ເກີດອຸທົກກະໄພ ຢູ່ຫວຽດນາມ ສ້າງຄວາມເສຍຫາຍຢ່າງຫລວງຫລາຍ

U 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 21 ກັນຍາ 2015, ​ຄະນະ​ກຳມະການ​ ຮັບຜິດຊອບ ກ່ຽວ​ກັບ ການ​ປ້ອງ​ກັນ ​ນ້ຳ​ຖ້ວມ ​ແລະ ​ກູ້​ໄພ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເນື່ອງ​ຈາກ ​​ຝົນຕົກ​ໜັກ ຢ່າງ​ຕໍ່​ເນ​ື່ອງ ​​ ເຮັດ​ໃຫ້​​ ນ້ຳ​ຖ້ວມ ​ຢູ່​ຫລາຍແຂວງ ຂອງ​ຫວຽດນາມ ​ໂດຍ​ສະ​ເພາະ ​ແຂວງ ​​ເງອານ ທາງ​ພາກ​ກາງ ຂອງ​ຫວຽດນາມ ມີ​ຜູ້​ເສຍ​ຊີວິດ 4 ຄົນ, ເຮືອນ​ຊານເປ່​ເພ 9 ຫລັງ  ​ ແລະ ສ້າງ​ຄວາມ​ ເສຍ​ຫາຍ​ ຢ່າງ​ຫລວງຫລາຍ ຕໍ່​ການ​ຜະລິດ​ ອຸດສາຫະກຳ ​ແລະ ກະສິກຳ ​ໂດຍ​ມີ ມູນ​ຄ່າ​ເຖິງ 191 ຕື້​ດົງ(ສະກຸນ​ເງິນ​ ຫວຽດນາມ). ສ່ວນ​ເນື້ອ​ທ່ີ​ນາ ຂອງແຂວງ ອານ​ຢາງ ຫລາຍ​ກວ່າ 2.455 ​ເຮັກຕາ ກໍ​ຖືກ​ນ້ຳ​ຖ້ວມ. ປັດຈຸບັນ​ ບັນດາ ​ເຈົ້າໜ້າ​ທ່ີ ກ່ຽວ​ຂ້ອງ ​ແຂວງ​ອານ​ຢາງ ພວມ​ເລັ່ງ ສູບ​ນ້ຳ ​ອອກ​ຈາກ ​ທົ່ງ​ນາ​ ຢ່າງ​ຮີບ​ດ່ວນ.

 

ແຫລ່ງຂ່າວ:

ຂປລ