ກອງທັບອີຣັກ ບຸກປົດປ່ອຍເມືອງໂມຊູນ ເຂດທີ່ໝັ້ນສຸດທ້າຍຂອງໄອເອັສ ພຽງມື້ດຽວຍຶດຄືນໄດ້ 20 ບ້ານແລ້ວ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ຕຸລາຜ່ານມານີ້ວ່າ ກອງທັບອີຣັກ ແລະ ພັນທະມິດ ໄດ້ຮ່ວມກັນປິດລ້ອມບຸກໂຈມຕີ ເພື່ອປົດປ່ອຍເມືອງໂມຊູນ ຈາກການຍຶດຄອງຂອງກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ຊຶ່ງເປັນເຂດທີ່ໝັ້ນສຸດທ້າຍຂອງກຸ່ມດັ່ງກ່າວ ພາຍໃນດິນແດນອີຣັກ ໂດຍໃນ 24 ຊົ່ວໂມງທຳອິດ ສາມາດປົດປ່ອຍ 20 ບ້ານ ໃນເຂດຮອບນອກເມືອງດັ່ງກ່າວ ສຳເລັດແລ້ວ.

ເມືອງໂມຊຸນ ເປັນເມືອງທີ່ໃຫຍ່ທີ່ສຸດ ທີ່ຖືກກຸ່ມໄອເອັສຍຶດຄອງ ນັບຕັ້ງແຕ່ກຸ່ມດັ່ງກ່າວ ໄດ້ບຸກຍຶດພື້ນທີ່ບໍລິເວນກວ້າງ ໃນປະເທດອີຣັກ ແລະ ຊີຣີ ເມື່ອປີ 2014 ຜ່ານມາ ໂດຍທ່ານ ແອັດ ຄາເຕີ້ ລັດຖະມົນຕີປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ລະບຸວ່າ ການບຸກໂຈມຕີເພື່ອປົດປ່ອຍເມືອງໂມຊູນ ຖືເປັນການກວາດລ້າງຂັ້ນເດັດຂາດຕໍ່ກຸ່ມໄອເອັສ.

ທັງນີ້ ຄາດວ່າມີນັກຮົບໄອເອັສ ປະມານ 4,000-8,000 ຄົນ ຢູ່ພາຍໃນເມືອງໂມຊູນ ໃນຂະນະທີ່ກອງກຳລັງທະຫານອີຣັກ, ກອງກຳລັງຊາວເຄີດ ແລະ ກຳລັງຕິດອາວຸດເຜົ່າຕ່າງໆ ທີ່ຕໍ່ສູ້ຮ່ວມກັບລັດຖະບານອີຣັກ ມີລວມກັນປະມານ 30,000 ຄົນ, ນອກຈາກນີ້ ຍັງມີທະຫານອາເມຣິກາອີກ 5,000 ຄົນ, ທະຫານຝຣັ່ງ, ອັງກິດ, ການາດາ ແລະ ຊາດພັນທະມິດຕາເວັນຕົກອື່ນໆ ກໍໄດ້ຮ່ວມກັນສະໜັບສະໜູນ ປະຕິບັດການຄັ້ງນີ້.
 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!