ສະໝຸນໄພແກ້ນອນໂກນ

q2
ນອນໂກນ ອີກໜຶ່ງບັນຫາໜັກໃຈເກີດຂຶ້ນໄດ້ທັງເພດຍິງ ແລະ ຊາຍ ເຊິ່ງອາການນອນກົນນັ້ນເປັນສິ່ງທີ່ຜິດປົກກະຕິຂອງຊ່ອງທາງເດີນຫາຍໃຈແຄບ ເຮັດໃຫ້ເກີດການສັ່ນສະເທືອນຂອງເນື້ອເຍື້ອສ່ວນທີ່ແຄບໆນັ້ນ ເຊິ່ງສຽງໂກນຈະເກີດຂຶ້ນໃນເວລາທີ່ຫາຍໃຈຕອນນອນ ເຊິ່ງວັນນີ້ພວກເຮົາມີສະໝູນໄພທີ່ມີສັບພະຄຸນຊ່ວຍຫລຸດຜ່ອນອາການໂກນມາແນະນຳໃຫ້ລອງກິນເບິ່ງ ເຊິ່ງປະກອບມີ:
1. ນ້ຳມັນໝາກກອກ ພຽງກິນວັນລະ 4-5 ຢົດກ່່ອນນອນທຸກວັນ ຄຽງຄູ່ກັບການອອກກຳລັງກາບຄວບຄຸມນ້ຳໜັກ ເຮັດຢ່າງຕໍ່ເນື່ອງກໍ່ສາມາດຄວບຄຸມນ້ຳໜັກໄດ້ແລ້ວ
2. ຫອມແດງ ຊ່ວຍເຮັດໃຫ້ລະບົບການຫາຍໃຈດີຂຶ້ນ ແລະ ບັນເທົາອາການນອນໂກນໄດ້ອີກດ້ວຍ
3. ໝາກເພັດຂີ້ໜູ ມີຣົດຊາດເພັດຊ່ວຍໃຫ້ລະບົບຫາຍໃຈໂລ່ງສະບາຍ ແລະ ເກີດຄວາມຊຸ່ມໃນລຳຄໍ ໝາກເພັດຂີ້ໜູມີສານແຄບໄຊຊິນຊ່ວຍຫລຸດການຫົດຕົວຂອງກ້າມເນື້ອຮອດຫຼອດລົມ ດ້ວຍເຫດນີ້ໝາກເພັດຈິ່ງມີປະໂຫຍດຕໍ່ຄົນທີ່ມີບັນຫາກ່ຽວກັບລະບົບຫາຍໃຈ ຫຼື ຄົນທີ່ມີອາການນອນໂກນໄດ້
4. ຂິງ ນຳຂິງແກ່ຂະໜາດເທົ່າໂປ້ມືປະມານ 5 ຫົວ ມາທຸບແລ້ວຕົ້ມນ້ຳພໍປະມານແລ້ວດື່ມ ກໍ່ຈະຊ່ວຍໃຫ້ມີຄວາມສົດຊື່ນ ແຖມຍັງເຮັດໃຫ້ລະບົບຫາຍໃຈສະດວກຂຶ້ນ ຫາກດື່ມນ້ຳຂິງເລື່ອຍໆອາການນອນໂກນຈະຄ່ອຍໆຫາຍດີແນ່ນອນ