ໄທກຽມຂະບວນການ ອັງເຊີນເຈົ້າຟ້າວະຊິຣາລົງກອນ ຂຶ້ນເປັນເຈົ້າມະຫາຊີວິດອົງໃໝ່

ພາບ: ສະຫຍາມຣັດ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນທີ 29 ພະຈິກຜ່ານມານີ້ ລັດຖະສະພາຂອງໄທ (ສະພານິຕິບັນຍັດແຫ່ງຊາດ) ໄດ້ໄຂກອງປະຊຸມຄັ້ງທີ 76/2559 ຂຶ້ນ ທີ່ນະຄອນຫລວງບາງກອກ ເປັນການພິເສດ ເພື່ອຮັບຊາບໜັງສືແຈ້ງການຂອງລັດຖະບານໄທ ກ່ຽວກັບການສືບຣາຊະສົມບັດ ພາຍຫລັງທີ່ ສົມເດັດພະເຈົ້າ ພູມິພົນ ອະດຸນຍະເດດ ເຈົ້າມະຫາຊີວິດ ຣາຊະການທີ 9 ແຫ່ງ ຣາຊະວົງຈັກກຣີ ໄດ້ສະເດັດສະຫວັນນະຄົດ ເມື່ອວັນທີ 13 ຕຸລາ 2016 ແລະ ພະອົງໄດ້ຊົງແຕ່ງຕັ້ງ ສົມເດັດເຈົ້າຟ້າວະຊິຣາລົງກອນ ສະຫຍາມມຸງກຸດຣາຊະກຸມານ ເປັນຣາຊະທາຍາດ ຕາມກົດມົນທຽນບານຂອງໄທ.

ອີງຕາມລັດຖະທຳມະນູນ ແຫ່ງ ຣາຊະອານາຈັກໄທ ພາຍຫລັງລັດຖະສະພາ ໄດ້ເປີດກອງປະຊຸມຮັບຊາບ ການແຕ່ງຕັ້ງອົງຣາຊະທາຍາດໄວ້ແລ້ວ, ລຳດັບຕໍ່ໄປ ປະທານລັດຖະສະພາຂອງໄທ ຈະໄດ້ເຂົ້າເຝົ້າ ແລະ ອັງເຊີນອົງຣາຊະທາຍາດ ຂຶ້ນເປັນກະສັດອົງໃໝ່ ແຫ່ງ ຣາຊະອານາຈັກໄທ ແລະ ຫລັງຈາກນັ້ນ ປະທານລັດຖະສະພາ ຈະອອກປະກາດແຈ້ງໃຫ້ປະຊາຊົນໄດ້ຮັບຊາບ ຊຶ່ງເວລານັ້ນ ອົງຣາຊະທາຍາດ ຈະຖືກເອີ້ນວ່າ ສົມເດັດພະເຈົ້າຢູ່ຫົວ ໄປຈົນກວ່າຈະມີພິທີຣາຊາພິເສກຂຶ້ນເປັນພະມະຫາກະສັດ ໂດຍຫລັງຈາກເຂົ້າພິທີຣາຊາພິເສກແລ້ວ ຈຶ່ງຈະເອີ້ນວ່າ ພະບາດສົມເດັດພະເຈົ້າຢູ່ຫົວ ຢ່າງສົມບູນ, ແນວໃດກໍຕາມ ຂະບວນການຕ່າງໆນັບຈາກນີ້ ທາງການຂອງໄທ ຍັງບໍ່ໄດ້ມີການກຳນົດໄລຍະເວລາ ທີ່ຊັດເຈນເທື່ອ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!