spot_img
Homeຂ່າວພາຍ​ໃນອຳນວຍຄວາມສະດວກ ຊຳລະຄ່າໄຟຟ້າຜ່ານທະນາຄານ

ອຳນວຍຄວາມສະດວກ ຊຳລະຄ່າໄຟຟ້າຜ່ານທະນາຄານ

Published on

20140425153216

ທະນາຄານ​ພັດທະນາ​ລາວ ແລະ ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ຈັດ​ຖະແຫຼງ​ຂ່າວ ການ​ຊຳລະ​ຄ່າ​ຊົມໃຊ້​ພະລັງງານ​ໄຟຟ້າ ຜ່ານ​ລະບົບ​ທັນ​ສະໄໝ ທະນາຄານ​ພັດທະນາ​ລາວ​ຂຶ້ນ ວັນ​ທີ 25 ເມສາ 2014 ທີ່​ຜ່ານ​ມາ ຢູ່​ທີ່​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໂດຍ​ໃຫ້​ກຽດ​ຖະແຫຼງ​ຂ່າວ​ແມ່ນ​ທ່ານ ບົວ​ລຽນ ພົມ​ມະ​ວົງສາ ອຳນວຍ​ການ​ທະນາຄານ​ພັດທະນາ​ລາວ ມີ​ທ່ານ ດວງ​ສີ ພະ​ລາ​ຍົກ ຮອງ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ມີ​ບັນດາ​ຫ້ອງການ​ລູກ​ຄ້າ​ທີ່​ໃຊ້​ບໍລິການ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທະນາຄານ​ພັດທະນາ​ລາວ ມີ​ຕາ​ນ່າງ​ບໍລິການ​ທີ່​ກວ້າງຂວາງ​ໃນ​ທົ່ວ​ປະເທດ ປະກອບ​ມີ 18 ສາຂາ 67 ໜ່ວຍ​ບໍລິການ 12 ໜ່ວຍ​ແລກປ່ຽນ ມີ​ຕູ້ ATM ທັງ​ໝົດ 170 ໜ່ວຍ ແລະ ມີ​ເຄື່ອງຮັບ​ບັດ​ຫຼາຍ​ກວ່າ 50 ເຄື່ອງ ພ້ອມ​ໃຫ້​ບໍລິການ​ແກ່​ສັງຄົມ​ຕະຫຼອດ 24 ຊົວ​ໂມງ ທະນາຄານ​ພັດທະນາ​ລາວ ມີ​ການ​ຍົກ​ລະດັບ​ການ​ບໍລິການ​ຫັນ​ເປັນ​ທັນ​ສະໄໝ ສະດວກ​ສະບາຍ ສ້າງ​ຄວາມ​ເຂັ້ມແຂງ​ດ້ານ​ທຶນຮອນ​ເທັກ​ໂນ​ໂລ​ຊີ ແລະ ບຸກ​ຄະລາ​ກອນ ເພື່ອ​ເປັນ​ພື້ນຖານ​ສຳຄັນ ທີ່​ສາມາດ​ແຂ່ງຂັນ​ໃນ​ເວທີ​ພາກ​ພື້ນ ແລະ ສາກົນ ນັບ​ແຕ່​ປີ 2010 ທະນາຄານ​ພັດທະນາ​ລາວ ຫັນ​ມາ​ນຳ​ໃຊ້​ລະບົບ Core Banking(T24) ທີ່​ມີ​ຄວາມ​ທັນ​ສະໄໝ ແລະ ພຽງ 1 ປີ ສາມາດ​ພັດທະນາ ແລະ ເປີດ​ນຳ​ໃຊ້​ລະບົບ​ດັ່ງກ່າວ​ສຳເລັດ ສາມາດ​ເຊື່ອມ​ໂຍງ​ກັນ​ໄດ້​ໃນ​ທຸກ​ສາຂາ​ທົ່ວ​ປະເທດ ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ ທັງ​ພາຍ​ໃນ ແລະ ຕ່າງປະເທດ ສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ຂອງ​ທະນາຄານ​ໄດ້​ຫຼາຍ​ຊ່ອງ​ທາງ ເປັນຕົ້ນ​ແມ່ນ ບັດ ATM Mobile Banking Online Statement Bill Payment ບັດ​ສາກົນ VISA ແລະ ອື່ນໆ ຊຶ່ງ​ມີ​ຫຼາຍ​ຮູບ​ແບບ​ການ​ບໍລິການ​ເຊັ່ນ: ຊຳລະ​ຄ່າ​ຊົມໃຊ້​ພະລັງງານ​ໄຟຟ້າ ຊຳລະ​ຄ່າ​ນ້ຳ​ປະປາ ຊຳລະ​ຄ່າ​ໂທລະສັບ​ທຸກ​ເຄືອ​ຂ່າຍ ຊຳລະ​ຄ່າ​ອິນ​ເຕີ​ເນັດ ຊື້​ບັດ​ເຕີມ​ເງິນ ຊື້​ຫວຍ​ອອນ​ລາຍ ໂອນ​ເງິນ​ພາຍ​ໃນ ກວດ​ອັດຕາ​ແລກປ່ຽນ ກວດ​ຜົນ​ຮຸ້ນ ກວດ​ຍອດ​ເງິນ​ໃນ​ບັນຊີ ກວດກາ​ທຸລະ​ກຳ​ຕ່າງໆ​ທີ່​ເຄື່ອນ​ໄຫວ​ໃນ​ບັນຊີ ໂດຍ​ຜ່ານ​ລະບົບ Mobile Banking ແລະ ຕູ້ ATM ຜ່ານ​ເຄື່ອງ​ຮູດ​ບັດ EDC ແລະ ເຄື່ອງ Kios ຂອງ​ທະນາຄານ​ພັດທະນາ​ລາວ ໄດ້​ທຸກ​ເວລາ.

ທີ່ມາ http://www.vientianemai.net/teen/khao/1/11650

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...