ເຟສບຸ໊ກຂໍຍື່ນອຸທອນ ຫຼັງສນຕັດສິນໃຫ້ຈ່າຍ 500 ລ້ານໂດລ້າ ໃນຄະດີລັກຊອຟແວຣ໌ແວ່ນຕາທະລຸມິຕິ

FILE - In this Tuesday, April 12, 2016, file photo, Facebook CEO Mark Zuckerberg delivers the keynote address at the F8 Facebook Developer Conference in San Francisco. Zuckerberg went to court to gain ownership of isolated pockets of land tucked away within his sprawling estate in Hawaii. Many of the more than a dozen parcels on Kauai are less than an acre. Zuckerberg wrote in a Facebook post Thursday, Jan. 19, 2017, that he filed the cases to find all the partial owners so he can pay them their fair share. (AP Photo/Eric Risberg, File)

ເມື່ອວັນທີ 2 ກຸມພາ 2017 ບີບີຊີລາຍງານວ່າ ສານສະຫະລັດອາເມລິກາໃນລັດເທັກຊັສ ມີຄຳຕັດສິນສັ່ງໃຫ້ ເຟສບຸ໊ກ ແລະ ຜູ້ກ່ຽວຂ້ອງໃນການສ້າງອຸປະກອນ “ອັອກຄິວລັສ ຣິຟ” ຈ່າຍເງິນຈຳນວນ 500 ລ້ານ ໂດລາ ໃຫ້ແກ່ບໍລິສັດ ເຊນິແມັກຊ໌ ຜູ້ພັດທະນາ ຊອຟແວຣ໌ ກໍລະນີນຳໃຊ້ເທັກໂນໂລຢີພາບເໝືອນຈິງ ຫຼື Virtual Reality ໄປໃຊ້ຜະລິດແວ່ນຕາທະລຸມິຕິໂດຍຜິດກົດໝາຍ ຫຼັງຈາກເຊນິແມັກຊ໌ຟ້ອງຮ້ອງວ່າຖືກລັກໂປແກຣມ ແລະ ຮຽກຮ້ອງເງິນເຖິງ 2,000 ລ້ານໂດລາ

OculusVR

ຄະດີນີ້ເກີດຂຶ້ນຈາກການທີ່ ທ່ານ ຈອນ ຄາຣແມັກ ຜູ້ຮ່ວມກໍ່ຕັ້ງບໍລິສັດ ໄອດີ ຊອຟແວຣ໌ ບໍລິສັດລູກຂອງ ເຊນິແມັກຊ໌ ນຳຂໍ້ມູນກ່ຽວກັບ ຊອຟແວຣ໌ ນີ້ໄປກໍ່ຕັ້ງຄ້າຍ ແວ່ນຕາອັອກຄິວລັສ.

ມາກຣ໌ ຊັກເຄີເບິຣກ ຊີອີໂອ ແລະ ຜູ້ກໍ່ຕັ້ງ ເຟສບຸ໊ກ ໃຫ້ການໃນຊັ້ນສານວ່າ “ຕົນບໍ່ເຄີຍຮູ້ເລື່ອງນີ້ມາກ່ອນ ຕອນເຊົ້າທີ່ເຂົ້າຊື້ ຄ່້າຍ ອັອກຄິວສັລ ກໍ່ບໍ່ເຄີຍໄດ້ຍິນຊື່ ເຊນິແມັກຊ໌ ແລະ ຕົນເຫັນວ່າຜະລັດຕະພັນຂອງ ອັອກຄິວລັສ ເປັນເທັກໂນໂລຢີຂອງໃຜຄົນໃດຄົນໜຶ່ງນັ້ນເປັນເລື່ອງທີ່ຜິດ”

ສຳລັບ ອັອກຄິວລັສ ຣິຟ ເປັນແວ່ນຕາອາຣ໌ ທີ່ໃຊ້ໄດ້ແທ້ເປັນເຈົ້າທຳອິດ ແລະ ໄດ້ຮັບຄວາມນິຍົມວີອາຣ໌ໄປທົ່ວໂລກເມື່ອປີ 2013 ເຊິ່ງບໍລິສັດ ອັອກຄິວລັສ ຖະແຫຼງວ່າ “ຜິດຫວັງກັບຜົນຄຳຕັດສິນນີ້ ແລະ ຈະຢື່ນອຸທອນຕໍ່ໄປ”

ai

ແຫລ່ງຂ່າວຈາກ: https://www.khaosod.co.th/economics/news_206179
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!