Homeມຸມຂ່າວ AECອາຊຽນ ໃຫ້ຄວາມສຳຄັນການກວດສອບອາຫານ ທີ່ມີການປ່ຽນແປງຄຸນລັກສະນະ

ອາຊຽນ ໃຫ້ຄວາມສຳຄັນການກວດສອບອາຫານ ທີ່ມີການປ່ຽນແປງຄຸນລັກສະນະ

Published on

ວັນ​ທີ 14-15ສິງຫາ 2014ນີ້ ສະ​ຖາ​ບັນ​ນິເວດ​ວິທະຍາ ແລະ ເຕັກ​ໂນ​ໂລ​ຊີຊີວະ​ພາບ ກະຊວງວິທະຍາສາດ ແລະ

ເຕັກ​ໂນ​ໂລ​ຊີ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມເຄືອ​ຂ່າຍ​ອາ​ຊຽນ​ຄັ້ງ​ທີ 11 ກ່ຽວກັບ​ການ​ກວດ​ສອບ​ອາຫານທີ່​ມີ

ການ​ປ່ຽນແປງ​ຄຸນ​ລັກສະນະ​ດ້ານພັນທຸ​ກຳ​ຂຶ້ນ ທີ່​ໂຮງແຮມ​ລາວພລາ​ຊາ ນະຄອນຫຼວງ​ວຽງ​ຈັນ  ເປັນ​ປະທານ​

ຂອງ​ທ່ານ ​ດຣ. ສຸ​ລິ​ອຸ​ດົງ ສຸນ​ດາລາ ຫົວໜ້າ​ສະຖາ​ບັນ​ນິເວດ​ວິທະຍາ ແລະ ເຕັກໂນ​ໂລ​ຊີ​ຊີວະ​ພາບ ໃຫ້​ກຽດ​ເຂົ້າ

ຮ່ວມ​ມີ​ທ່ານ ຫຸມພັນ ອິນ​ທະ​ຣາດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ມີ​ຕົວ​ແທນ

​ຈາກ​ບັນດາ​ປະເທດສະ​ມະ​ຊິກ​ອາ​ຊຽນ ກອງ​ເລຂາ​ອາຊຽນ ບັນດາ​ປະເທດ​ຄູ່​ຮ່ວມ​ເຈລະ​ຈາ ແລະ ​ສປປ ລາວ ເຂົ້າ

ຮ່ວມ​ຈຳນວນ 40ທ່ານ.

 

ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ໜ້າວຽກ​ຄວາມ​ຄືບ​ໜ້າ ແລະ ການຮ່ວມ​ມື​ລະດັບ​ພາກ

​ພື້ນ ​ໃນ​ຂົງເຂດວຽກ​ງານ​ກວດ​ສອບ​ອາຫານໄດ້ ຈາກ​ການ​ປ່ຽນແປງ​ຄຸນ​ລັກສະນະ​ດ້ານ​ພັນທຸ​ກຳ (Genetic Modi

-fied Food) ເພື່ອ​ເປັນ​ການເປີດ​ໂອກາດ​ໃຫ້​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ​ ໄດ້​ມີ​ການ​ພົບ​ປະ ແລະ ແລກປ່ຽນ

​ບົດຮຽນ​ໃນ​ຂົງເຂດ​ວຽກ​ງານ​ດັ່ງກ່າວ ນອກຈາກນີ້ ໃນ​ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງການ​ຂຶ້ນ​ລາຍ​ງານ​ສະພາບຄວາມ​

ຄືບ​ໜ້າ​ກ່ຽວ​ກັບ​ວຽກ​ງານທີ່​ຜ່ານ​ມາ ຈາກ​ຕົວ​ແທນ​ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ເຊິ່ງ​ໃນ​ນາມ​ປະເທດ

​ເຈົ້າພາບຮ່ວມ​ກັບ​ກອງ​ເລຂາ​ອາ​ຊຽນ ​ໄດ້ຮີບ​ໂຮມ​ຜົນສຳເລັດກອງ​ປະຊຸມ ເພື່ອ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ຜູ້ອາວຸໂສ

​ອາ​ຊຽນ​ດ້ານ​ກະສິກຳ ແລະ ປ່າໄມ້ ຄັ້ງ​ທີ 35ໃນ​ວັນ​ທີ 18ສິງຫາ 2014ທີ່​ປະເທດ​ມາ​ເລເຊຍ (35th SSOM AMAF).

 

ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້ ນອກຈາກ​ຈະ​ເປັນ​ການ​ປະຕິບັດພັນທະ​ຂອງ ​ສປປ ລາວ ຍັງ​ມີ​ຄວາມ​ສຳຄັນ ແລະ ມີ​ຜົນ

​ປະໂຫຍດ​ຕໍ່​ວຽກງານ​ການ​ກວດ​ສອບ​ອາຫານ ຈາກ​ສິ່ງ​ທີ່​ມີ​ຊີວິດ​ທີ່​ມີ​ການ​ປ່ຽນແປງ​ຄຸນ​ລັກສະນະ​ດ້ານ​ພັນທຸ​ກຳ

ແລກປ່ຽນ​ບົດຮຽນໃນ​ການ​ຈັດຕັ້ງປະຕິບັດ​ ກົດໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພ​ ດ້ານ​ເຕັກ​ໂນ​ໂລ​ຊີຊີວະ​ພາບ​ຂອງ ​

ສປປ ລາວ ແລະ ຍັງ​ຈະ​ເປັນ​ການ​ຍາດ​ແຍ່ງ​ການຮ່ວມ​ມື​ຈາກ​ບັນດາ​ປະເທດ​ຄູ່​ຮ່ວມເຈລະຈາ.

 

ແຫຼ່ງຂ່າວ: http://vientianemai.net/teen/khao/1/12451

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...