ນ້ຳຖ້ວມໜັກຢູ່ອິນເດຍ ຍອດຜູ້ເສຍຊີວິດເພີ່ມຂຶ້ນສູງກວ່າ 200 ຄົນແລ້ວ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ກໍລະກົດນີ້ວ່າ ຍອດຜູ້ເສຍຊີວິດຈາກອຸທົກກະໄພຄັ້ງໃຫ່ຍ ໃນລັດຄຸຊຣາດ ທາງພາກ ຕາເວັນຕົກຂອງປະເທດອິນເດຍ ໄດ້ເພີ່ມຂື້ນຢ່າງໜ້ອຍ 213 ຄົນ ນັບຕັ້ງແຕ່ຕົ້ນເດືອນຈົນຮອດປັດຈຸບັນ ເນື່ອງຈາກເກີດຝົນຕົກໜັກ ແລະ ດິນເຈື່ອນ. ຂະນະດຽວກັນ ເຈົ້າໜ້າທີ່ກູ້ໄພ ລວມທັງທະຫານ ແລະ ພາກສ່ວນອື່ນໆ ໄດ້ຊ່ວຍກັນອົບພະຍົບ ປະຊາຊົນ 130,000 ຄົນ ອອກຈາກບ້ານເຮືອນ, ແຕ່ກໍຍັງມີລາຍງານວ່າ ຜູ້ປະສົບເຄາະຮ້າຍຈຳນວນໜຶ່ງ ຍັງຄົງຕິດຄ້າງໃນບ້ານເຮືອນ.

ນອກຈາກນີ້ ຍັງມີລັດອັສສຳ ທາງພາກຕາເວັນອອກສຽງເໜືອຂອງປະເທດ ກໍໄດ້ຮັບຄວາມເດືອດຮ້ອນເຊັ່ນດຽວກັນ ໂດຍມີຍອດຜູ້ເສຍຊີວິດພາຍໃນລັດດັ່ງກ່າວ 77 ຄົນ, ບັນດາເນື້ອທີ່ທຳການຜະລິດຂອງຊາວກະສິກອນ ກໍຖືກນ້ຳຖ້ວມເສຍຫາຍເປັນຈຳນວນຫລາຍໝື່ນເຮັກຕາ.