ດາວທຽມໃໝ່ຂອງ NOAA ໄດ້ສົ່ງຮູບພາບຂອງໜ່ວຍໂລກທີ່ຄົມຊັດທີ່ສຸດແບບບໍ່ເຄີຍມີມາກ່ອນ

ເວັບໄຊ takieng ລາຍງານເມື່ອວັນທີ 25 ມັງກອນ 2017 ວ່າ ອົງການບໍລິຫານມະຫາສະໝຸດສາດ ແລະ ບັນຍາ ກາດແຫ່ງຊາດ ສະຫະລັດອາເມລິກາ ຫຼື NOAA ໄດ້ປ່ອຍຮູບພາບສຸດທຳອິດຈາກດາວທຽມ GOES-16 ເຊິ່ງມີຮູບຖ່າຍຂອງໜ່ວຍໂລກທັງໜ່ວຍທີ່ມີລາຍລະອຽດຄົມຊັດທີ່ສຸດເທົ່າທີ່ເຄີຍມີມາ. ດາວທຽມດວງນີ້ຈະມີບົດບາດສຳຄັນໃນຄວາມພະຍາຍາມທີ່ຈະມີການແຈ້ງເຕືອນຕັ້ງແຕ່ສະພາບອາກາດທີ່ມີແນວໂນ້ມຈະເປັນອັນຕະລາຍ ແລະ ຊ່ວຍໃນການວາງແຜນຊ່ວຍເຫຼືອມະນຸດໃນການຟື້ນຟູທຳມະຊາດພາຍຫຼັງການເກີດໄພພິບັດທາງທຳມະຊາດອີກດ້ວຍ noaa-goes16-first-images-1-715x400

ດາວທຽມ GOES-16 ເມື່ອກ່ອນຊື່ GOES-R ຖືກສົ່ງຂຶ້ນສູ່ວົງໂຄຈອນເມື່ອເດືອນ ພະຈິກ 2016 ເປັນດາວທຽມອຸຕຸນິຍົມວິທະຍາທີ່ທັນສະໃໝທີ່ສຸດໜຶ່ງໃນສີ່ດວງທີ່ NOAA ມີແຜນສົ່ງຂຶ້ນສູ່ອາວະກາດ ແລະຍັງເຫຼືອອີກສາມດວງທີ່ຈະທະຍອຍສົ່ງຂຶ້ນໄປໄດ້ແກ່ GOES-S, GOES-T ແລະ GOES-U ດາວທຽມ GOES-16 ໂຄຈອນຢູ່ເໜືອລະດັບພື້ນໂລກ 35,900 ກມ. ເຊິ່ງເປັນວົງໂຄຈອນຄ້າງຟ້າ

naoo

ດາວທຽມ GOES-16 ສາມາດຖ່າຍຮູບພາບທີ່ຄວາມຍາວຄື້ນແສງທີ່ຫຼາຍກວ່າເກົ່າ ມີຄວາມລະອຽດເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ ແລະ ສົ່ງສັນຍານກັບຖີ່ກວ່າເກົ່າເຖິງ 5 ເທົ່າ ເຊິ່ງນັ້ນຈະເຮັດໃຫ້ໄດ້ຮັບພາບໂລກສ່ວນຕະເວັນຕົກແບບເຕັມໜ່ວຍທຸກໆ 15 ນາທີ ຮູບທະວີບອາເມລິກາທຸກ 5 ນາທີ ແລະ ໄດ້ຮູບະພາບອາກາດທີ່ຊັດເຈນ ເຊັ່ນ: ຮູບພາຍຸເຮີລິເຄນທຸກໆ 30 ນາທີ

GOES-16 ສາມາດຖ່າຍຮູບພາບບໍລິເວນຄລື້ນແສງທີ່ເບິ່ງເຫັນໄດ້ 2 ແຊນເນລ,​ ຖ່າຍພາບບໍລິເວນໃກ້ແສງອິນຟຣາເຣດ 10 ແຊນເນລ ເຊິ່ງເຮັດໃຫ້ສາມາດເລືອກຖ່າຍສະເພາະລັກສະນະສະພາບອາກາດທີ່ແຕກຕ່າງກັນໄດ້ເຊັ່ນ:​ເມກ, ອາຍນ້ຳ, ຄັວນ, ນ້ຳແຂງ ແລະ ຝຸ່ນພູເຂົາໄຟ

GOES-16 ສາມາດທຳງານໄດ້ຫຼາຍຢ່າງເຊັ່ນ:​ການຕິດຕາມ ແລະ ພະຍາກອນອາກາດ ຮວມເຖິງການກວດສອບຄຸນນະພາບອາກາດ, ການລະເບີດຂອງພູເຂົາໄຟ ແລະ ການຕິດຕາມການລຸກລາມຂອງໄຟຜ່າ ນອກຈາກນີ້ຍັງຊ່ວຍໃນການໃຫ້ຂໍ້ສຳລັບການຊ່ວຍເຫຼືອມະນຸດທາງດ້ານການຟື້ນຟູທຳມະຊາດ ຫຼັງພົບກັບໄພພິບັດທາງທຳມະຊາດອີກດ້ວຍ

na0

ປະມານທ້າຍປີ 2017 ນີ້ GOES-16 ຈະສິ້ນສຸດການທົດສອບ ແລະ ເຂົ້າແທນທີ່ດາວທຽມດວງເກົ່າ GOES-15 ທີ່ໃຊ້ງານມາເປັນເວລາ 10 ປີແລ້ວ ຫຼື ອາດຈະເຂົ້າແທນທີ່ GOES-13 ທີ່ຖືກຫີນນ້ອຍໃນອາວະກາດຕຳເສຍຫາຍ ສ່ວນດາວທຽມໃໝ່ດວງຕໍ່ໄປຄື GOES-S ຫຼື GOES-17 ມີແຜນຈະສົ່ງຂຶ້ນສູ່ວົງໂຄຈອນເພື່ອທົດແທນດາວທຽມເກົ່າດວງອື່ນໃນປີ 2018

nn0 nn1

 

ແຫລ່ງຂໍ້ມູນຈາກ: http://www.takieng.com/stories/3001
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!