Homeຂ່າວທ້ອງຖິ່ນແຂວງຄຳມ່ວນ ລົງກວດສອບຫົວຈ່າຍປ້ຳນ້ຳມັນ ຢູ່ເມືອງໜອງບົກ ໄດ້ຕາມມາດຕະຖານ!

ແຂວງຄຳມ່ວນ ລົງກວດສອບຫົວຈ່າຍປ້ຳນ້ຳມັນ ຢູ່ເມືອງໜອງບົກ ໄດ້ຕາມມາດຕະຖານ!

Published on

ຂປລ. ທ້າຍ​ເດືອນມິຖຸນາຜ່ານ​ມາ, ພະນັກງານ​ຂະ​ແໜງ​ຊັບ​ສິນ​ທາງ​ປັນຍາ ມາດຕະຖານ ​ແລະ ວັດ​ແທກ ກໍຄື​ພະ ​ແນ​ກວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ ​ແຂວງ​ຄຳ​ມ່ວນ​ ຮ່ວມ​ກັບ ພະນັກງານ​ຫ້ອງການວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເມືອງ​ໜອງ​ບົກ ໄດ້​ລົງ​ກວດ​ສອບຫົວ​ປ້ຳ​ຈຳໜ່າຍ​ນ້ຳມັນ​ເຊື້ອ​ໄຟ ທີ່​ເມືອງ​ໜອງ​ບົກ ​ຈຳນວນ 3 ປ້ຳ ຄື: ປໍ້າສີສະ​ໝຸດ ຕັ້ງ​ຢູ່​ບ້ານ​ໂພນ, ປໍ້າອານຸສອນ ​ຢູ່​ບ້ານນາ​ມັນປາ ​ແລະ ປໍ້າວາດ​ສະໜາ ຢູ່​ບ້ານດອນ​ຂຽວ​ເໜືອ ລວມທັງ​ໝົດ​ ມີ 7 ຕູ້ 14 ຫົວ​ຈ່າຍ.

ທັງ​ນີ້ ກໍ​ເພື່ອ​ລົງ​ກວດ​ສອບ​ຄວາມ​ຖືກຕ້ອງ, ຊັດ​ເຈນ, ການ​ບໍ່​ເອົາ​ປຽບ​ກັນ ລະຫວ່າງຜູ້​ດຳ​ເນີນ​ທຸລະ​ກິດ ​ແລະ ຜູ້ຊົມ​ໃຊ້ ​ເພື່ອ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ຍຸຕິ​ທຳ. ​ໂດຍ​ໄດ້​ມີ​ການ​ກວດ​ສອບ​​ໄດ້​ ຕາມ​ເກນ​ມາດ​ຕະຖານທີ່​ກຳນົດ​ໄວ້​ແລ້ວ, ໄດ້​ໜີບ​ກົ່ວ, ຕິດສະຕິ​ກ​ເກີ້ ​ແລະ ​ເຮັດ​ບົດ​ບັນທຶກ​ການກວດ​ສອບ ​ຮ່ວມ​ກັບ​ເຈົ້າ​ຂອງ​ປ້ຳ ​ເພື່ອ​ເປັນ​ການ​ຢັ້ງຢືນ​ວ່າ ທາງ​ປ້ຳ​ໄດ້ຜ່ານ​ການກວດ​ສອບ ​ແລະ ​ໄດ້ບໍລິ​ມາດ ​ຕາມ​ມາດຕະຖານ​ທີ່​ກຳນົດ​ໄວ້ແລ້ວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...