ກອງປະຊຸມໂຕະມົນ 2014 ເນັ້ນບັນລຸເປົ້າໝາຍ ພັດທະນາເສດຖະກິດ-ສັງຄົມ

tomon3

ກອງປະຊຸມໂຕະມົນປະຈຳປີ 2014 ພາຍໃຕ້ຫົວຂໍ້ “ຕັ້ງໜ້າບັນລຸເປົ້າໝາຍການພັດທະນາ ເສດຖະກິດ-ສັງຄົມ

ແຫ່ງຊາດ 5 ປີ ຄັ້ງທີ VII, ລວມທັງເປົ້າໝາຍສະຫັດສະວັດດ້ານການພັດທະນາ ແລະ ນຳພາປະເທດຊາດຫລຸດ

ພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020”. ເຊິ່ງ ຈັດຂຶ້ນໃນວັນທີ 14 ເດືອນພະຈິກ ປີ 2014 ທີ່

ນະຄອນຫລວງວຽງຈັນ ໂດຍທີ່ປະຊຸມໄດ້ທົບທວນຄືນຄວາມຄືບໜ້າ ແລະ ສິ່ງທ້າທາຍ ໃນການຈັດ ຕັ້ງປະຕິບັດ

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2013-2014 ແລະ ທິດທາງ 2014-2015, ຜົນສຳເລັດການ

ຜັນຂະຫຍາຍຜົນກອງປະຊຸມໂຕະມົນລະດັບສູງຄັ້ງທີ 11 ປີຜ່ານມາ ແລະ ຄວາມໜ້າໃນການກະກຽມ ແຜນພັດ

ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII.

ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເປັນກຽດເຂົ້າ

ຮ່ວມ ແລະ ກ່າວເປີດກອງປະຊຸມ ໂດຍ ຍົກໃຫ້ເຫັນການມີສະຖຽນລະພາບທາງດ້ານເມືອງ, ສັງຄົມມີຄວາມສະ

ຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ການພັດທະນາເສດຖະກິດ – ສັງຄົມ ແຫ່ງສົກປີຜ່ານມາໄດ້

ຮັບຜົນສຳເລັດເປັນຢ່າງດີ, ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ລວມຍອດຜະລິດຕະພັນ

ພາຍໃນ ຂະຫຍາຍ ຕົວສະເລ່ຍ 7,6%, ລາຍໄດ້ຕໍ່ຫົວຄົນເພີ່ມຂຶ້ນຈາກ 1.534 ໂດລາສະຫະລັດ ໃນສົກປີ 2012-

2013 ມາເປັນ 1.692 ໂດລາສະຫະລັດ ໃນສົກປີ 2013-2014. ຜົນສຳເລັດດັ່ງກ່າວ ກໍຍ້ອນມີການປະກອບສ່ວນ

ຢ່າງຕັ້ງໜ້າຈາກທຸກພາກສ່ວນ, ລວມທັງພາກເອກກະຊົນ, ບັນດາປະເທດ ເພື່ອນມິດ, ອົງການຈັດຕັ້ງສາກົນ

ແລະ ບັນດາປະເທດຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານທຶນຮອນ ກໍຄືດ້ານເຕັກນິກວິຊາການຢ່າງ

ຕໍ່ເນື່ອງຕະຫລອດມາ.

ທ່ານ ຮອງນາຍົກລັດຖະມົນຕີ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ຂໍ້​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ ທີ່​ລັດ​ຖະບານ​ໄດ້​

ປະເຊີນເຊັ່ນ: ຜົນ​ກະທົບ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ ພາກ​ການ​ຄຸ້ມ​ຄອງ ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິ

ບັດ​ວິ​ໄນ​ແຜນການ ແລະ ການ​ເງິນ, ລວມເຖິງບັນຫາການເກັບ ລາຍຮັບເຂົ້າ ງົບປະມານ ເຊິ່ງເຫັນວ່າມີຄວາມ

ຫຍຸ້ງຍາກ. ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດັ່ງກ່າວ,​ ທ່ານ ໄດ້​ໃຫ້​ທິດ​ຊີ້​ນຳໃຫ້​ກອງ​ປະຊຸມສຸມ​ໃສ່​ສົນທະນາ ​ແລະ ​ແລກ

ປ່ຽນ ຄວາມ​ຄິດ​ເຫັນ​ນຳ​ກັນ​ຢ່າງ​ສ້າງສັນ, ກົງ​ໄປ​ກົງມາ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ ພ້ອມ​ທັງ​ຢືນຢັນ​ຄວາມ

ໝັ້ນໝາຍຮ່ວມ​ກັນ ເພື່ອເຮັດໃຫ້ເສດຖະກິດ​ແຫ່ງ​ຊາດ ​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ໝັ້ນທ່ຽງຍິ່ງ​ຂຶ້ນ,​ ພ້ອມ​ກັນ​

