spot_img
Homeຂ່າວພາຍ​ໃນຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2016

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2016

Published on

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວກ່ຽວກັບ ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2016, ເມື່ອວັນ ທີ 21 ພະຈິກນີ້ວ່າ: ກອງປະຊຸມພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງຄົບຖ້ວນ.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ ແລະ ຜ່ານບັນດາເນື້ອໃນສຳຄັນຮີບດ່ວນຈຳນວນໜຶ່ງ ດັ່ງນີ້: 1. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາ ດຳລັດ ແລະ ການປັບປຸງດຳລັດຈຳນວນ 05 ສະບັບຄື: 1. ດຳລັດວ່າດ້ວຍພັນທະບັດລັດຖະບານ, 2. ດຳລັດວ່າດ້ວຍກອງທຶນການທ່ອງທ່ຽວ, 3. ດຳລັດວ່າດ້ວຍການສົ່ງເສີມສະຖານການສຶກສາພາກເອກະ ຊົນ (ປັບປຸງ), 4. ດຳລັດວ່າດ້ວຍຕຳແໜ່ງບໍລິຫານ (ປັບປຸງ) ແລະ 5. ດຳລັດວ່າດ້ວຍຕຳແໜ່ງວິຊາການຂອງລັດຖະກອນ.

– ກອງປະຊຸມໄດ້ຮັບຮອງເອົາດ້ານຫຼັກການ ຮ່າງດຳລັດວ່າດ້ວຍພັນທະບັດລັດຖະບານ ແລະ ມອບໃຫ້ກະຊວງການເງິນສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງບາງເນື້ອໃນຕາມການປະກອບຄຳເຫັນຂອງກອງປະຊຸມ. ໃຫ້ກະຊວງການເງິນລົງເລິກຄົ້ນຄວ້າມາດຕະການ ໃນການຈັດຕັ້ງປະຕິບັດ ເພື່ອຄຸ້ມຄອງພັນທະບັດໃຫ້ຮັດກຸມ, ມີຄຸນນະພາບ ສ້າງໄດ້ຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊື້ ແລະ ຫຼຸຸດຜ່ອນຄວາມສ່ຽງຕ່າງໆ. ພາຍຫຼັງປັບປຸງສຳເລັດແລ້ວ ໃຫ້ນຳສະເໜີນາຍົກລັດຖະມົນຕີ ເພື່ອພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້ ເປັນທາງການ.

– ກອງປະຊຸມໄດ້ຮັບຮອງ ເອົາດ້ານຫຼັກການຮ່າງດຳລັດວ່າດ້ວຍກອງທຶນການທ່ອງ ທ່ຽວ ແລະ ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບກະຊວງຍຸຕິທຳ ແລະ ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປັບປຸງບາງເນື້ອໃນຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະແມ່ນຫຼັກການຈັດເກັບ, ການຈັດແບ່ງ, ແຫຼ່ງທີ່ມາ ແລະ ເປົ້າໝາຍການນຳໃຊ້ຢ່າງຮັດກຸມ. ພາຍຫຼັງປັບປຸງສຳເລັດ ແລ້ວໃຫ້ນຳມາຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຕື່ມ ຂັ້ນສຸດທ້າຍກ່ອນຮັບຮອງ ແລະ ປະກາດໃຊ້.

– ກອງປະຊຸມໄດ້ຕົກລົງເປັນເອກະພາບ ໃຫ້ປັບປຸງດຳລັດສະບັບເລກທີ 64/ນຍ, ລົງ ວັນທີ 14 ສິງຫາ 1995 ວ່າ ດ້ວຍການສຶກສາພາກເອກະຊົນ ແລະ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ, ກະຊວງຍຸຕິທຳ ແລະ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັນເພື່ອປັບປຸງເນື້ອໃນ, ໂຄງສ້າງ ແລະ ຄຳສັບໃນດຳລັດສະບັບດັ່ງກ່າວ ໃຫ້ສອດຄ່ອງກັບກົດໝາຍວ່າ ດ້ວຍການສຶກສາ ແລະ ກົດໝາຍສົ່ງເສີມການລົງທຶນ ສະບັບປັບປຸງ. ແລ້ວຈຶ່ງນຳສະເໜີພິຈາລະນາໃນກອງປະຊຸມລັດຖະບານຄືນໃໝ່.

– ສຳລັບການປັບປຸງດຳລັດວ່າດ້ວຍຕຳແໜ່ງບໍລິຫານ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການອຸດໜູນຕຳແໜ່ງບໍລິຫານ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີຄວາມ ໂປ່ງໃສ, ເປັນທຳ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳຄິດຄຳເຫັນຂອງສະມາຊິກລັດຖະບານ ແລ້ວນຳມາຜ່ານກອງປະຊຸມນາຍົກ – ຮອງນາຍົກລັດຖະມົນຕີ, ກົມການເມືອງ ແລະ ຄະນະປະຈຳສະພາແຫ່ງຊາດຕື່ມ.

