ໄຊບີເລຍອາກາດໜາວຫຼາຍ ຫິມະຕົກກໍ່ໂຕເປັນກ້ອນ

0
1558

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 7 ພະຈິກຜ່ານມາວ່າ ໃນເຂດໄຊບີເລຍ ຂອງລັດເຊຍ ອາກາດໜາວເຢັນຕິດລົບ ຈົນຫິມະຕົກຫຼາຍ, ຈົນກໍ່ໃຫ້ເກີດປາກົດການທາງທຳມະຊາດທີ່ງົດງາມຂຶ້ນບໍລິເວນອ່າວອອບ ທາງຕາເວັນຕົກສ່ຽງເໜືອຂອງໄຊບີເລຍ, ຈົນເກີດກ້ອນຫິມະຫຼາຍຂະໜາດຕັ້ງແຕ່ເທົ່າລູກເທນນິສ ຈົນຮອດກ້ອນກົມໃຫຍ່ເທົ່າເສັ້ນຜ່າສູນກາງ 1 ແມັດ, ຈົນແນມເບິ່ງສຸດສາຍຕາປະມານ 18 ກິໂລແມັດຂອງຫາດຊາຍ

Giant snowballs in Nyda

ປາກົດການນີ້ ໄດ້ສ້າງຄວາມປະຫຼາດໃຈ ໃຫ້ກັບຊາວບ້ານທີ່ມາພົບເຫັນ ຈົນໄດ້ພາກັນມາຖ່າຍຮູບເກັບໄວ້, ເອຄາທາຣິນາ ເຊີນິກ ເວົ້າວ່າ ລາວຮູ້ສຶກຕື່ນເຕັ້ນຫຼາຍ ເນື່ອງຈາກວ່າບໍ່ເຄີຍເກີດເຫດການແບບນີ້ຢູ່ໄຊເບເຣຍມາກ່ອນ

ເຊີເກ ລິເຊນຄອບ ໂຄສົກສະຖາບັນອາກຕິກ ແລະແອນຕາກຕິກ ອະທິບາຍວ່າ ປາກົດການນີ້ເກີດຂຶ້ນຈາກ ປາກົດການທຳມະຊາດທີ່ເກີດຈາກເສດນໍ້າກ້ອນ ແລະເສດຫິມະທີ່ຖືກກະແສລົມ ກັບນໍ້າພັດມາຊົນກັນຈົນຮວມໂຕເປັນກ້ອນກົມ, ປາກົດການແບບນີ້ ເຄີຍເກີດຂຶ້ນຢູ່ອ່າວຟິນແລນໃນ ເດືອນ ທັນວາ 2014 ແລະຢູ່ທະເລສາບມິຊິແກນຂອງສະຫະລັດໃນ ເດືອນ ທັນວາ ປີ 2015