ດວງຕາເວັນຊົງກົດ ປະກົດການທາງທຳມະຊາດທີ່ຫາເບິ່ງໄດ້ຍາກ

ໃນວັນທີ 29 ມິຖຸນາ 2017 ນີ້ ມີລາຍງານວ່າ ເມື່ອເວລາປະມານ 10.40 ນາທີ ໄດ້ເກີດະກົດການ ດວງຕາເວັນຊົງກົດ ເໜືອທ້ອງຟ້າຫລາຍພື້ນທີ່ ເຊິ່ງມັນໄດ້ສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບຜູ່ທີ່ພົບເຫັນ ຈົນຫຼາຍຄົນໄດ້ບັນທຶກຮູບໄວ້ ພ້ອມທັງເຜີຍແຜ່ລົງທາງໂລກໂຊຊ້ຽວກັນເປັນຈຳນວນຫຼາຍ

ດວງຕາເວັນຊົງກົດທີ່ເຫັນໃນແຕ່ລະເທື່ອອາດມີແສງສີຕ່າງກັນ ເຊິ່ງແສງສີທີ່ຕາເຮົາສາມາດເບິ່ງເຫັນໄດ້ນັ້ນກໍ່ຂຶ້ນຢູ່ກັບການຫັກມຸມຂອງແສງຕາເວັນ ແລະ ກົດນ້ຳແຂງ ແຕ່ໂດຍທົ່ວໄປເຮົາຈະເຫັນເປັນແສງສີເຫຼືອງອ່ອນໆຫຼາຍທີ່ສຸດ ແລະ ອາດຈະເຫັນເປັນສີຂຽວ ສີແດງ ສີນ້ຳເງິນປົນແດງຕາມການສະທ້ອນຂອງແສງໃນເວລານັ້ນ