spot_img
Homeຂ່າວທ້ອງຖິ່ນເມືອງປາກງື່ມ - ໂພນວິໄສ ຫາລືຮັກສາຄວາມສະຫງົບຕາມຊາຍແດນ

ເມືອງປາກງື່ມ – ໂພນວິໄສ ຫາລືຮັກສາຄວາມສະຫງົບຕາມຊາຍແດນ

Published on

be6199658e3df43f62bfbaf89622d7cc

ເພື່ອ​ປະຕິບັດ​ຕາມ​ບົດ​ບັນທຶກ ກອງ​ປະຊຸມ​ຄະນະ​ກຳມະການຮ່ວມ​ມື​ຮັກສາ​ຄວາມ​ສະຫງົບຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ນະຄອນ​ຫຼວງ​ວຽງ​ຈັນ ກັບ​ແຂວງໜອງ​ຄາຍ ຄັ້ງ​ທີ 9 ລົງ​ວັນ​ທີ 22 ເມສາ 2011 ທີ່​ແຂວງ​ໜອງ​ຄາຍ ແລະ ບົດ​ທົບ​ທວນ​ກອງ​ປະຊຸມ ຄະນະ​ກຳມະການ​ຮ່ວມ​ມື​ຮັກສາຄວາມ​ສະຫງົບ​ຕາມ​ຊາຍ​ແດນ ລະຫວ່າງເມືອງໂພນ​ພິ​ໄສ ແລະ ເມືອງ​ປາກ​ງື່ມ ຄັ້ງ​ວັນ​ທີ 29 ຕຸລາ 2013 ທີ່​ເມືອງ​ໂພນ​ພິ​ໄສ ເປັນ​ເຈົ້າພາບ.

