spot_img
Homeຂ່າວເຫດການຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຈາກ ແຂວງກວາງຊີ ສປ ຈີນ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຈາກ ແຂວງກວາງຊີ ສປ ຈີນ

Published on

ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ຕີໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ  ທ່ານ ຮ່ວາງ ຊີຢົງ ຮອງເຈົ້າແຂວງກວາງຊີ ແຫ່ງ ສປ ຈີນ ໃນວັນທີ 28 ກໍລະກົດນີ້, ທີ່ຫ້ອງຮັບແຂກ ສຳນັກງານນາຍົກລັດຖະມົນຕີ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ທ່ານ ຮ່ວາງ ຊີຢົງ ພ້ອມດ້ວຍຄະນະ ຊຶ່ງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ສອງປະເທດ ລາວ-ຈີນ ໂດຍ ສະເພາະແມ່ນ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ຮ່ວາງ ຊີຢົງ ໄດ້ ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ເຖິງຈຸດປະສົງຂອງການມາຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ລາວ-ຈີນ ບົນຈິດໃຈເປັນເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ຊຸກຍູ້ການກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດ ໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ໃຫ້ບັນລຸຕາມຄາດໝາຍ.

ສປປ ລາວ ໄດ້ຮັບການຊ່ວຍເຫຼືອປະມານ 33.330.000 ຢວນ (ສະກຸນເງິນຈີນ) ຊຶ່ງງົບປະມານດັ່ງກ່າວ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງການຄ້າ ສປ ຈີນ ແລະ ໄດ້ມອບໃຫ້ສູນສາກົນ ແລະ ຫຼຸຸດຜ່ອນຄວາມທຸກຍາກ ສປ ຈີນ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ, ແຂວງກວາງຊີ ເປັນຜູ້ຈັດຕັ້ງປະຕິບັດຮ່ວມກັບ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ. ກິດຈະກຳຈັດຕັ້ງປະຕິບັດ ປະກອບມີໂຄງການສ້າງ ແລະ ປັບປຸງເສັ້ນທາງເຂົ້າບ້ານ, ສ້າງ ຂົວ, ສະໜອງນ້ຳປະປາ, ຝາຍ ນ້ຳລົ້ນ-ຊົນລະປະທານ, ບຸກເບີກເນື້ອທີ່ທຳການຜະລິດ, ກໍ່ສ້າງຫ້ອງການບ້ານ, ສະໂມສອນ, ເຝິກອົບຮົມເຕັກນິກກະສິກຳ, ການບໍລິການ, ກໍ່ສ້າງຂຸມຖິ້ມຂີ້ເຫຍື້ອ, ຕິດຕັ້ງໄຟເຢືອງທາງທີ່ໃຊ້ພະລັງງານແສງຕາ ເວັນ, ຫ້ອງນ້ຳໂຮງຮຽນ ແລະ ສຸກສາລາ, ຈັດຊື້ອຸປະກອນການສຶກສາ, ຈັດຕັ້ງກຸ່ມການປູກ-ການລ້ຽງ, ການທ່ອງທ່ຽວຊົນນະບົດ ແລະ ວຽກງານອື່ນໆ ຊຶ່ງຈະຈັດຕັ້ງປະຕິບັດໃນໄລຍະ ເວລາ 3 ປີ ແຕ່ປີ 2017-2020.

 

ແຫລ່ງຂ່າວ: ປະຊາຊົນ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...