Homeຂ່າວການພັດທະນາສື່ນອກເຜີຍ ນັກບູຮານຄະດີອົດສະຕາລີ ຈະສ້າງແຜນທີ່ທົ່ງໄຫຫີນແບບ 3 ມິຕິ ລະອຽດທຸກ 10 ຊັງຕີແມັດ!

ສື່ນອກເຜີຍ ນັກບູຮານຄະດີອົດສະຕາລີ ຈະສ້າງແຜນທີ່ທົ່ງໄຫຫີນແບບ 3 ມິຕິ ລະອຽດທຸກ 10 ຊັງຕີແມັດ!

Published on

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 19 ຕຸລານີ້ວ່າ ທ່ານ ດູກັນ ໂອໄຣລີ ນັກບູຮານຄະດີ ຈາກມະຫາວິທະຍາໄລແຫ່ງຊາດອົດສະຕາລີ (ANU) ໄດ້ປະກາດແຜນ ຈະໃຊ້ໂດຣນເກັບຖ່າຍພາບທົ່ງໄຫຫີນແບບ 3 ມິຕິ ໃນພື້ນທີ່ທຸກໆ 10 ຊັງຕີແມັດ ເພື່ອສ້າງເປັນແຜນທີ່ທີ່ມີຄວາມລະອຽດສູງ ອຳນວຍໃຫ້ແກ່ນັກວິທະຍາສາດ ສາມາດສຳຫລວດພື້ນທີ່ທົ່ງໄຫຫີນ ໂດຍບໍ່ຈຳເປັນຕ້ອງລົງພື້ນທີ່ຕົວຈິງ ຊຶ່ງພົບຄວາມຫຍຸ້ງຍາກຈາກລະເບີດບໍ່ທັນແຕກໃນປາງສົງຄາມ ຊຶ່ງການໃຊ້ເຕັກໂນໂລຊີທັນສະໄໝດັ່ງກ່າວນີ້ ຈະກໍ່ໃຫ້ເກີດປະໂຫຍດຢ່າງຫລວງຫລາຍ ແລະ ຫລຸດຜ່ອນອັນຕະລາຍ ຈາກການລົງສຳຫລວດພື້ນທີ່ດັ່ງກ່າວ.

ນອກຈາກການໃຊ້ໂດຣນ ເພື່ອເກັບຖ່າຍພາບແບບ 3 ມິຕິແລ້ວ ທ່ານ ໂອໄຣລີ່ ຍັງໄດ້ກ່າວອີກວ່າ ນັກບູຮານຄະດີ ກຳລັງພິຈາລະນາ ໃຊ້ງານກ້ອງຖ່າຍພາບສີຫລາຍຄື້ນຄວາມຖີ່ ຊຶ່ງຈະສາມາດເກັບພາບແສງ ຈາກຄວາມຖີ່ທີ່ບໍ່ສາມາດເບິ່ງເຫັນໄດ້ເຊັ່ນ ລັງສີອິນຟຣາເຣດ ແລະ ຈະມີການໃຊ້ເຕັກໂນໂລຊີ ຍິງເລເຊີຈາກອາກາດລົງມາຊຶ່ງເອີ້ນວ່າ ລິດາ ເພື່ອສ້າງແຜນທີ່ທີ່ມີຄວາມລະອຽດສູງ ໃນລະດັບຊັງຕີແມັດ.

ຂໍ້ມູນທີ່ລວບລວມໄດ້ທັງໝົດນີ້ ທີມນັກວິໄຈ ຈະນຳໄປສ້າງແຜນພູມມີທັດທົ່ງໄຫຫີນແບບສະເໝືອນຈິງ ຊຶ່ງຈະອຳນວຍຄວາມສະດວກໃຫ້ແກ່ນັກບູຮານຄະດີ, ນອກຈາກນັ້ນ ຍັງສາມາດສ້າງໃຫ້ກາຍເປັນພິພິທະພັນອອນລາຍ ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມ ຜ່ານລະບົບອິນເຕີເນັດ ຫລື ຕະຫລອດຮອດປັບໃຊ້ກັບສະມາດໂຟນ ໃຫ້ທຸກຄົນສາມາດເຂົ້າຊົມແຜນທີ່ດັ່ງກ່າວ ໃນຮູບແບບ 3 ມິຕິ ອີກດ້ວຍ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...