“ໄມໂຄຣມູນ” ປະກົດການເດືອນນ້ອຍທີ່ສຸດໃນຮອບປີ

ສະຖາບັນວິໄຈດາລາສາດແຫ່ງຊາດ ກະຊວງວິທະຍາສາດ ແລະ ເທັກໂນໂລຢີ ເປີດເຜີຍວ່າ ໃນຄ່ຳຄືນວັນທີ 9 ມິຖຸນາ 2017 ຈະເກີດປະກົດການ “ໄມໂຄຣມູນ”

     “ໄມໂຄຣມູນ” ຄືປະກົດການທີ່ເດືອນເຕັມດວງມີຂະໜາດນ້ອຍທີ່ສຸດໃນຮອບປີ ເຊິ່ງໃນວັນທີ 9 ມິຖຸນາ 2017 ດວງເດືອນຈະໂຄຈອນຢູ່ໃນໄລຍະໄກໂລກຫຼາຍທີ່ສຸດ ມີໄລຍະຫ່າງປະມານ 406,402 ກິໂລແມັດ ໃນຊ່ວງເວລາປະ ມານ 20:11 ນາທີ. ຕາມເວລາບ້ານເຮົາ  ຈະເຫັນໄດ້ຢ່າງຊັດເຈນ ເຊິ່ງຫາກປຽບທຽບຂະໜາດຂອງດວງເດືອນເຕັມດວງ ເຊິ່ງໄກໂລກທີ່ສຸດປະມານ 14% ແລະ ມີຄວາມສະຫວ່າງນ້ອຍກວ່າປົກກະຕິເຖິງ 30% ໂດຍຄັ້ງຖັດໄປຈະເກີດ ຂຶ້ນອີກຄັ້ງໃນວັນທີ 28 ກໍລະກົດ 2018 ເຊິ່ງຈະມີໄລຍະຫ່າງໄກອອກຈາກໂລກປະມານ 406,222 ກິໂລແມັດ.