ກຸ່ມໄອເອັສ ໂຈມຕີລົດເຈົ້າໜ້າທີ່ກາແດງອັບການິສະຖານ ເສຍຊີວິດ 6 ສູນຫາຍອີກ 2 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກຸມພານີ້ວ່າ ທ່ານ ລຸດຟຸນເລາະ ອາຊີຊີ ເຈົ້າແຂວງຈອດຈານ ທາງພາກເໜືອຂອງອັບການິສະຖານ ໄດ້ອອກມາເປີດເຜີຍວ່າ ເມື່ອວັນທີ 8 ກຸມພາຜ່ານມາ ເຈົ້າໜ້າທີ່ກາແດງຊາວອັບການິສະຖານ ໄດ້ຖືກກຸ່ມນັກຮົບຕິດອາວຸດ ທີ່ຖືກສົງໄສວ່າເປັນສະມາຊິກ ກຸ່ມລັດອິດສະລາມ ຫລື ໄອເອັສ ໂຈມຕີເສຍຊີວິດ ຈຳນວນ 6 ຄົນ ແລະ ມີ 2 ຄົນຖືກຄົນຮ້າຍຈັບຕົວໄປ ຢູ່ເຂດຄຸດ ເທປາ ຂອງແຂວງ ໃນຂະນະກຳລັງເດີນທາງຂົນສະບຽງ ແລະ ອາຫານສັດ ໄປຍັງພື້ນທີ່ໄດ້ຮັບຜົນກະທົບ ຈາກພາຍຸຫິມະທາງພາກເໜືອ.

ທ່ານ ປີເຕີ ເມົາເຣີ ປະທານຄະນະກຳມະການກາແດງສາກົນ (ICRC) ໄດ້ລະບຸວ່າ ການໂຈມຕີຄັ້ງນີ້ ເປັນການຈົງໃຈໂຈມຕີເຈົ້າໜ້າທີ່ກາແດງ ແລະ ຂໍປະນາມການໂຈມຕີທີ່ເກີດຂຶ້ນຢ່າງຮຸນແຮງທີ່ສຸດ ເທົ່າທີ່ຈະເປັນໄປໄດ້.