‎ອາເມລິກາ‬ ຜ່ານເຂົ້າຊີງເຕະບານຍິງຊີງແຊ້ມໂລກ ສະໄໝທີ 2

ການແຂ່ງຂັນເຕະບານຍິງຊີງແຊ້ມໂລກ 2015 ທີ່ປະເທດການາດາ ເປັນເຈົ້າພາບ ເມື່ອວັນທີ 30 ມິຖຸນາ ຜ່ານມາ ຮອບ ຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍ ລະຫວ່າງ ທີມຊາດສະຫະລັດອາເມລິກາ ອະດີດແຊ້ມ 2 ສະໄໝ (1991 ແລະ 1999) ພົບກັບ ທີມຊາດເຢຍລະມັນ ອະດີດແຊ້ມ 2 ສະໄໝເຊັ່ນກັນ (2003 ແລະ 2007) ເຊິ່ງໃນຮອບ 8 ທີມ ສະຫະລັດອາເມລິກາ ຊະນະ ສປ ຈີນ ຫວຸດຫວິດ 1-0, ຂະນະທີ່ ເຢຍລະມັນ ເອົາຊະນະ ຝຣັ່ງ ດ້ວຍການຍິງຈຸດ ໂທດ 5-4 ຖ້າທີມໃດຊະນະກໍ່ຈະຜ່ານເຂົ້າສູ່ຮອບຊີງຊະນະເລີດທັນທີ.
ຜ່ານການແຂ່ງຂັນ ປະກົດວ່າ ໃນເຄິ່ງເວລາທຳອິດ ຍັງສະເໝີກັນຢູ່ 0-0 ປະຕູ ກັບມາແຂ່ງຂັນຕໍ່ໃນເຄິ່ງເວລາທີ 2 ນາທີ 60 ເຢຍລະມັນ ມາໄດ້ຈຸດໂທດ ແຕ່ ເຊເລຍ ຊາຊິຊ ຍິງບໍ່ເຂົາ ແລະ ກາຍເປັນສະຫະລັດອາເມລິກາ ທີ່ມາໄດ້ຈຸດໂທດເຊັ່ນກັນ ໃນນາທີ 69 ຄາລີ ລອຍ ຍິງບໍ່ພາດ ໃຫ້ ສະຫະລັດອາເມລິກາ ຂຶ້ນນຳ 1-0 ຈາກນັ້ນ ໃນນທ້າຍເກມ ນາທີ 84 ສະຫະລັດອາເມລິກາ ໄດ້ປະຕູທີ 2 ຈາກການຍິງຂອງ ເຄລລີ ໂອຮາຣາ ຈົບເກມການແຂ່ງຂັນ 90 ນາທີ ສະຫະລັດອາເມລິກາ ເອົາຊະນະ ເຢຍລະມັນ ໄປ 2-0 ປະຕູ ຜ່ານເຂົ້າຮອບຊີງຊະນະເລີດ ເປັນສະໄໝທີ 2 ຕິດຕໍ່ກັນ ໂດຍຈະໄປພົບຜູ້ຊະນະລະຫວ່າງ ຍີ່ປຸ່ນ ແຊ້ມເກົ່າ ຫຼື ອັງກິດ ຕໍ່ໄປ.

11403046_1645144242365416_4464046489253663751_n

11046324_1645144239032083_5719282565479356255_n

1908116_1645144062365434_7470348449167455466_n