spot_img
Homeຂ່າວການພັດທະນາເສດຖະກິດລາວ ຂະຫຍາຍຕົວ ​ເພີ້ມ​ຂຶ້ນ ໃນອັດຕາສະເລ່ຍ 7.6%

ເສດຖະກິດລາວ ຂະຫຍາຍຕົວ ​ເພີ້ມ​ຂຶ້ນ ໃນອັດຕາສະເລ່ຍ 7.6%

Published on

ໂຄງການຂຸດຄົ້ນ ທອງແດງ ຢູ່ ເຊໂປນ ແຂວງ ສະຫວັນນະເຂດ.
ໂຄງການຂຸດຄົ້ນ ທອງແດງ ຢູ່ ເຊໂປນ ແຂວງ ສະຫວັນນະເຂດ.

ເສດຖະກິດລາວ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.6 ເປີເຊັນ ໃນລະຍະ 6 ເດືອນທຳອິດ
ຂອງແຜນການ ປີ2013-2014 ໃນຂະນະທີ່ ເປົ້າໝາຍຕະຫຼອດແຜນການປີໄດ້ວາງເອົາໄວ້
ທີ່ອັດຕາສະເລ່ຍ ບໍ່ໃຫ້ຫລຸດ 8.3 ເປີເຊັນ.

ຫາກແຕ່ວ່າ ການຂະຫຍາຍຕົວທາງເສດຖະກິດ ໃນລະດັບຄາດໝາຍທີ່ວາງໄວ້ທີ່ອັດຕາສະເລ່ຍ 8.3 ເປີເຊັນ
ໃນຕະຫລອດແຜນການປີ 2013-2014 ໂດຍມີສາເຫດ ສຳຄັນປະການໜຶ່ງ ມາຈາກການ ທີ່ຈັດຕັ້ງປະຕິບັດ
ໂຄງການພັດທະນາຕ່າງໆ ທີ່ເປັນການລົງທຶນ ໃນພາກລັດຖະບານໄດ້ຕ່ຳກວ່າເປົ້າໝາຍ ທີ່ວາງໄວ້
ແລະໃນຂະນະດຽວກັນລັດຖະບານລາວກໍຍັງຕ້ອງ ປະສົບກັບບັນຫາ ຂາດແຄນທາງດ້ານ
ງົບປະມານລາຍຈ່າຍອີກດ້ວຍ.

ໂດຍໃນລະຍະ 6 ເດືອນຕຳອິດຂອງແຜນການປີ 2013-2014 ດັ່ງກ່າວລັດຖະບານລາວ
ສາມາດຈັດຕັ້ງປະຕິບັດ ການລົງທຶນໃນພາກລັດຖະບານ ໄດ້ທັງໝົດ 2,469 ໂຄງການ
ຊຶ່ງຄິດເປັນມູນຄ່າລວມ 2,333 ກວ່າຕື້ກີບ ຫຼື ເທົ່າກັບ 31 ເປີເຊັນ ຂອງແຜນການປີເທົ່ານັ້ນ
ແລະໃນລະຍະດຽວກັນນີ້ລັດຖະບານລາວ ກໍຕ້ອງເພິ່ງພາການຊ່ວຍເຫຼືອຈາກຕ່າງປະເທດ
ຫຼາຍກວ່າ 3,324 ຕື້ກີບ ຫຼື ເກີນກວ່າ 415 ລ້ານດອນລາ ສຳລັບໃຊ້ ໃນການຈັດຕັ້ງປະຕິບັດການລົງທຶນ
ພາກລັດຖະບານໃນ 767 ໂຄງການ ໂດຍໃນນີ້ ກໍປະກົດວ່າ ເປັນການຂໍການຊ່ວຍເຫຼືອຫຼ້າ
ຈາກຕ່າງປະເທດເຖິງ 624 ໂຄງການ ແລະ ກູ້ຢືມ 57 ໂຄງການຕາມລຳດັບ.

ແຕ່ຢ່າງໃດກໍຕາມ ສຳລັບໃນດ້ານການລົງທຶນ ຂອງພາກເອກະຊົນພາຍໃນ
ແລະ ຕ່າງປະເທດນັ້ນ ກໍຍັງຄົງເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງໃນລະຍະ 6 ເດືອນທຳອິດດັ່ງກ່າວນີ້
ກໍມີເຖິງ 713 ໂຄງການຄິດເປັນມູນຄ່າ ການລົງທຶນລວມຫຼາຍກວ່າ 24,458 ຕື້ກີບ ຫຼື ປະມານ
3,060 ລ້ານດອນລາ ໂດຍສ່ວນໃຫຍ່ ເປັນການລົງທຶນ ໃນພາກບໍລິການ ພາກພະລັງງານແລະ
ຂຸດຄົ້ນແຮ່ທາດຕາມລຳດັບ ໂດຍການລົງທຶນ ຂອງພາກເອກະຊົນ ທີ່ເພີ້ມຂຶ້ນ ດັ່ງກ່າວນີ້
ກໍເຮັດໃຫ້ທາງການລາວຄາດຫວັງວ່າ ເສດຖະກິດລາວ ຈະຍັງສາມາດ ຂະຫຍາຍຕົວ
ເພີ້ມຂຶ້ນໄດ້ ໃນອັດຕາສະເລ່ຍ 8.3 ເປີເຊັນ ໃນທ້າຍແຜນການປີນີ້.

ກ່ອນໜ້ານີ້ ໜັງສືພິມ The Washington Post ໄດ້ສະເໜີລາຍງານໂດຍອີງຕາມຜົນ
ຈາກການສຶກສາວິໄຈ ທີ່ດຳເນີນການໂດຍ The Economist Intelligence Unit
ທີ່ລະບຸວ່າ ລາວນັບເປັນ 1 ໃນ 10 ປະເທດ ທີ່ເສດຖະກິດຈະມີການ ຂະຫຍາຍຕົວ ເພີ້ມຂຶ້ນ
ຢ່າງວ່ອງໄວທີ່ສຸດໃນໂລກໃນປີ 2014 ໂດຍຄາດວ່າເສດຖະກິດລາວ ຈະຂະຫຍາຍຕົວ
ເພີ້ມຂຶ້ນເຖິງ 8.5 ເປີເຊັນ ທຽບກັບປີ 2013 ທີ່ຜ່ານມາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...