ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະຢ້ຽມຢາມຣາຊະອານາຈັກໄທ 5-6 ກໍລະກົດນີ້!

ຕາມແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ພົນເອກ ປຮະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນລະຫ່ວາງວັນທີ 5-6 ກໍລະກົດ 2016 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງອັນດີ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!