ສືບ​ຕໍ່​ອອກ​ແຮງ​ຂຸດ​ຄົ້ນ​ຊອກ​ຫາ​ທ່າ​ແຮງ​ບົ່ມ​ຊ້ອນ​ພາຍ​ໃນ​ຢ່າງ​ ເອົາ​ໃຈ​ໃສ່​ເປັນ​ຕົ້ນ​ແມ່ນ​ ການ​ເພີ່ມແຫ​ລ່ງລາຍ

​ຮັບ, ການ​ສ້າງ​ຂີດ​ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ການ​ຫລາຍ​ຂຶ້ນ ​ເພື່ອ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ

​ພັດທະນາ​​ໃນ​ໄລຍະ​ໃໝ່ ແລະ ສາມາດ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ເຂົ້າ​ກັບ​ພາກ​ພຶ້ນ ແລະ ສາກົນ​ ແນ​ໃສ່ບັນ

ລຸ​ເປົ້າໝາຍສະຫັດ​ສະວັດດ້ານ​ການ​ພັດທະນາ​ໃນ​ປີ 2015 ແລະ ການ​ຫລຸດ​ພົ້ນ​ອອກ​ຈາກ​ດ້ອຍ​ຄວາມ​ພັດທະນາ

​ໃນ​ປີ 2020. ຢ່າງໃດກໍຕາມ ໃນສົກປີ 2014-2015 ລັດຖະບານ ຈະສຸມໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ

ສູ້ຊົນເຮັດໃຫ້ຄອບຄົວທຸກຍາກຫລຸດລົງຕ່ຳກວ່າ 10%, ຊຸກຍູ້ສົ່ງເສີມພາກທຸລະກິດ ໃຫ້ກຽມຄວາມພ້ອມໃນ

ການເຂົ້າເປັນປະຊາຄົມ ເສດຖະກິດ ອາຊຽນ, ສິ່ງສຳຄັນ ຈະໄດ້ສຸມໃສ່ວຽກງານເກັບກູ້ລະເບີດບໍ່ແຕກ ຊ່ວຍ

ເຫລືອຜູ້ໄດ້ຮັບບາດເຈັບ ແລະ ເລັ່ງເກັບກູ້ເນື້ອທີ່ເພື່ອການພັດທະນາ ແລະ ເນື້ອທີ່ການຜະລິດໃຫ້ໄດ້ຫລາຍ

ກວ່າເກົ່າ.

ທ່ານ ນາງ ຄາຣິນາ ອີ​ມ​ໂມ​ເນັນ,​ ຜູ້​ປະສານ​ງານ​ອົງການ ສປຊ ທັງ​ເປັນ​ຜູ້​ປະສານ​ງານ​ອົງການ ສປຊ ​ເພື່ອ​ພັດ

ທະນາປະຈຳລາວ ​ກ່າວ​ວ່າ: ການ ​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງໜ້າ ຂອງ​ລັດຖະບານ ແລະ ຄູ່​ຮ່ວມ​ພັດທະນາ ລາວ​ມທັງ​

ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ,​ ພາກ​ເອກະ​ຊົນ ແລະ ອົງການ​ຈັດ​ຕັ້ງ​ ທາງ​ສັງຄົມ ​ໃນ​ວຽກງານ​ຂະ​ບວນການ​

ໂຕະມົນ ສະ​ແດງ​​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຮ່ວມ​ມື​ກັນ​ຢ່າງ​ຕັ້ງໜ້າ ຕໍ່​ກັບ​ການ​ພັດທະນາ ຂອງ ສປປ ລາວ.

ທ່ານ ນາງ ອິມ​ໂມ​ເນັນ ຍັງ​ໄດ້​ຢືນຢັນຈະ​ສືບ​ຕໍ່​ສະໜັບສະໜູນຄວາມ​ພະຍາຍາມ​ຂອງ​ລັດຖະບານ ເພື່ອ​ເລັ່ງລັດ​

ໃຫ້ບັນລຸ​ເປົ້າໝາຍສະ​ຫັດ​ສະວັດ​ດ້ານ​ການ​ພັດທະນາ ທີ່​ຍັງ​ປະຕິບັດ​ບໍ່​ທັນ​ໄດ້​ຕາມ​ຄາດໝາຍ ​ແລະ ການ​ກະ

ກຽມຂອບ​ການ​ພັດທະນາ ພາຍຫລັງປີ 2015 ລວມທັງການ​ນຳພາ​ປະ​ເທດ​ຫລຸດ​ພົ້ນ​ຈາກ​ສະ ຖານະ​ພາບ​ປະ​ເທດ

​ດ້ອຍ​ພັດທະນາ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