Homeຂ່າວເຫດການນັກລົງທຶນໄທ ສົນໃຈສ້າງຟາມລ້ຽງງົວນົມ ຢູ່ແຂວງສະຫວັນນະເຂດ

ນັກລົງທຶນໄທ ສົນໃຈສ້າງຟາມລ້ຽງງົວນົມ ຢູ່ແຂວງສະຫວັນນະເຂດ

Published on

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງຟາມລ້ຽງງົວນົມໜອງລົ່ມ ແລະ ແຄັມປິ້ງ ຢູ່ເຂດບ້ານທາດອີງຮັງ, ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ລະຫວ່າງອຳນາດການປົກຄອງແຂວງ ແລະ ບໍລິສັດ ອິດຊູບະ ແດຣິ່ຟາມຈຳກັດ ໄດ້ມີຂຶ້ນເມື່ອບໍ່ດົນນີ້, ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

ໂຄງການຟາມລ້ຽງງົວນົມ ດັ່ງກ່າວມີເນື້ອທີ່ປະມານ 95 ເຮັກຕາ ແລະ ເປັນໂຄງການສຳຄັນທີ່
ຊຸກຍູ້ສົ່ງເສີມການພັດທະນາວຽກງານກະສິກຳ ກໍຄືປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ດັ່ງນັ້ນ ແຂວງໄດ້ອະນຸຍາດ ໃຫ້ບໍລິສັດດຳເນີນການສຳຫລວດເນື້ອທີ່ດິນ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການຢ່າງລະອຽດ ເພື່ອຄັດຈ້ອນເອົາເນື້ອທີ່ດິນທີ່ເປັນໄປໄດ້ມີຈຳ ນວນເທົ່າໃດ ທີ່ສາມາດສະເໜີຂໍສຳປະທານໃນຂັ້ນຕໍ່ໄປເພື່ອສ້າງເປັນບົດວິພາກເສດຖະກິດ-ເຕັກນິກ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສຳລັບໄລຍະເວລາຂອງການສຶກສາຄວາມເປັນໄປໄດ້ແມ່ນພາຍໃນ 12 ເດືອນ.

ຂ່າວ:​ ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...