spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ໄດ້ຜູ້ນຳຄົນໃໝ່ ທີ່ມີທ່າທີເປັນມິດກັບເກົາຫຼີເໜືອ

ເກົາຫຼີໃຕ້ໄດ້ຜູ້ນຳຄົນໃໝ່ ທີ່ມີທ່າທີເປັນມິດກັບເກົາຫຼີເໜືອ

Published on

ເປັນທີ່ຊັດເຈນແລ້ວວ່າ ທ່ານ ມຸນ ແຈ ອິນ ຈາກພັກປະຊາທິປະໄຕເກົາຫຼີ ອະດີດທະນາຍຄວາມດ້ານສິດທິມະນຸດ ແລະອະດີດຄູ່ແຂ່ງຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ທ່ານນາງ ປາກ ກຶນ ເຮ ເມື່ອປີ 2012 ທີ່ຄວ້າໄຊຊະນະຢ່າງລົ້ນພົ້ນໃນການເລືອກຕັ້ງຄັ້ງນີ້ດ້ວຍຄະແນນສຽງເຖິງ 41.4% ຕາມມາດ້ວຍ ທ່ານ ຮົງ ຈຸນ ພະໂຢ ຜູ້ສະໝັກຈາກພັກເສລີພາບເກົາຫຼີ ທີ່ໄດ້ໄປ 23.3% ຂະນະທີ່ທ່ານ ອັນ ຊອນ ຊູ ອະດີດເຈົ້າພໍ່ວົງການເທັກໂນໂລຢີ ຢູ່ໃນລຳດັບສາມທີ່ 21.8%.

ທ່ານ ມຸນ ແຈ ອິນ ເປັນຜູ້ມີແນວຄິດສາຍກາງ ປະກາດປ່ຽນແປງນະໂຍບາຍຕໍ່ເກົາຫຼີເໜືອ ໂດຍເນັ້ນການເຈລະຈາຄວບຄູ່ກັບການດຳເນີນມາຕະການອື່ນ ການກ້າວຂຶ້ນມາດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ ມຸນ ຖືກເບິ່ງວ່າຈະສົ່ງຜົນກະທົບຕໍ່ທ່າທີແລະຄວາມສຳພັນຂອງເກົາຫຼີເໜືອຕໍ່ສະຫະລັດ.

ທ່ານ ມຸນ ລະບຸວ່າ ເຂົາຈະເປັນຜູ້ຂັບເຄື່ອນປະເທດອອກຈາກຍຸກສະໄໝຂອງຂ່າວລົບ ຂອງ ທ່ານນາງ ປາກ ໂດຍກ່າວໃນລະຫວ່າງໄປລົງຄະແນນສຽງວ່າ ບໍ່ໄດ້ມີພຽງໂຕເຂົາແລະພັກຂອງເຂົາ ແຕ່ເຊື່ອວ່າປະຊາຊົນເກົາຫຼີໃຕ້ກໍຕ້ອງການໃຫ້ເກີດການປ່ຽນແປງໃນລັດຖະບານຢ່າງແຮງເຊັ່ນກັນ.

ທ່ານ ມຸນ ແຈ ອິນ ກ່າວຕໍ່ມວນຊົນໃນເວລາປະກາດໄຊຊະນະວ່າ ”ມື້ອື່ນຂ້າພະເຈົ້າຈະເປັນປະທານາທິບໍດີ ຂ້າພະເຈົ້າຈະເປັນປະທານາທິບໍດີທີ່ເຮັດວຽກເພື່ອປະຊາຊົນ ທັງຜູ້ທີ່ໃຫ້ການສະໜັບສະໜຸນແລະຜູ້ທີ່ບໍ່ໄດ້ໃຫ້ການສະໜັບສະໜຸນ“.

ແຫຼ່ງຂ່າວ: ມະຕິຊົນ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...