“ນ້ອງຮັກ”

ໃນຄໍລຳຮູບເງົາໃໝ່ ມື້ນີ້ແອັດຈະມາແນະນຳຮູບເງົາລາວເລື່ອງ ນ້ອງຮັກ ທີ່ຕອນນີ້ກຳລັງຕິດກະແສບ້ານເຮົາທີ່ສຸດ ເມື່ອວັນທີ 8 ພຶດສະພາ 2017 ໄດ້ມີພິທີຖະແຫຼງຂ່າວເປີດໂຕຮູບເງົາລາວເລື່ອງ “ນ້ອງຮັກ” ທີ່ສູນການຄ້າວຽງຈັນເຊັນເຕີ້ ເຊິ່ງນຳທີມໂດຍ ຕ໊ອດ ລີນ່າ ນັກສະແດງນຳຂອງເລື່ອງ ແລະ ທີມງານຜູ້ສ້າງ ທ່ານ ນາງ ແມັດຕີ້ ໂດ ພ້ອມດ້ວຍສີລະປິນນັກສະແດງ, ຜູ້ສ້າງຮູບເງົາ ແລະ ແຂກເຂົ້າຮ່ວມຈຳນວນຫຼວງຫຼາຍ.

ນ້ອງຮັກ ເປັນຮູບເງົາດຣາມ່າ-ສະຫຍອງຂວັນຝີມືຜູ້ກຳກັບຍິງຄົນທຳອິດຂອງ ສປປ ລາວ (ແມັດຕີ້ ໂດ) ກ່ອນໜ້ານີ້ກໍ່ໄດ້ຝາກຜົນງານເລື່ອງ ຈັນທະລີ ໃຫ້ຜູ້ຊົມໄດ້ສະຫຍອງຂວັນກັນມາພໍສົມຄວນໄປແແລ້ວ ກັບມາເທື່ອນີ້ “ແມັດຕີ້ ໂດ” ກໍ່ໄດ້ສ້າງສັນຮູບເງົາຄຸນນະພາບທີ່ບອກເລົ່າເລື່ອງລາວຄວາມສະຫຍອງຂວັນ ແຕ່ກໍ່ແອບແຝງຂໍ້ຄິດ ແລະສະທ້ອນບັນຫາໃນສັງຄົມໄປໃນຕົວ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ຮູບເງົາເລື່ອງດັ່ງກ່າວຖືກນຳໄປສາຍໃນເທສະການຮູບເງົາທີ່ຕ່າງປະເທດຫຼາຍແຫ່ງ ແລະ ໄດ້ຮັບກະແສຕອບຮັບທີ່ດີໃນວົງການຮູບເງົາລະດັບສາກົນ.

ແຟນໆຮູບເງົາເລື່ອງ ນ້ອງຮັກ ສາມາດຮັບຊົມໄດ້ໃນໂຮງຮູບເງົາ ເຊິ່ງຈະມີກຳນົດສາຍໃນວັນທີ 11 ພຶດສະພາ 2017 ທີ່ຈະມາຮອດນີ້ ແຕ່ຕອນນີ້ເຮົາມາເບິ່ງຕົວຢ່າງຮູບເງົາກັນກ່ອນ

 

ທີ່ມາຈາກ: ນ້ອງຮັກ Dearest Sister – A Lao Horror Film