spot_img
Homeຂ່າວພາຍ​ໃນນັກເຕະ ສ.ເກົາຫຼີ ຖືກກອງເຊຍແກວ່ງຂະໜົມໃສ່ຫຼັງຕົກຮອບທໍາອິດບານໂລກ

ນັກເຕະ ສ.ເກົາຫຼີ ຖືກກອງເຊຍແກວ່ງຂະໜົມໃສ່ຫຼັງຕົກຮອບທໍາອິດບານໂລກ

Published on

14041267751404126789l

ບັນດານັກເຕະທີມຊາດ ສ. ເກົາຫຼີ ຕ້ອງມີເລື່ອງໃຫ້ເຈັບຊ້ຳນ້ຳໃຈຫຼາຍຂຶ້ນ ຫຼັງຖືກເຫຼົ່າກອງເຊຍບານ

ສ. ເກົາຫຼີ ລະດົມແກວ່ງຂະໜົມໃສ່ ລະຫວ່າງທີ່ເດິນທາງກັບຈາກການແຂ່ງຂັນເຕະບານໂລກ 2014

ທີ່ປະເທດບຣາຊິນ ມາຍັງນະຄອນຫຼວງເຊອູນ ປະເທດ ສ. ເກົາຫຼີ ເມື່ອວັນທີ 30 ມິຖຸນາເນື່ອງຈາກບໍ່

ພໍໃຈກັບຜົນງານຂອງນັກເຕະທີມ ສ. ເກົາຫຼີໃນເວທີເຕະບານໂລກຄັ້ງນີ້.

ທີມຊາດ ສ. ເກົາຫຼີ ສ້າງຜົນງານໄດ້ຢ່າງໜ້າຜິດຫວັງໃນເຕະບານໂລກຄັ້ງນີ້ ຫຼັງຕ້ອງຕົກຮອບທໍາອິດ

ພ້ອມຄອງອັນດັບສຸດທ້າຍຂອງກຸ່ມ H ແລະ ບໍ່ສາມາດເກັບໄຊຊະນະໄດ້ແມ່ນແຕ່ເກມດຽວ ໂດຍລົງສະ

ໜາມນັດທໍາອິດດ້ວຍການສະເໝີ ຣັດເຊຍ 1-1 ກ່ອນທີ່ຈະເສຍ ອານເຊຣີ  2-4 ແລະ ປິດທ້າຍດ້ວຍການ

ເສຍໃຫ້ ແບນຊິກ 0-1.

ທີ່ມາ: http://www.vientianemai.net/teen/khao/8/12135

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...