ສານອິນໂດຯ ຈຳຄຸກກັບຕັນເຮືອປະມົງຊາວໄທ 3 ປີ ຂໍ້ຫາທໍລະມານ ແລະ ຂູດຮີດແຮງງານ ຊາວມຽນມາ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ມີນານີ້ວ່າ ຄະນະຜູ້ພິພາກສາສານອິນໂດເນເຊຍ ໄດ້ຕັດສິນຕັດອິດສະຫລະພາບ ບັນດາຜູ້ຄຸມເຮືອປະມົງຊາວໄທ 5 ຄົນ ແລະ ຊາວອິນໂດເນເຊຍອີກ 3 ຄົນ ເປັນເວລາ 3 ປີ ໃນມື້ວານນີ້ (10 ມີນາ) ໃນຂໍ້ຫາຄ້າມະນຸດ ພ້ອມທັງຖືກປັບໃໝອີກຄົນລະປະມານ 12,250 ໂດລາ ແລະ ຈຳເລີຍທີ່ເປັນຊາວໄທ ຍັງຈະຕ້ອງໄດ້ຈ່າຍເງິນຊົດເຊີຍທາງແພ່ງ ໃຫ້ແກ່ລູກເຮືອປະມົງຊາວມຽນມາ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ລວມທັງໝົດ 67,800 ໂດລາ.

ທັງນີ້ ເນື່ອງຈາກມີລູກເຮືອປະມົງຊາວມຽນມາ 13 ຄົນ ຖືກບັງຄັບນາບຂູ່ ແລະ ທໍລະມານ ໃຫ້ເຮັດວຽກຢູ່ເຮືອປະມົງ ຕະຫລອດ 24 ຊົ່ວໂມງ ໂດຍທີ່ບໍ່ໄດ້ຮັບເງິນຄ່າແຮງງານແຕ່ຢ່າງໃດ.