ເຮືອຜູ້ອົບພະຍົບອິນໂດຫຼົ້ມ ນອກຊາຍຝັ່ງມາເລ ເສຍຊີວິດ 2 ສູນຫາຍ 20 ຄົນ

 

557000008222002
ຈຸດສີແດງ ສະແດງໃຫ້ເຫັນເຂດທີ່ເຮືອດັ່ງກ່າວອັບປາງ

 

ເຈົ້າໜ້າທີ່ສຳນັກງານການບັງຄັບໃຊ້ກົດໝາຍທາງທະເລມາເລເຊຍ ລະບຸວ່າ ເຮືອທີ່ກຳລັງພາຜູ້ອົບພະຍົບ

ຊາວອິນໂດເນເຊຍ ປະມານ 80 ຄົນ ກັບຄືນປະເທດ ເກີດເຫດພິກຂ້ວາມ ແລະ ອັບປາງລົງ ເມື່ອຄືນວານນີ້

(14 ກໍລະກົດ) ໃນຂະນະທີ່ກຳລັງຖືກເຮືອກວດກາຊາຍຝັ່ງຂອງມາເລເຊຍ ແລ່ນຕິດຕາມ ເຂດຊາຍຝັ່ງລັດ

ຍະໂຮ ຂອງມາເລເຊຍ.

 

ເຈົ້າໜ້າທີ່ເປີດເຜີຍຕໍ່ສຳນັກຂ່າວຕ່າງປະເທດວ່າ ຜູ້ອົບພະຍົມຜິດກົດໝາຍກຸ່ມດັ່ງກ່າວ ກຳລັງນັ່ງເຮືອ

ກັບຄືນອິນໂດເນເຊຍ ເພື່ອສະຫຼອງວັນອີດິນຟິຕຣີ (ມື້ສິ້ນສຸດເດືອນຣາມາດອນ) ພ້ອມກັບກ່າວເສີມອີກ

ວ່າ ສາມາດຊ່ວຍຊີວິດຜູ້ໂດຍການໄວ້ໄດ້ 59 ຄົນ.

 

ເຈົ້າໜ້າທີ່ຜູ້ດຽວກັນຍັງລະບຸອີກວ່າ ຮອດປະຈຸບັນນີ້ ສາມາດເກັບກູ້ຮ່າງຜູ້ເສຍຊີວິດຂຶ້ນມາໄດ້ 2 ສົບ ເປັນ

ຍິງ 1 ແລະ ຊາຍອີກ 1.