– ດຳລັດວ່າດ້ວຍຕຳແໜ່ງວິຊາການຂອງລັດຖະກອນເປັນດຳລັດໃໝ່. ຈຸດປະສົງເພື່ອເປັນບ່ອນອີງໃຫ້ແກ່ບັນດາອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນໃນການກຳນົດມາດຕະຖານ ແລະ ປະຕິບັດ ອຸດໜູນວິຊາການ ແນໃສ່ຊຸກຍູ້ສົ່ງເສີມ ແລະ ພັດທະນາລັດຖະກອນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມຊຳນານງານ ແລະ ເປັນມືອາຊີບທີ່ມີປະສິດທິພາບ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ຄົ້ນຄວ້າຂຽນຄຳເຫັນໃສ່ເອກະສານ ບໍ່ໃຫ້ ກາຍ 2 ອາທິດ ແລ້ວສົ່ງໃຫ້ກະຊວງພາຍໃນປັບປຸງຄືນ ແລ້ວຈຶ່ງພິຈາລະນາຕື່ມ.

2. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບ ການສ້າງຕັ້ງສູນການສຶກສາ ເພື່ອພັດທະນາຊຸມຊົນອົງການລັດຖະມົນຕີສຶກສາອາຊີຕາເວັນອອກສ່ຽງໃຕ້ ພາກພື້ນຢູ່ ສປປ ລາວ (Southeast Asian Ministers of Education Organization (SEAMEO)).

3. ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳວ່າ: ເດືອນທັນວາເປັນເດືອນສຸດທ້າຍຂອງສາມເດືອນຂ້າມຜ່ານ ເພື່ອກ້າວເຂົ້າສູ່ປີປະຕິທິນ 2017 ເປັນເດືອນຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບ ຮອບ 96 ປີ, ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ. ສະນັ້ນ, ໃນເດືອນທັນວາ 2016 ນີ້ ພວກເຮົາຕ້ອງສຸມໃສ່: 3.1. ຕິດຕາມສະພາບ ແລະ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເປັນໜໍ່ແໜງຂອງຄວາມບໍ່ສະຫງົບ ເປັນຕົ້ນແມ່ນການຄ້າຂາຍຢາເສບຕິດ, ການປຸ້ນຈີ້ຊີງຊັບ ແລະ ບັນຫາອື່ນໆ ເພື່ອສະກັດກັ້ນບໍ່ໃຫ້ເກີດມີເຫດການທີ່ບໍ່ເພິ່ງປາຖະໜາເກີດຂຶ້ນ ໃນໄລຍະການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ແລະ ການເຄື່ອນໄຫວສຳຄັນອື່ນໆຂອງພັກ, ລັດຖະ ບານ ແລະ ປະຊາຊົນ. 3.2. ຊຸກຍູ້ການໂຄສະນາເຜີຍແຜ່ປະຫວັດ ແລະ ຄວາມໝາຍຄວາມສຳຄັນຂອງ ວັນຊາດທີ 2 ທັນວາ ເພື່ອສ້າງຈິດສຳນຶກ, ປຸກລະດົມນ້ຳໃຈຮັກຊາດ ແລະ ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນພະບູລຸດ, ວິລະຊົນ ແລະ ປະຊາຊົນລາວບັນດາເຜົ່າທີ່ ໄດ້ປະກອບສ່ວນອັນໃຫຍ່ຫຼວງ ຕໍ່ການປະຕິວັດຊາດປະຊາທິ ປະໄຕ. ພ້ອມນີ້, ກໍກະກຽມຈັດພິທີວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງພັກ ແລະ ລັດຖະບານ. 3.3. ດຳເນີນການສະຫຼຸຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານຂອງລັດຖະບານ ຊຸດທີ 8 ເລີ່ມແຕ່ເຂົ້າມາປະຕິບັດໜ້າທີ່ໃນເດືອນເມສາ ເຖິງປັດຈຸບັນ ເພື່ອກະກຽມໃຫ້ແກ່ ກອງປະຊຸມລັດຖະບານເປີດກວ້າງ ຮ່ວມກັບເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາ ເຈົ້າແຂວງ ທີ່ຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ທັນວາທີ່ຈະມາເຖິງນີ້. 3.4. ຜັນຂະຫຍາຍມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະ ຈຳສົກປີ 2015-2016 ແລະ ທິດທາງແຜນການປີ 2017 ໃຫ້ເປັນດຳລັດຂອງນາຍົກລັດຖະມົນຕີໂດຍໄວ. ພ້ອມນີ້, ກໍຜັນ ຂະຫຍາຍດຳລັດດັ່ງກ່າວ ໃຫ້ເປັນຂໍ້ຕົກລົງ (ຫຼື ບົດແນະນຳ) ຂອງຂະແໜງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ສາມາດສະຫຼຸຸບລາຍງານຜົນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ໃນເດືອນເມສາ 2017. 3.5. ຕິດຕາມສະພາບການເໜັງຕີງອັດຕາແລກປ່ຽນຢ່າງໃກ້ຊິດ ພ້ອມທັງຄົ້ນຄວ້າ ແລະ ກຳນົດຕາມມາດຕະການທີ່ຊັດເຈນ ແລະ ເໝາະສົມ ທັງໃນສະເພາະໜ້າ ແລະ ຍາວ ນານ ເພື່ອຮັບມືກັບສະພາບການເໜັງຕີງຂອງອັດຕາແລກປ່ຽນ ແລະ ສະກັດກັ້ນຜົນກະທົບຕໍ່ອັດຕາເງິນເຟີ້ ກໍຄືສະຖຽນລະພາບຂອງເສດຖະກິດມະຫາພາກ. 3.6. ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດ ພ້ອມທັງຄົ້ນຄວ້າ ແລະ ກຳນົດມາດຕະການໃນການຄຸ້ມຄອງ ແລະ ແຊກແຊງລາຄາສິນຄ້າ ເພື່ອບໍ່ໃຫ້ກະທົບຕໍ່ການເຄື່ອນໄຫວຜະລິດທຸລະກິດ ກໍຄືການດຳລົງ ຊີວິດຂອງປະຊາຊົນ, ພະນັກງານ ແລະ ຜູ້ມີລາຍໄດ້ຕ່ຳ. 3.7. ອຳນວຍຄວາມສະດວກ ແລະ ລົງຊຸກຍູ້ຊ່ວຍເຫຼືອປະຊາຊົນ ໃນການກະກຽມການຜະລິດລະດູແລ້ງ ເພື່ອໃຫ້ທັນກັບສະພາບຄວາມຮຽກຮ້ອງຕ້ອງການຂອງລະດູການຜະລິດ ແລະ ເພື່ອຮັບປະກັນໝາກຜົນຂອງການຜະລິດທ້າຍລະດູ. 3.8. ປະສານ ແລະ ກະກຽມ ໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງຜູ້ແທນຂັ້ນສູງຂອງລັດຖະບານ ເປັນຕົ້ນແມ່ນການເຂົ້າຮ່ວມກອງປະຊຸມສາມຫຼ່ຽມພັດທະນາ (CLV) ທີ່ກຳປູເຈຍ, ການເຄື່ອນໄຫວຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ແລະ ການເຄື່ອນໄຫວວຽກງານຕ່າງປະເທດທີ່ສຳຄັນອື່ນໆ ຂອງຄະນະຜູ້ແທນຂັ້ນສູງຂອງແຕ່ລະຂະແໜງການ. 3.9. ຕິດຕາມສະພາບຫາງສຽງສັງຄົມ, ກວດກາຫາສາເຫດ ແລະ ຄວາມເປັນຈິງຂອງບັນຫາ ພ້ອມທັງຄົ້ນຄວ້າຫາວິທີແກ້ໄຂໃຫ້ທັນການ. ໃນເດືອນທັນວານີ້ ຕ້ອງເອົາໃຈໃສ່ກວດກາຄືນສະພາບການເກັບເງິນຄ່າຝາກລົດຢູ່ຕາມຈຸດຕ່າງໆ ທີ່ມີສຽງຈົ່ມວ່າກ່ຽວກັບຄວາມບໍ່ໂປ່ງໃສໃນນະຄອນຫຼວງວຽງຈັນ, ຄົ້ນຄວ້າທິດທາງສະເພາະໜ້າ ແລະ ຍາວນານໃນການແກ້ໄຂບັນຫາສັນຈອນແອອັດ ທີ່ນັບມື້ນັບເພີ່ມຂຶ້ນໃນປັດຈຸບັນ ແລະ ບັນຫາອື່ນໆ. 3.10. ຕິດຕາມ ແລະ ກວດກາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ດຳລັດ, ຂ້ໍຕົກລົງ ແລະ ແຈ້ງການຂອງລັດຖະບານຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມກັນນີ້, ກໍຈັດຕັ້ງການສະຫຼຸຸບຖອດຖອນບົດຮຽນກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງກົດໝາຍ ແລະ ນິຕິກຳທີ່ຖືກຮັບຮອງ.

 

ແຫລ່ງຂ່າວ:

ປຊຊ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...