ການກໍາເນີດ ລັດຖະທໍາມະນູນແຫ່ງ ສປປ ລາວ

ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ, ພັກ-ລັດຖະບານໄດ້ວາງແນວທາງ ແລະ ນຳພາ

ປະຊາຊົນ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປີ 1986, ພັກ

ໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍເລີ່ມຈາກການປ່ຽນແປງທາງດ້ານເສດຖະກິດ, ຫັນຈາກການ

ຄຸ້ມຄອງລວມສູນບໍລິຫານເກື້ອກູນ ໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດ ທີ່ມີການໄລ່ລຽງເສດຖະກິດ ແລະ

ມີການດັດສົມຂອງລັດ.

 

ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່, ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຕ້ອງຫັນໄປສູ່ການ

ຄຸ້ມຄອງດ້ວຍລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບ. ດ້ວຍເຫດນັ້ນ, ກອງປະຊຸມເທື່ອທີ 6 ຂອງ

ສະພາປະຊາຊົນສູງສຸດ ຊຸດທີ  II  (ປີ 1991) ຈຶ່ງໄດ້ພິຈາລະນາຮັບຮອງເອົາ ລັດຖະທຳມະນູນສະບັບທຳອິດຂອງ

ສປປ ລາວ ຊຶ່ງໄດ້ປະກາດໃຊ້ໃນວັນທີ 15/8/1991.

 

ລັດຖະທຳມະນູນເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງ ໃໝ່ຢ່າງຮອບດ້ານ

ທີ່ມີຫຼັກການຂອງ ພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງ ລະບອບປະຊາທິປະໄຕປະຊາຊົນ

ລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ເພີ່ມທະວີຄວາມ

ສາມັກຄີປວງຊົນລາວທັງຊາດ ເຊີດຊູບົດບາດເປັນເຈົ້າການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ

ເທດຊາດຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້.

 

ການປະກາດໃຊ້ລັດຖະທຳມະນູນ ເປັນເຫດການການເມືອງທີ່ສຳຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງ

ການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍ ເທື່ອລະກ້າວ,

ສ່ອງແສງໃຫ້ເຫັນເຖິງ ລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍ ຕົວຂອງລະບອບປະຊາທິປະໄຕປະ

ຊາຊົນ ພາຍໃຕ້ການນຳພາອັນຖືກຕ້ອງຂອງ ພັກປະຊາຊົນປະຕິວັດລາວ, ທັງເປັນການຢັ້ງຢືນຕໍ່ໂລກ ກ່ຽວກັບ

ຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

 

ລັດຖະທຳມະນູນແຫ່ງ ສປປ ລາວ ໃນດ້ານທາດແທ້ ກໍແມ່ນການສ້າງສະຕິຊາດ ເອກະພາບອັນໜຶ່ງອັນດຽວ

ກັນ ພາຍໃຕ້ການນຳພາຂອງພັກ, ຮັບຮູ້ ແລະ ປົກປ້ອງການດຳລົງຄົງຕົວ ທີ່ບໍ່ຕັດແຍກອອກຈາກກັນໄດ້ຂອງ

ປະຊາຊົນບັນດາເຜົ່າ,​ ເປັນພາຫະນະທີ່ສຳຄັນ ເພື່ອສຶກສາອົບຮົມປະຊາຊົນ ໃນການຍົກສູງນ້ຳໃຈຮັກຊາດ, ຮັກ

ລະບອບປະຊາທິປະໄຕ ປະຊາຊົນ, ເພີ່ມທະວີ ຄວາມສາມັກ ຄີປອງດອງທົ່ວປວງຊົນທັງຊາດ, ເຊີດຊູບົດບາດ

ແລະ ຄວາມສາມາດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ ເພື່ອພ້ອມກັນສຸມທຸກກຳລັງວັງຊາ ແລະ

ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງພວກເຮົາ

ຕາມແນວທາງການປ່ຽນແປງໃໝ່ ແນໃສ່ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມ

ມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

 

ລັດຖະທຳມະນູນ ແຫ່ງ ສປປ ລາວ ໄດ້ກຳນົດແຈ້ງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ກົງຈັກ

ການຈັດຕັ້ງ ລັດປະຊາທິປະໄຕປະຊາຊົນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນ

ຖານຂອງພົນລະເມືອງ, ພາສາ, ຕົວອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນ

ຫຼວງຂອງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ.

