spot_img
Homeຂ່າວພາຍ​ໃນປີໜ້າ ລັດຕັ້ງເປົ້າເກັບລາຍຮັບໃຫ້ໄດ້ 23 ພັນກວ່າຕື້ກີບ

ປີໜ້າ ລັດຕັ້ງເປົ້າເກັບລາຍຮັບໃຫ້ໄດ້ 23 ພັນກວ່າຕື້ກີບ

Published on

ອີງຕາມຂໍ້ມູນລາຍງານ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃຫ້ຮູ້ວ່າ: ແຜນການຈັດຕັ້ງປະຕິບັດ ການເກັບລາຍຮັບ ເຂົ້າງົບປະມານໃນປີ 2017 ຂອງລັດຖະບານແມ່ນ ໃຫ້ໄດ້ທັງໝົດ 23.941 ຕື້ກີບ ໃນນັ້ນລາຍຮັບພາຍໃນ 21.463 ຕື້ກີບ ຊຶ່ງປະກອບມີລາຍຮັບຈາກສ່ວຍສາອາກອນ 11.015 ຕື້ກີບ, ພາສີ 6.650 ຕື້ກີບ, ການຄຸ້ມຄອງການເງິນລັດ ວິສາຫະກິດ 1.350 ຕື້ກີບ, ຊັບສິນຂອງລັດ 2.441 ຕື້ກີບ ແລະລາຍຮັບອື່ນໆ 7 ຕື້ກີບ ນອກນັ້ນ ຍັງມີລາຍຮັບຈາກການຊ່ວຍເຫຼືອ ລ້າ 2.478 ຕື້ກີບ.

ສ່ວນທາງດ້ານລາຍຈ່າຍງົບປະມານທັງໝົດ 32.402 ຕື້ກີບ ໃນນັ້ນເງິນເດືອນ, ເງິນອຸດໜູນ 10.500 ຕື້ກີບ, ເງິນນະໂຍບາຍ, ເງິນຊ່ວຍໜູນຕ່າງໆ 1.700 ຕື້ກີບ, ເງິນບໍລິຫານ 2.800 ຕື້ກີບ, ດັດສົມສົ່ງເສີມ 1.580 ຕື້ກີບ, ເງິນແຮລັດຖະບານ 100 ຕື້ກີບ, ຄັງສະສົມແຫ່ງລັດ 300 ຕື້ກີບ, ຊຳລະໜີ້ສິນ 1.881 ຕື້ກີບ ແລະຈ່າຍລົງທຶນ 13.541 ຕື້ກີບ (ຕ່າງປະເທດ 8.078 ຕື້ກີບ, ພາຍໃນ 5.463 ຕື້ກີບ ໃນນີ້ ລົງທຶນປົກກະຕິ 3.300 ຕື້ກີບ ໃນນັ້ນເລື່ອນຈ່າຍຈາກສົກປີ 2015-2016 ຈຳນວນ 500 ຕື້ກີບຈັດແບ່ງຕົວຈິງສຳລັບ 2017 ຈຳນວນ 2.800 ຕື້ກີບ, ສ່ວນວ່າການ ຂາດດຸນງົບປະມານບໍ່ໃຫ້ເກີນ 6 .52% ຂອງຈີດີພີ.

ແນວໃດກໍດີ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການເກັບລາຍຮັບ ໄດ້ຕາມແຜນການດັ່ງກ່າວຕ້ອງໄດ້ເອົາໃຈໃສ່ສ້າງ ແລະປັບປຸງ ບັນດານິຕິກຳລຸ່ມກົດໝາຍໃນຂະແໜງການເງິນ, ເພີ່ມເຄື່ອງມືໃນການຄຸ້ມຄອງການຈັດເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍໃນຂອບເຂດທົ່ວປະເທດ, ສືບຕໍ່ປັບປຸງກົງຈັກ ແລະພັດທະນາບຸກ ຄະລາກອນໃນຂົງເຂດການເງິນໃນທຸກຂັ້ນໃຫ້ມີຄວາມຮູ້, ຄວາມສາມາດມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່, ແກ້ໄຂປາກົດການຫຍໍ້ທໍ້ໃນຖັນແຖວພະນັກງານການເງິນຢ່າງເຂັ້ມງວດ, ເພີ່ມທະວີການຕິດຕາມ ກວດກາການຈັດຕັ້ງປະຕິບັດກົດ ໝາຍ ແລະລະບຽບການຂອງຂະແໜງການເງິນທຸກຂັ້ນໃຫ້ປົກກະຕິ ແລະເຂັ້ມງວດ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...