍງຍາກໃນການຂ້າມທາງໃນແຖວນັ້ນ ຖ້າຊີຂັ້ນດ້ວຍແທ່ງຊີມັງບໍ່ຄວນເຮັດສູງປານນັ້ນ. ເຮັດພໍກັນລົດໄດ້ ແລະ ໃຫ້ຄົນສາມາດຂ້າມໄດ້ງ່າຍແດ່

  2. ຈາກການເບີ່ງບ່ອນຄົນຂ້າມ ມັນເປັນທາງມ້າລາຍ ທາງຄົນຕ້ອງຍ່າງຜ່ານ ເປັນຫຍັງຄືໄປຕັນໄວ້ຈັ່ງຊັ້ນ ຢ້ານລົດຈັກລ້ຽວກະເອົາອິດມາຕັນໄວ້ ແຕ່ຖາມວ່າສ້າງຂົວຂ້າມທາງກະດີຄືກັນ

  3. ໃຫ້ລົດແລ່ນສະດວກ ຜັດວ່າຄົນຂ້າມທາງຍາກ, ຖ້າຢາກໃຫ້ສະດວກທັງສອງກໍລະນີ ແລະ ມີຄວາມປອດໄພ ແມ່ນມີແຕ່ລົງທຶນສ້າງຂົວຂ້າມເທົ່ານັ້ນ…?

Comments are closed.