 

ລັດນຳໃຊ້ລັດຖະທຳມະນູນ ແລະ ກົດໝາຍ ເພື່ອຄຸ້ມຄອງຂົງເຂດຕ່າງໆຂອງຊີວິດສັງຄົມແນໃສ່ເຮັດໃຫ້ປະເທດ

ຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແລະ ສ້າງສິ່ງ

ອຳນວຍຊຸກຍູ້ ໃຫ້ເສດຖະກິດຂະຫຍາຍຕົວໄປຕາມເສັ້ນທາງສັງຄົມນິຍົມ ທີ່ພັກເຮົາໄດ້ກຳນົດໄວ້.

 

ພາຍຫຼັງມີລັດຖະທຳມະນູນ, ກົດໝາຍຕ່າງໆກໍໄດ້ສ້າງຂຶ້ນຢ່າງຄົບຖ້ວນສົມບູນ ເພື່ອຮັບໃຊ້ພາລະກິດປົກປັກ

ຮັກສາ ແລະ ສ້າງສາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ

-ສັງຄົມດ້ວຍກົດໝາຍ ນັບມື້ນັບເປັນລະບົບ-ຄົບຊຸດເທື່ອລະກ້າວ, ເປັນພື້ນຖານຄ້ຳປະກັນໃຫ້ແກ່ການປະຕິ

ບັດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມ

ມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ໄດ້ປັບປຸງອົງການນິຕິບັນຍັດ, ອົງການ

ບໍລິຫານ ແລະ ອົງການຕຸລາການ (ສານປະຊາຊົນ, ໄອຍະການປະຊາຊົນ) ໃຫ້ມີຄຸນນະພາບນັບມື້ນັບສູງຂຶ້ນ

ຕາມທິດກະທັດຮັດສົມເຫດສົມຜົນ ແລະ ມີປະສິດທິຜົນ, ປະສານສົມທົບກັນເພື່ອແກ້ໄຂຂໍ້ຂັດແຍ່ງ ແລະ ຄະ

ດີຄວາມຕ່າງໆຕາມລະບຽບກົດໝາຍ, ສາມາດປົກປັກຮັກສາສິດ ແລະ ຜົນປະ ໂຫຍດຂອງລັດ, ຂອງລວມໝູ່

ແລະ ຂອງພົນລະເມືອງໄດ້ດີຂຶ້ນ. ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດກາການປະຕິບັດລັດຖະທຳມະນູນ ແລະ

ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ເຂົ້າສູ່ລະບຽບແບບແຜນ, ນຳເອົາຜົນ

ປະໂຫຍດມາໃຫ້ແກ່ຊາດ ແລະ ປະຊາຊົນນັບມື້ນັບຫຼາຍ.

 

ຢ່າງໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດກໍຍັງພົບວ່າ ການຫັນລັດຖະທຳມະນູນເປັນກົດໝາຍບໍ່ທັນກວ້າງ

ຂວາງ ແລະ ເປັນລະບົບຄົບຊຸດກວມເອົາທຸກຂົງເຂດຊີວິດສັງຄົມ, ກົດໝາຍຈຳນວນໜຶ່ງ ທີ່ສ້າງຂຶ້ນພັດມີລັກ

ສະນະຟ້າວຟັ່ງ, ບໍ່ແທດເໝາະກັບສະພາບຕົວຈິງເຮັດໃຫ້ການປະຕິບັດໄດ້ຍາກ ແລະ ເກີດມີຊ່ອງຫວ່າງ ຊຶ່ງຈຳ

ຕ້ອງໄດ້ປັບປຸງເລື້ອຍໆ, ກົດໝາຍ ແລະ ເອກະສານນິຕິກຳລຸ່ມກົດໝາຍ (ລັດຖະບັນຍັດ ແລະ ດຳລັດ) ໄດ້ຖືກ

