ລາວຈະເປັນເຈົ້າພາບ ກອງປະຊຸມລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ

ccd6b53eb4c74f622e8082b8cc3b1bda

ພິທີ​ຖະແຫຼງ​ຂ່າວ​ກ່ຽວ​ກັບການ​ເປັນ​ເຈົ້າພາບ​ ກອງ​ປະຊຸມລັດຖະມົນຕີ​ອາ​ຊຽນ​ດ້ານ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ​ຄັ້ງ​ທີ 16 ແລະ ກອງ​ປະຊຸມ​ຄະນະ​ກຳ​ມະການ​ຮ່ວມ​ມື​ອາ​ຊຽນ​ດ້ານ​ວິ​ທະຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ​ຄັ້ງ​ທີ 70 ທີ່​ຈະ​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 2-6 ພະຈິກ 2015 ທີ່​ນະຄອນຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 5 ຕຸລາ 2015 ທີ່​ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ໂດຍ​ມີ ທ່ານ ບັນດິດ ​ສຈ. ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການກະຊວງ​ວິທະຍາສາດ ແລະ ເຕັກໂນ​ໂລ​ຊີ ມີ​ບັນດາ​ລັດຖະມົນຕີຊ່ວຍຫົວໜ້າ​ຫ້ອງການ ກົມພາຍ​ໃນ​ກະຊວງ ຕາງໜ້າ​ບັນດາບໍລິສັດ​ທີ່​ໃຫ້ການ​ອຸປະຖຳ​ໃນ​ການ​ຈັດ​ງານ ແລະ ຂະແໜງການກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບັນດິດ ​ສຈ. ບໍ່​ວຽງ​ຄຳ ວົງ​ດາລາ ກ່າວ​ວ່າ: ປັດຈຸບັນ​ວິທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເປັນ​ກຳລັງ​ແຮງ​ຂອງ​ການ​ຂະຫຍາຍ​ຕົວ​ເສດຖະກິດ ແລະ ການພັດທະນາ​ສັງຄົມ​ຂອງ​ບັນດາ​ປະຊາ​ຊາດ​ໃນ​ໂລກ ຄະນະ​ກຳ​ມະການ​ອາ​ຊຽນ​ດ້ານ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການສ້າງຕັ້ງ​ຂຶ້ນ ໃນ​ປີ 1978 ນັບ​ແຕ່ນັ້ນ​ເປັນຕົ້ນ​ມາ​ບັນດາ​ລັດ​ຖະ​ມົນຕີ​ວິທະຍາສາດ ແລະ ເຕັກ​ໂນ​ໂລຊີ ​ກໍ່​ໄດ້​ມີ​ການ​ຈັດ​ປະຊຸມ​ເພື່ອ​ທົບທວນ ແລະ ປັບປຸງ​ເປົ້າ​ໝາຍການ​ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ຂອງ​ບັນດາ​ປະເທດ​ອາ​ຊຽນ​ ໃຫ້​ສອດຄ່ອງກັບ​ສະພາບ​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ​ແຕ່​ລະ​ໄລຍະ ທັງໃຫ້​ສອດຄ່ອງ​ກັບ​ວິໄສ​ທັດ​ອາ​ຊຽນ ຮອດ​ປີ 2020 ທີ່​ຜູ້ນຳ​ອາ​ຊຽນ ໄດ້​ຮັບຮອງ​ເອົາໃນ​ປີ 1997 ຄືການ​ລວມ​ຕົວ​ກັນ​ຂອງ​ບັນດາ​ປະຊາ​ຊາດ​ອາຊີ​ອາຄະເນ ​ທີ່​ມີ​ສາຍຕາ​ເປີດ​ກວ້າງ​ການ​ດຳລົງ​ຊີວິດ​ຢູ່ໃນ​ສັນຕິພາບສະຖຽນ​ລະ​ພາບ ແລະ ຈະເລີນ​ວັດທະນາຜູກ​ພັນ ເພື່ອ​ການ​ພັດທະນາ​ທີ່​ເຂັ້ມແຂງຢູ່​ໃນ​ປະຊາ​ຄົມ​ຂອງ​ສັງຄົມ​ເອື້ອອາລີ ການ​ຮ່ວມ​ມື​ທາງ​ດ້ານ​ວິ​ທະຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ ແນໃສ່​ບັນລຸ​ໃຫ້​ບັນດາ​ປະເທດ​ອາຊຽນ ​ມີ​ຄວາມ​ສາມາດ​ແຂ່ງຂັນທາງ​ດ້ານ​ເຕັກ​ໂນ​ໂລ​ຊີ ມີ​ຄວາມກ້າວໜ້າ​ໃນ​ເຕັກ​ໂນ​ໂລ​ຊີ​ລັກ​ສະນະ​ຍຸດ​ທະ​ສາດ ມີ​ຊັບພະຍາກອນມະນຸດ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ເຕັກ​ໂນ​ໂລ​ຊີ​ໃນ​ ລະດັບສູງ ແລະ ມີ​ເຄືອ​ຂ່າຍ​ການ​ພົວພັນ​ລະຫວ່າງ​ສະ​ຖາ​ບັນ ແລະ ສູນ​ດີເລີດ​ທາງ​ດ້ານ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ທີ່​ເຂັ້ມແຂງ.

ກອງ​ປະຊຸມ​ດັ່ງກ່າວ ​ປະກອບດ້ວຍ​ກອງ​ປະຊຸມ 3 ລະດັບຄື: ກອງ​ປະຊຸມ​ອະນຸ​ກຳມະການ ໃນນີ້​ໄດ້​ມີ 3 ກອງ​ປະຊຸມ​ຍ່ອຍ ເຊັ່ນ: ກອງ​ປະຊຸມ​ສຳ​ມະ​ນາ​ດ້ານ​ໂຄງລ່າງ​ຊັບພະຍາກອນ​ມະນຸດ ແລະ ການ​ພັດທະນາ ຄັ້ງ​ທີ 48 ກອງປະຊຸມ​ປຶກສາ​ຫາລື​ດ້ານ​ແຜນ​ປະຕິ​ບັດ​ງານ​ອາ​ຊຽນ​ດ້ານ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ຄັ້ງ​ທີ 27 ແລະ ກອງ​ປະຊຸມ​ຄະນະ​ທີ່​ປຶກສາ​ກອງ​ທຶນ​ວິທະຍາສາດ​ອາ​ຊຽນ ຄັ້ງ​ທີ 26 ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ ປະກອບ​ມີກອງ​ປະຊຸມຄະນະ​ກຳມະການ​ທາງ​ດ້ານ​ວິ​ທະຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫາລື​ອາ​ຊຽນ ​ຄັ້ງ​ທີ 70 ແລະ ກອງປະຊຸມ​ລະດັບ​ລັດຖະມົນຕີ​ວິ​ທະຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຄັ້ງ​ທີ 16 ເຊິ່ງ​ຈັດ​ຂຶ້ນ​ທຸກໆ 2 ປີ.

 

ແຫລ່ງຂ່າວ:

ວຈໝ