ສູດເລັ່ງສິວຍຸບ ແລະດີໄວໃນ 1 ຄືນ

 

  1. ຢາຖູແຂ້ວ: ອີກໜຶ່ງຕົວຊ່ວຍທີ່ເຮັດໃຫ້ສິວຍຸບຕົວລົງແບບຊົ່ວຂ້າມຄືນ ເນື່ອງຈາກໃນຢາຖູແຂ້ວມີສານໄທຣໂຄຊານທີ່ມີຄຸນສົມບັດຊ່ວຍຢັບຢັ້ງແບກທີເຣຍ ເປັນສາເຫດທີ່ເຮັດໃຫ້ເກີດສິວ ພຽງແຕ່ລ້າງໜ້າໃຫ້ສະອາດ ຈາກນັ້ນເຊັດໜ້າໃຫ້ແຫ້ງ ແລ້ວບີບຢາຖູແຂ້ວຈະຫຼາຍ ຫຼືໜ້ອຍຂຶ້ນຢູ່ກັບຂະນາດຂອງສິວ ຫຼັງຈາກນັ້ນເອົາມີແປະໃສ ປະໄວ້ປະມານ 30 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ.
  2. ຢາແອໄພຣິນ ພຽງແຕ່ເອົາຢານີ້ຈໍານວນ 2-3 ເມັດມາບົດໃຫ້ລະອຽດ ແລ້ປະສົມກັບນໍ້າທໍາມະດາເລັກໜ້ອຍພໍໃຫ້ເປັນເນື້ອຄີມແຫຼວໆ ແລ້ວທາໃສ່ໃບໜ້າບາງໆ ຫຼືຈະທາແຕ່ບໍລິເວນທີ່ເປັນສິວກໍໄດ້ ປະໄວ້ປະມານ 10 ນາທີ ຈຶ່ງລ້າງອອກດ້ວຍນໍ້າສະອາດ.
  3. ນໍ້າໝາກນາວ ເອົາສໍາລີກ້ອນໄປຈຸ່ມນໍ້າໝາກນາວສົດ ແລ້ວນໍາເອົາໄປແປະບໍລິເວນທີ່ເປັນສິວ ປະໄວ້ປະມານ 5 ນາທີ ຈາກນັ້ນໃຫ້ເອົາສໍາລີຈຸ່ມນໍ້າເຢັນແປະໃສ່ອີກຄັ້ງ ແລ້ວເຊັດໜ້າໃຫ້ແຫ້ງ ເຮັດກ່ອນນອນ.
  4. ນໍ້າເຜີ້ງ ແລະອົບເຊີຍ ເອົານໍ້າເຜີ້ງ 3 ບ່ວງຊາໄປປະສົມກັບອົບເຊີຍ 1 ບ່ວງຊາ ປະສົມໃຫ້ເຂົ້າກັນຈົນເປັນເນື້ອຄີມໜຽວໆ ແລ້ວທາໃຫ້ທົ່ວໃບໜ້າ ຫຼຈະໃສ່ແຕ່ບໍລິເວນທີ່ເປັນສິວກໍໄດ້.