ຮັບ ຮອງ ແລະ ປະກາດໃຊ້ເປັນຈຳນວນຫຼາຍຮ້ອຍສະບັບ ແຕ່ການປົກຄອງລັດດ້ວຍກົດໝາຍ ບໍ່ທັນສັກສິດ

ແລະ ເຂັ້ມງວດເທົ່າທີ່ຄວນ, ພະນັກງານສະມາຊິກພັກ ແລະ ປະຊາຊົນຈຳນວນໜຶ່ງ ຍັງລ່ວງລະເມີດລະບຽບ

ກົດໝາຍ. ການໂຄສະນາ-ເຜີຍແຜ່ກົດໝາຍບໍ່ທັນກວ້າງຂວາງທົ່ວເຖິງທຸກເປົ້າໝາຍໃນສັງຄົມ, ຫຼາຍຂະ

ແໜງການ ແລະ ຮາກຖານປະຊາຊົນ ບໍ່ມີເງື່ອນໄຂຄົ້ນຄວ້າເຊື່ອມຊຶມ ແລະ ຮັບຮູ້ກົດໝາຍ. ປະກົດການຫຍໍ້

ທໍ້ຕ່າງໆດ້ານສັງຄົມ. ການສໍ້ລາດບັງຫຼວງ, ການລະເມີດລະບຽບກົດໝາຍໃນບາງຂົງເຂດ ແລະ ຄວາມບໍ່ຍຸຕິທຳ

ໃນສັງຄົມບໍ່ທັນໄດ້ຮັບການແກ້ໄຂເຂັ້ມງວດ ແລະ ທັນການດີເທົ່າທີ່ຄວນ.

 

ໃນຕໍ່ໜ້າປັດໄຈສຳຄັນ ໃນການສ້າງລັດເຮົາໃຫ້ເປັນລັດແຫ່ງກົດໝາຍຂອງປະຊາຊົນ ໂດຍປະຊາຊົນ  ເພື່ອປະຊາ

ຊົນ ແມ່ນການເພີ່ມທະວີການສຶກສາອົບຮົມກົດໝາຍ ເຮັດໃຫ້ທຸກຄົນມີຄວາມຮູ້, ມີຄວາມເຄົາລົບກົດໝາຍ,

ມີສະຕິ ແລະ ມີຄວາມຊີນເຄີຍໃນການປະຕິບັດກົດໝາຍ, ເຄື່ອນໄຫວ ແລະ ດຳລົງຊີວິດພາຍໃຕ້ລັດຖະທຳມະນູນ

ແລະ ກົດໝາຍແມ່ນເງື່ອນໄຂສຳຄັນ ເຮັດໃຫ້ລັດແຫ່ງກົດໝາຍມີຄວາມສັກສິດ ແລະ ເປັນຮູບປະທຳ.

 

ໃນນັ້ນຕ້ອງເພີ່ມທະວີການໂຄສະນາສຶກສາອົບຮົມໃຫ້ພົນລະເມືອງລາວທຸກຄົນ ຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນ

ກ່ຽວກັບລັດຖະທຳມະນູນ ແລະ ກົດໝາຍຕ່າງໆດ້ວຍຫຼາຍຮູບການ, ຫຼາຍລະດັບອັນເໝາະສົມ, ສ້າງເງື່ອນໄຂໃຫ້

ເຂົາເຈົ້າປະຕິບັດກົດໝາຍ​ຢ່າງ​ເຂັ້ມງວດ ຮູ້​ນຳໃຊ້​ກົດໝາຍ ​ເພື່ອ​ປົກ​ປ້ອງສິດທິຜົນ​ປະ​ໂຫຍ​ດອັນຊອບທຳ ​ແລະ

ປະຕິບັດພັນທະຂອງຕົນຢ່າງຖືກຕ້ອງ. ສຶກສາອົບຮົມໃຫ້ທຸກຄົນກ້າວເຂົ້າສູ່ແບບແຜນການດຳລົງຊີວິດ ແລະ

