ນະຄອນຫຼວງວຽງຈັນ ທຳລາຍ​ຕູ້​ເກ​ມ​ເຖື່ອ​ນ​ເປັນ​ຈຳນວນຫຼາຍ!

game player

 

ວັນ​ທີ 14 ພະຈິກ​ນີ້ ກົມ​ຕຳຫຼວດຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ (​ເຂດ 207 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ), ນະຄອນຫຼວງ

ວຽງຈັນ ໄດ້ເຮັດພິທີ​ຈູດ​ທຳລາຍ​ຕູ້​ເກ​ມຜິດ​ກົດໝາຍ​ເປັນ​ຈຳນວນຫຼາຍ.

 

ໂດຍການ​ເຂົ້າ​ຮ່ວມ​ຂອງກອງ​ບັນຊາ​ການ ປກສ ນະຄອນ ຫຼວງ, ກົມ​ກົງ​ສູນກະຊວງ​ການ​ຕ່າງປະ​ເທດ, ກົມ​ພາຍ​ໃນ ແລະ

ກົມ 206, 208.  ທ່ານ ພັນ​ເອກ ສີສະ​ໄຫ​ວ ກ້ອນ​ພົມມາ ຮອງ​ຫົວໜ້າກົມ​ໃຫຍ່​ສັນຕິ​ບານ​ໄດ້​ມີ​ຄຳ​ເຫັນ​ວ່າ: ທັງ​ນີ້ກໍ​ເພື່ອ​

ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ສັງຄົມ ສະກັດ​ກັ້ນການ​ລ່ວງ​ລະ​ເມີດລະບຽບກົດໝາຍຄື ​ໃນໄລຍະ 4 ເດືອນ​ຜ່ານ​ມາ​ນີ້

​ເຈົ້າໜ​້າທີ່​ຂອງ​ຕົນ ສາມາດ​ກວດ​ຢຶດ​ຕູ້​ເກ​ມ ຫຼື ເຄື່ອງຫຼິ້ນ​ເກ​ມ ທີ່​ນຳ​ເຂົ້າ ​ແລະ ​ເປີດ​ບໍລິການ​ຢ່າງ​ຜິດ​ລະບຽບກົດໝາຍ

​ໄດ້​ ໃນ​ນັ້ນມີ 53 ໜ່ວຍ, ຕູ້​ຂະໜາດ​ໃຫຍ່ 10 ໜ່ວຍ, ກາງ 2 ໜ່ວຍ ແລະ ຕູ້​ຂະໜາດນ້ອຍ 41 ໜ່ວຍ.

 

ເຄື່ອງຫຼິ້ນດັ່ງກ່າວ​ສ່ວນ​ໃຫຍ່​ແມ່ນ​ນຳ​ເຂົ້າ​ມາ​ຈາກ​ຕ່າງປະ​ເທດ​ຄື ຈີນ ແລະ ຫວຽດນາມ​ ເພື່ອ​ມາ​ເປີດຮ້ານບໍລິການ​ຢູ່​ຕາມ

​ບ້ານ​ເຮືອນຕ່າງໆຂອງ​ຄົນ​ລາວ​​ໂດຍ​ບໍ່​ໄດ້​ຮັບ​ອານຸຍາດ. ຜູ້​ທີ່​ເຂົ້າ​ໄປຫຼີ້​ນ​ເກ​ມສ່ວນ​ໃຫຍ່​ແມ່ນ​ຊາວໜຸ່ມ​ເຍົາວະ​ຊົນ, ນັກຮຽນ

ແລ​ະ ຮ້າຍ​ແຮງ​ໄປ​ກ່ວານັ້ນ ມີ​ສ່ວນໜຶ່ງທີ່​ຕິດການຫຼິ້ນ​ເກ​ມບໍ່​ໄປ​ເຮັດ​ວຽກ, ​ເຮັດ​ງານ, ຂາດຮຽນມີ​ຂຶ້ນຫຼາຍ ແລະ ປະລະ​

ການ​ຮຽນ ເຮັດ​ໃຫ້​ມີ​ຜົນ​ກະທົບ​ຕໍ່ຄອບຄົວ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ ຂ​ອງສັງຄົມ ​ແລະ ​ຄວາມ​ສະຫງົບ​ຂອງ​ບ້ານ

​ເມືອງ​.

 

ແຫລ່ງຂ່າວ: ລາວພັດທະນາ