ໄທ-ມຽນມາ ຈະສືບຕໍ່ຮັດແໜ້ນຄວາມສຳພັນສອງຝ່າຍ ແລະ ສົ່ງເສີມການຮ່ວມມືຮອບດ້ານ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພຶດສະພາຜ່ານມານນີ້ວ່າ ໃນວັນທີ 8 ພຶດສະພາ 2016 ທ່ານ ດອນ ປະຣະມັດວິໄນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໄດ້ຖະແຫລງຮ່ວມກັບ ທ່ານ ນາງ ອອງຊານ ຊູຈີ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ແລະ ທີ່ປຶກສາແຫ່ງລັດມຽນມາ ທີ່ນະຄອນຫລວງເນປີດໍວ່າ ທັງສອງຝ່າຍຈະສົ່ງເສີມຄວາມສຳພັນທະວິພາຄີ ແລະ ການຮ່ວມມືທາງເສດຖະກິດ ໃນທຸກດ້ານ ລະຫວ່າງການເດີນທາງຢ້ຽມຢາມມຽນມາ ຢ່າງເປັນທາງການ ເປັນເວລາ 2 ວັນ ຂອງລັດຖະມົນຕີການຕ່າງປະເທດໄທ ໃນຖານະຜູ້ແທນພິເສດຂອງນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ.

ລະຫວ່າງການພົບປະຫາລື ທັງສອງຝ່າຍໄທ ແລະ ມຽນມາ ໄດ້ມີການແລກປ່ຽນກ່ຽວກັບ ບັນຫາແຮງງານມຽນມາ ໃນປະເທດໄທ, ການພັດທະນາເຂດເສດຖະກິດພິເສດທະວາຍ ແລະ ການຮ່ວມມືພັດທະນາເຂດພື້ນທີ່ຊາຍແດນ ລະຫວ່າງສອງປະເທດອີກດ້ວຍ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!