ສີຈິ້ນຜິງ ຮ່ວມພິທີສວນສະໜາມ ສະຫລອງກອງທັບຈີນ ຄົບຮອບ 90 ປີ ຢ່າງຍິ່ງໃຫຍ່ (ເບິ່ງຄລິບ)

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 31 ກໍລະກົດຜ່ານມານີ້ວ່າ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເຂົ້າຮ່ວມເປັນປະທານໃນພິທີກວດການສວນສະໜາມຂອງກອງທັບ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 90 ປີ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຕີບໃຫຍ່ເຂັ້ມແຂງ ທາງດ້ານກຳລັງພົນ ແລະ ຍຸດໂທປະກອນຈຳນວນມະຫາສານ, ໃນນີ້ ຍັງມີການສະແດງແສນຍານຸພາບ ເຕັກໂນໂລຊີທາງການທະຫານທີ່ທັນສະໄໝຂອງກອງທັບ ບໍ່ວ່າຈະເປັນເຮືອບິນສູ້ຮົບ, ຂີປະນາວຸດຂ້າມທະວີບຕິດຫົວຮົບນິວເຄລຍ, ເຮລິຄອບເຕີ້, ລົດຕັງ-ຍານເກາະ ແລະ ກອງຕີພິເສດ.

ພິທີສວນສະໜາມດັ່ງກ່າວ ຈັດຂຶ້ນໃນທະເລຊາຍແຄວ້ນມອງໂກລີຂອງຈີນ ໂດຍພາຍໃນພິທີ ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ກ່າວວ່າ ຈະຕ້ອງມີຄວາມພ້ອມທີ່ຈະທຳລາຍລ້າງຜູ້ຮຸກຮານທັງໝົດ ບໍ່ວ່າຈະເປັນໃຜກໍຕາມ.

1 COMMENT

  1. […] ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 31 ກໍລະກົດຜ່ານມານີ້ວ່າ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເຂົ້າຮ່ວມເປັນປະທານໃນພິທີກວດການສວນສະໜາມຂອງກອງທັບ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 90 ປີ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຕີບໃຫຍ່ເຂັ້ມແຂງ ທາງດ້ານກຳລັງພົນ ແລະ ຍຸດໂທປະກອນຈຳນວນມະຫາສານ, ໃນນີ້ ຍັງມີການສະແດງແສນຍານຸພາບ ເຕັກໂນໂລຊີທາງການທະຫານທີ່ທັນສະໄໝຂອງກອງທັບ ບໍ່ວ່າຈະເປັນເຮືອບິນສູ້ຮົບ, ຂີປະນາວຸດຂ້າມທະວີບຕິດຫົວຮົບນິວເຄລຍ, ເຮລິຄອບເຕີ້, ລົດຕັງ-ຍານເກາະ ແລະ ກອງຕີພິເສດ. […]

Comments are closed.