ກອງຕີພິເສດອີຣັກ ບຸກຄືບໄລ່ໄອເອັສອອກເມືອງໂມຊູນ ຖືກຕອບໂຕ້ດ້ວຍມືປືນຊຸ້ມຍິງ-ລະເບີດຂ້າຕົວຕາຍ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພະຈິກນີ້ວ່າ ພົນຕີ ຊາມີ ອັນ-ອາຣິດີ ຜູ້ບັນຊາການລະດັບສູງຂອງກອງທັບອີຣັກ ໄດ້ຖະແຫລງໃນມື້ວັນອາທິດທີ 20 ພະຈິກຜ່ານມານີ້ວ່າ ກອງຕີພິເສດຂອງຝ່າຍລັດຖະບານ ສາມາດຍຶດຄືນພື້ນທີ່ໄດ້ຢ່າງຕໍ່ເນື່ອງ ເຂດພາກຕາເວັນອອກ ເພື່ອເຈາະເຂົ້າໃຈກາງເມືອງໂມຊູນ ໂດຍສາມາດຜັກດັນໃຫ້ນັກຮົບໄອເອັສ ຖອນກຳລັງຖອຍອອກໄປເລື້ອຍໆ, ແນວໃດກໍຕາມ ປະຕິບັດການປົດປ່ອຍເມືອງໂມຊູນຄັງນີ້ ຍັງມີຄວາມຫລ້າຊ້າຫລາຍ ເນື່ອງຈາກມີການຕອບໂຕ້ດ້ວຍມືປືນຊຸ້ມຍິງ ຫລື ສະໄນເປີ້ ແລະ ມືລະເບີດຂ້າຕົວຕາຍ ຂັດຂວາງໃນແຕ່ລະຈຸດ.

ໃນວັນອາທິດທີ 20 ພະຈິກຜ່ານມາ ກອງກຳລັງອີຣັກ ສາມາດປິດລ້ອມເຂດ ອັນ-ໂຊຮູ ຊຶ່ງຫ່າງຈາກໃຈກາງເມືອງໂມຊູນ ພຽງແຕ່ປ 8 ກິໂລແມັດເທົ່ານັ້ນ ສົ່ງຜົນເຮັດໃຫ້ພົນລະເຮືອນພາກັນຫລົບໜີ ຍົກທຸງຂາວອອກມາພື້ນທີ່ເຂດປົດປ່ອຍ ດ້ານແນວຫລັງຂອງຝ່າຍລັດຖະບານ.

ທັງນີ້ ກອງກຳລັງຝ່າຍຕ່າງໆຂອງອີຣັກ ໄດ້ເລີ່ມຕົ້ນປະກາດບັ້ນຮົບປົດປ່ອຍເມືອງໂມຊູນ ເມືອງໃຫຍ່ອັນດັບ 2 ຂອງປະເທດ ເມື່ອໜຶ່ງເດືອນຜ່ານມາ, ພາຍຫລັງທີ່ເມືອງດັ່ງກ່າວນີ້ ຖືກກຸ່ມລັດອິດສະລາມ ຫລື ໄອເອັສ ຍຶດຄອງມາຕັ້ງແຕ່ກາງປີ 2014 ແລະ ຍັງເປັນເຂດທີ່ໝັັ້ນສຸດທ້າຍຂອງກຸ່ມໄອເອັສ ໃນດິນແດນປະເທດອີຣັກ ໃນປັດຈຸບັນ.

559000012013904
ພົນລະເຮືອນຊາວອີຣັກ ກຳລັງອົບພະຍົບຫລົບໜີ ການສູ້ຮົບກັນ ໃນບັ້ນຮົບປົດປ່ອຍເມືອງໂມຊູນ ປະເທດອີຣັກ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!