ກອງ​ປະຊຸມ​ຄະນະ​ອະນຸ​ກຳມະ​ການ​ຮ່ວມ​ມື ​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ລະຫວ່າງເມືອງ​ປາກ​ງື່ມ ກັບເມືອງ​ໂພນ​ພິ​ໄສ ໄດ້​ຈັດ​ຂຶ້ນ​ວັນ​ທີ 6 ຕຸລາ 2015 ນີ້ ຢູ່​ທີ່​ໂຮງແຮມບົວ​ວັນ ເມືອງ​ປາກ​ງື່ມ ນະຄອນຫຼວງ​ວຽງ​ຈັນ ຝ່າຍ​ລາວ​ແມ່ນທ່ານ ວົງ​ເດືອນ ບຸນ​ຍະ​ແສງ ເຈົ້າເມືອງ​ປາກ​ງື່ມ ຝ່າຍ​ໄທແມ່ນທ່ານ ທະນະ​ກອນ ເຄື່ອ​ວັນ ເຈົ້າເມືອງ​ໂພນ​ພິ​ໄສ ພ້ອມ​ດ້ວຍ​ຄະນະ​ອະນຸ​ກຳມະການ​ຮ່ວມ​ມື ​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຕາມຊາຍ​ແດນ ແລະ ຄະນະ​ອະນຸ​ກຳມະ​ການທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ທັງ​ສອງ​ຝ່າຍ​ໄດ້ປຶກສາ​ຫາລື​ຫຼາຍ​ບັນຫາ ເປັນຕົ້ນແມ່ນ​ ການ​ຮ່ວມ​ມື​ຮັກສາ​ຄວາມສະຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍແດນ ໃນ​ໄລຍະ 2 ປີຜ່ານມາ ການ​ຮ່ວມ​ມື​ຮັກສາ​ປ້ອງ​ກັນ​ເສັ້ນຊາຍ​ແດນ ໃນ​ການ​ດູດ​ຫີນ-ຊາຍຕາມ​ລຳ​ນ້ຳຂອງ ການ​ຮ່ວມ​ມື​ກໍລະ​ນີ​ບຸກຄົນ​ຂອງ​ແຕ່​ລະ​ຝ່າຍ​ຖືກຈັບ​ກຸມ​ຄຸມ​ຂັງ ການ​ຮ່ວມ​ມື​ການສະກັດ​ກັ້ນ​ການ​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ການ​ຄ້າຂາຍ​ເຖື່ອນ ການ​ຄ້າ​ປະເວນີ ການ​ຄ້າ​ມະນຸດ ການ​ໄປ​ອອກແຮງ​ງານ ຜ່ານ​ການຈັດຕັ້ງ​ປະຕິ​ບັດ​ວຽກ​ງານ​ຮ່ວມ​ກັນ​ ດ້ວຍຄວາມ​ຮັບຜິດຊອບ​ສູງ ເຮັດ​ໃຫ້ວຽກ​ງານ​ຫຼາຍ​ດ້ານ​ມີ​ຜົນສຳເລັດເປັນ​ຢ່າງ​ດີ ແຕ່​ຄຽງ​ຄູ່​ກັນ​ນັ້ນ ຖ້າທຽບໃສ່​ບົດ​ບັນທຶກ​ກອງ​ປະຊຸມຂອງ​ຄະນະ​ກຳມະການ​ທັງ​ສອງຝ່າຍ ​ເຫັນ​ວ່າຍັງ​ມີ​ຫຼາຍ​ບັນຫາທີ່​ຕ້ອງ​ໄດ້​ພ້ອມ​ກັນ​ແກ້​ໄຂ ເປັນຕົ້ນ ກໍລະນີ​ມີ​ປະຊາຊົນ​ຝ່າຍ​ໃດຝ່າຍ​ໜຶ່ງ​ຖືກ​ເຈົ້າ​ໜ້າທີ່​ກັກ​ຕົວ​ຄຸມ​ຂັງ ເພື່ອ​ດຳເນີນ​ຄະດີ​ຕາມ​ຂໍ້​ຫາ ຄະດີ​ກະທຳ​ຜິດ​ຕໍ່​ລະບຽບ​ກົດໝາຍ​ຂອງ​ສອງ​ປະເທດ ​ເຈົ້າ​ໜ້າທີ່​ທັງ​ສອງ​ຝ່າຍ​ຕ້ອງ​ແຈ້ງ​ຊື່ ແລະ ນາມສະກຸນ ອາຍຸ ທີ່ຢູ່ ຂໍ້​ຫາ​ຄະດີ ສະຖານທີ່​ກັກ​ຕົວ ແລະ ສະຖານ​ທີ​ດຳເນີນ​ຄະດີ​ໃຫ້​ອີກ​ຝ່າຍໜຶ່ງ​ຮັບ​ຊາບ ເພື່ອ​ສອງ​ຝ່າຍ​ຈະໄດ້​ພ້ອມ​ກັນ​ແກ້​ໄຂ ຜູ້​ຂັບ​ເຮືອ​ຮັບສົ່ງ​ຜູ້ໂດຍສານ​ໄປ-ມາ ທັງ​ສອງຝ່າຍ​ຕ້ອງ​ຮັບປະກັນ​ຄວາມ​ປອດໄພ​ເຖິງ​ເຄື່ອງ​ຂອງ ແລະ ຊີວິດຂອງ​ຜູ້ໂດຍສານ ຕ້ອງ​ໃຫ້​ນຸ່ງ​ເສື້ອຊູຊີບ​ທຸກ​ຄັ້ງ​ໃນ​ເວລາ​ຂ້າມ​ໄປ-ມາ​ເຂົ້າ-ອອກ​ດ່ານ ສະເໜີ​ຜູ້​ປະກອບ​ການ​ທັງ​ສອງ​ຝ່າຍ​ຂົນສົ່ງທາງ​ເຮືອ ຢູ່​ດ່ານ​ປະເພນີ​ບ້ານໂດນ-ໂພນ​ພິ​ໄສ ຫ້າມ​ຮັບ​ຝາກຄົນ ແລະ ສິ່ງ​ຂອງ ໂດຍ​ທີ່​ບໍ່​ແມ່ນໜ້າທີ່​ຄວາມ​ຮັບຜິດຊອບ​ຂອງຕົນ ກໍລະນີ​ສິນຄ້າ​ທີ່​ຍັງ​ບໍ່​ທັນ​ໄດ້ມອບ-ຮັບຂອງ​ທັງ​ສອງ​ຝ່າຍ ແມ່ນ​ເຈົ້າ​ຂອງ​ເຮືອ​ຕ້ອງ​ຮັບ​ຜິດຊອບ​ຕໍ່​ຜົນ​ເສຍ​ຫາຍ​ທັງ​ໝົດ​ທີ່ເກີດ​ຂຶ້ນ ​ພຽງ​ຝ່າຍ​ດຽວ ກໍລະນີ​ປະຊາ​ຊົນເຂົ້າ-ອອກ​ເມືອງ​ບໍ່​ຖືກຕ້ອງ​ທີ່​ຜິດ​ກົດໝາຍ​ຂອງ​ສອງ​ປະເທດ ​ເຈົ້າ​ໜ້າທີ່​ທັງ​ສອງ​ຝ່າຍ​ຕ້ອງ​ແຈ້ງ​ໃຫ້​ກັນ​ຊາບ ແລະ ສົ່ງ​ຜ່ານຄະນະ​ອະນຸ​ກຳມະການ​ຮ່ວມ​ມືຊາຍ​ແດນ​ລະຫວ່າງ​ເມືອງ​ປາກງື່ມ ກັບເມືອງ​ໂພນ​ພິ​ໄສ.

ນອກຈາກ​ນັ້ນ ທັງ​ສອງ​ຝ່າຍຍັງ​ໄດ້​ມີ​ການ​ມອບ​ຂອງ​ທີ່​ລະນຶກ ແລະ ຈັດ​ກິດຈະກຳ​ສ້າງ​ຄວາມສາມັກຄີ ເສີມ​ສ້າງ​ຄວາມ​ສຳພັນອັນ​ດີ ໃນ​ການ​ແຂ່ງຂັນ​ກີລາ​ເຕະບານອາວຸໂສ ເປ​ຕັງ ຊາຍ-ຍິງ ທັງ​ຊົມ​ສິລະ​ປະ​ເມືອງ​ປາກ​ງື່ມ​ນຳອີກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...