ເຮັດວຽກງານຕາມກົດໝາຍທີ່ໄດ້ວາງອອກ. ສ້າງສະຕິກົດໝາຍ, ເຮັດໃຫ້ທຸກຄົນເຄົາລົບ, ຮັບຮູ້ຢ່າງຖືກຕ້ອງກ່ຽວ

ກັບທາດແທ້, ພາລະບົດບາດ ຂອງກົດໝາຍ ລະບອບປະຊາທິປະໄຕປະຊາຊົນ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ,

ຕໍ່ຄອບຄົວ, ໝູ່ເພື່ອນ ແລະ ຕໍ່ແຕ່ລະຄົນ. ຈາກນັ້ນສ້າງຄວາມເຊື່ອໝັ້ນຕໍ່ກົດໝາຍ ແລະ ຕື່ນຕົວປະຕິບັດກົດ

ໝາຍ.

 

ອົງການໄອຍະການ ແລະ ສານປະຊາຊົນ ແລະ ເຈົ້າ ໜ້າທີ່ສືບສວນສອບສວນຂັ້ນຕ່າງໆ ຊຶ່ງເປັນຜູ້ປົກປ້ອງກົດ

ໝາຍ ຕ້ອງດຳເນີນງານດ້ວຍຄວາມສຸຂຸມຮອບຄອບ, ທ່ຽງທຳ ເພື່ອປົກປ້ອງຄວາມຍຸຕິທຳ, ປົກປ້ອງຜົນປະ

ໂຫຍດອັນຊອບທຳຂອງລັດ ແລະ ພົນລະເມືອງ ໂດຍຢຶດໝັ້ນໃນທິດນຳທີ່ວ່າ: “ຜູ້ກະທຳຜິດຕ້ອງຖືກລົງໂທດ

ຕາມກົດໝາຍ, ຜູ້ບໍ່ກະທຳຜິດແມ່ນບໍ່ຖືກລົງໂທດ”. ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ສະມາຊິກ

ພັກແຕ່ລະຄົນ ຕ້ອງໄດ້ຮັບຮູ້ແຈ້ງຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດແນວທາງຂອງພັກ ແລະ ກົດ

ໝາຍຂອງລັດ, ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານ, ສະມາຊິກພັກປະຕິບັດຕາມການຊີ້

ນຳ-ນຳພາຂອງພັກທີ່ວ່າ:ໃນ ການເຄື່ອນໄຫວຂອງຕົນ, ພັກຍາມໃດກໍຕ້ອງເຄົາລົບລັດຖະທຳມະນູນ ແລະ ກົດ

ໝາຍ, ປັບປຸງຄຸນນະພາບການເຄື່ອນ ໄຫວຂອງສານປະຊາຊົນ ແລະ ໄອຍະການປະຊາຊົນ ແລະ ອົງການປົກປ້ອງ

ກົດໝາຍ.

 

ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວ ຈົ່ງເພີ່ມທະວີນ້ຳໃຈຮັກຊາດ, ຄວາມສາມັກຄີເປັນເອກະພາບ, ນ້ຳໃຈ

ເປັນເຈົ້າຕົນເອງ ເພິ່ງຕົນເອງ ສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ບຸກບືນຜ່ານຜ່າຄວາມຫຍຸ້ງຍາກ, ຕັ້ງໜ້າ

ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດທິດທາງ, ຈຸດໝາຍຂອງພັກ, ຕັ້ງໜ້າຈັດ ຕັ້ງປະຕິບັດມະຕິກອງປະຊຸມ

ໃຫຍ່ຂອງພັກກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ປະກົດຜົນເປັນຈິງ. ພ້ອມກັນປະຕິບັດລັດຖະ

ທຳມະນູນ ແລະ ລະບຽບກົດໝາຍໃຫ້ເຂັ້ມງວດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ, ປະກອບສ່ວນເຂົ້າ

ໃນການພັດທະນາ  ສປປ ລາວ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

 

ຂອບໃຈບົດຄວາມຈາກ: ໜັງສືພິມປະຊາຊົນ