ຜູ້ນຳໄອເອັສ ສັ່ງນັກຮົບສູ້ຈົນຕົວຕາຍ ຫ້າມຖອຍໜີຈາກເມືອງໂມຊູນ ທີ່ໝັ້ນສຸດທ້າຍເດັດຂາດ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກນີ້ວ່າ ທ່ານ ອະບູບາກາ ອັນ-ບັກດາດີ ຜູ້ນຳສູງສຸດຂອງກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ຮຽກຮ້ອງໃຫ້ນັກຮົບຂອງຕົນ ສະກັດກັ້ນກອງກຳລັງອີຣັກ ບໍ່ໃຫ້ສາມາດຍືດເມືອງໂມຊູນຄືນໄປໄດ້ ຫລັງຈາກທີ່ຖືກກອງທັບອີຣັກ ແລະ ພັນທະມິດ ເປີດບັ້ນຮົບບຸກໂຈມຕີ ເພື່ອປົດປ່ອຍເມືອງໂມຊູນ ຢ່າງໜັກໜ່ວງ.

ທັງນີ້ ເມື່ອເດືອນມິຖຸນາປີ 2014 ທີ່ຜ່ານມາ ກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ບຸກຍຶດຄອງດິນແດນສ່ວນໃຫຍ່ຂອງອີຣັກ ໂດຍທ່ານ ອັນ-ບັກດາດີ ໄດ້ປະກົດຕົວທີ່ເມືອງໂມຊູນ ແລ້ວປະກາດສ້າງຕັ້ງລັດອິດສະລາມຂຶ້ນ ກິນພື້ນທີ່ຄວບຄຸມດິນແດນຂອງອີຣັກ ແລະ ສ່ວນໜຶ່ງໃນປະເທດຊີຣີ ອີກດ້ວຍ.

ແນວໃດກໍຕາມ ປັດຈຸບັນພື້ນທີ່ຂອງລັດອິດສະລາມ ໄດ້ຫລຸດໜ້ອຍຖອຍລົງເລື້ອຍໆ ຊຶ່ງເມືອງໂມຊູນແຫ່ງນີ້ ໄດ້ກາຍເປັນຖານທີ່ໝັ້ນແຫ່ງສຸດທ້າຍ ໂດຍຄາດວ່າອາດມີນັກຮົບໄອເອັສ ປະຈຳການຢູ່ເມືອງໂມຊູນ ປະມານ 3,000-5,000 ຄົນ.

559000011367805

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!