ຫົວ​ເວີຍກຳ​ໄລ​ພຸ່ງ 33% ຄວາມ​ຕ້ອງການ​ອຸປະກອນ​​ເພີ່ມ-ຊີງ​ພື້ນ​ທີ​ຕະຫລາດ​ຫລາຍ​ຂຶ້ນ

0
1692

ສຳນັກ​ຂ່າວ​ບີ​ບີ​ຊີ​ລາຍ​ງານ​ເມື່ອ​ວັນ​ທີ 1 ​ເມສາ ຫົວ​ເວີຍ ບໍລິສັດ​ເຕັກ​ໂນ​ໂລ​ຊີ​ສັນຊາດ​ຈີນ ລະບຸ​ວ່າ ຜົນ​ປະກອບ​ການ​ໃນ​ປີ 2016 ຢູ່​ທີ່ 3,95 ​ແສນ​ລ້ານ​ຢວນ ​ເຮັດ​ໃຫ້​ກຳ​ໄລ​ເພີ່ມ​ສູງ​ຂຶ້ນ​ຈາກ​ປີ​ກ່ອນ 3,69 ໝື່ນ​ລ້ານ​ຢວນ ຫຼື ຄິດ​ເປັນ 33% ປັດ​ໄຈ​ຈາກ​ຄວາມ​ຕ້ອງການ​ສະມາດ​ໂຟນ ​ແລະ​ ອຸປະກອນ​ອື່ນໆ​ຂອງ​ບໍລິສັດ​ທີ່​ຫຼາຍ​ຂຶ້ນ.

ຫົວ​ເວີຍ​ລະບຸ​ວ່າ ​ປັດ​ໄຈ​ຫຼັກ​ມາ​ຈາກ​ຜູ້​ບໍລິ​ໂພ​ກທີ່​ຕ້ອງການ​ຊື້​ຫຼາຍ​ຂຶ້ນ 73% ຈາກ​ປີ​ກ່ອນ ດ້ວຍ​ສາ​ເຫດ​ທີ່​ວ່າ “​ອຸປະກອນ​ຄຸນ​ນະພາ​ບສູງ​ທີ່​ສາມາດ​ມອບ​ປະສົບ​ການ​ການ​ນຳ​ໃຊ້​ທີ່​ສຸດ​ຍອດ ລວມ​ເຖິງ​ການ​ເຕີບ​ໂຕ​ຂອງ​ຫົວ​ເວີຍ​ໃນ​ຖານະ​ກາສິ​ນຄ້າ​ທີ່​ມີ​ຜູ້​ນິຍົມ​ບໍລິ​ໂພ​ກຫຼາຍ​ຂຶ້ນ”.

ຫົວ​ເວີຍ​ຍັງ​ເປັນ​ໜຶ່ງ​ໃນ​ບໍລິສັດ​ໂທລະ​ຄົມມະນາຄົມ​ທີ່​ໃຫຍ່​ທີ່​ສຸດ​ບໍລິສັດ​ໜຶ່ງ ​ແຕ່​ຖືກ​ຫ້າມ​ຈຳໜ່າຍ​ໃນ​ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ ອົດ​ສະຕຣາລີ​ຈາກ​ຄວາມ​ຢ້ານ​​ເຖິງ​ໄພ​ຈໍລະກຳ​ຂໍ້​ມູນ, ຢ່າງ​​ໃດ​ກໍ່ຕາມ ອຸປະກອນ​ເອ​ເລັກ​ໂຕຣນິກອື່ນໆ ລວມ​ເຖິງ​ໂທລະສັບ​ມື​ຖື​ໄດ້​ຮັບ​ອະ​ຍຸ​ຍາດ​ໃຫ້​ຂາຍ​ໃນ​ຕະຫຼາດ​ສະຫະລັດ​ໄດ້.